ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແຕ່ງຕັ້ງເອກອັກຄະລັດຖະທູດຄົນທໍາອິດໄປປະຈໍາການ ຢູ່ອັຟການິສຖານ ນັບຕັ້ງແຕ່ກຸ່ມຕາລີບານ ກັບມາກໍາອໍານາດຄືນ


ເອກອັກຄະລັດຖະທູດປະຈໍາອັຟການິສຖານຄົນໃໝ່ຂອງຈີນ ທ່ານຈ້າວ ຊິງ, ຍື່ນສານຕາຕັ້ງຂອງທ່ານ ຕໍນາຍົກລັດຖະມົນຕີກຸ່ມຕາລີບານ ທ່ານໂມຮໍາມາດ ຮັສຊານ ອາຄູນ ໃນວັນທີ 13 ກັນຍາ 2023. (Taliban information ministry via VOA)
ເອກອັກຄະລັດຖະທູດປະຈໍາອັຟການິສຖານຄົນໃໝ່ຂອງຈີນ ທ່ານຈ້າວ ຊິງ, ຍື່ນສານຕາຕັ້ງຂອງທ່ານ ຕໍນາຍົກລັດຖະມົນຕີກຸ່ມຕາລີບານ ທ່ານໂມຮໍາມາດ ຮັສຊານ ອາຄູນ ໃນວັນທີ 13 ກັນຍາ 2023. (Taliban information ministry via VOA)

ຈີນ ສົ່ງເອກອັກຄະລັດຖະທູດຄົນໃໝ່ ໄປອັຟການິສຖານ, ເປັນຄັ້ງທໍາອິດທີ່ທູດຕ່າງປະເທດ ໄດ້ຮັບການແຕ່ຕັ້ງໃນລະດັບເອກອັກຄະລັດຖະທູດ ນັບຕັ້ງແຕ່ກຸ່ມຕາລີບານໄດ້ເຂົ້າມາກໍາອໍານາດຄືນຢູ່ນະຄອນຫຼວງກາບູລ ໃນສອງປີທີ່ຜ່ານມາ.

ໃນວັນພຸດວານນີ້, ກະຊວງການຕ່າງປະເທດ ທີ່ນໍາໂດຍກຸ່ມຕາລີບານ ກ່າວວ່າ ນາຍົກລັດຖະມົນຕີ ທ່ານໂມຮໍາມາດ ຮັສຊານ ອາຄູນ ໄດ້ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ທ່ານຈ້າວ ຊິງ (Zhao Xing) ທີ່​ໄປ​ຍື່ນ​ສານ​ຕາ​ຕັ້ງ ຢູ່ທີ່ພິທີໃນນະຄອນຫຼວງຂອງອັຟການິສຖານ.

ລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ ທ່ານມຸດຕາກີ ກໍໄດ້ເຂົ້າຮ່ວມຕ້ອນຮັບ ນັກການທູດຈີນພ້ອມກັບ ທ່ານອາຄູນ ຢູ່ທໍານຽບປະທານາທິບໍດີ.

ປັກກິ່ງ ຍັງບໍ່ໄດ້ໃຫ້ສັນຍານໃນທັນທີວ່າ ການແຕ່ງຕັ້ງທ່ານຈ້າວ ອາດຈະນໍາໄປສູ່ການຮັບຮອງລັດຖະບານ ກຸ່ມຕາລີບານຢ່າງເປັນທາງການຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG