ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ຈຳ​ກັດ​ການ​ໃຊ້​ອິນ​ເຕີ​ແນັດ ຂະ​ນະ​ທີ່​ມີ​ການ​ໂຮມ​ຊຸມ​ນຸມທາງ​ອອນ​ລາຍ ຂອງ​ ພັກ​ຝ່າຍ​ຄ້ານ


ແຟ້ມ - ຫໍ​ຄອຍ​ຮັບ​ໂທ​ລະ​ສັບ​ມື​ຖື ທີ່​ແນມ​ເຫັນ ໃນ​ລະ​ຫວ່າງ​ກົບ​ກິນ​ຕາ​ເວັນ ທີ່​ນະ​ຄອນ​ຣາ​ວານ​ປິນ​ດີ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 25 ຕຸ​ລາ 2022. ການ​ບໍ​ລິ​ການອິນ​ເຕີ​ແນັດ​ໄດ້​ຊ້າ​ລົງແລະ​ການ​ເຂົ້າ​ເຖິງ​ສື່​ສັງ​ຄົມ​ ໄດ້​ຖືກ​ອັດ​ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ ທາງ​ອອນ​ລາຍ.
ແຟ້ມ - ຫໍ​ຄອຍ​ຮັບ​ໂທ​ລະ​ສັບ​ມື​ຖື ທີ່​ແນມ​ເຫັນ ໃນ​ລະ​ຫວ່າງ​ກົບ​ກິນ​ຕາ​ເວັນ ທີ່​ນະ​ຄອນ​ຣາ​ວານ​ປິນ​ດີ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 25 ຕຸ​ລາ 2022. ການ​ບໍ​ລິ​ການອິນ​ເຕີ​ແນັດ​ໄດ້​ຊ້າ​ລົງແລະ​ການ​ເຂົ້າ​ເຖິງ​ສື່​ສັງ​ຄົມ​ ໄດ້​ຖືກ​ອັດ​ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ ທາງ​ອອນ​ລາຍ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ​ໄດ້​ເຮັດ​ໃຫ້​ການ​ບໍ​ລິ​ການ​ອິນ​ເຕີ​ແນັດ​ຊ້າ​ລົງ​ ແລະ​ຂັດ​ຂວາງ​ການ​ເຂົ້າ​ເຖິງ​ສື່​ສັງ​ຄົມ​ທີ່​ສຳ​ຄັນໆ​ໃນ​ວັນ​ອາ​ທິດ​ວານນີ້ ທ່າມ​ກາງ​ທີ່​ມີ​ການຈັດ​ການ​ໂຮມ​ຊຸມ​ນຸມ​ທາງ​ອອນ​ລາຍ ແບບ​ທີ່​ບໍ່​ເຄີຍ​ເຫັນ​ກັນ​ມາ​ກ່ອນ ໂດຍ​ພັກ​ການ​ເມືອງ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ.

ພັກ​ຕາ​ຣິ​ກ-ອີ-ອິນ​ຊາບປາ​ກິ​ສ​ຖານ ຫຼື PTI ກ່າວ​ວ່າ “ການ​ສະ​ແດງ​ອຳ​ນາດ​ແບບ​ສະ​ເໝືອນ​ຈິງ” ແມ່ນ​ມີ​ຂຶ້ນ​ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການ​ປາບ​ປາມ ​ຂອງ​ລັດ​ຖະ​ບານ ຕໍ່​ພວກ​ຄົນ​ງານ ​ແລະ​ການ​ໂຮມ​ຊຸມ​ນຸມ​ຂອງ​ສາ​ທາ​ລະ​ນະ​ຊົນ ​ທີ່​ພົວ​ພັນ​ກັບ​ການ​ເລືອກ​ຕັ້ງ.

ພັກ PTI ກ່າວ​ຕື່ມ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ໃນ​ອັນ​ທີ່​ເປັນ​ການ​ເຄື່ອນ​ໄຫວ​ທີ່ຄາດ​ກັນ​ໄວ້ ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ ອຳ​ນາດ​ກາ​ນ​ປົກ​ຄອງ​ຟາ​ຊິ​ສ ​ໄດ້​ເຮັດ​ໃຫ້​ການ​ບໍ​ລິ​ການ​ທາງ​ອິນ​ເຕີ​ແນັດ ມີ​ຄວາມ​ໄວ​ຊ້າ​ລົງ ແລະ​ລົບ​ກວນ​ສື່​ສັງ​ຄົມ ຢູ່​ຕາມ​ເວ​ທີ​ຕ່າງໆ ແລະ​ໃນ​ທົ່ວ​ປາ​ກິ​ສ​ຖານ ກ່ອນ​ໜ້າ​ການ​ໂຮມ​ຊຸມ​ນຸມ​ ທາງ​ການ​ເມືອງອອນ​ລາຍ​ຄັ້ງ​ປະ​ຫວັດ​ສາດ Jalsa!​ ຂອງ​ພັກ PTI.”

NetBlocks ຊຶ່ງ​ເປັນ​ອົງ​ການ​ສິ້ງ​ຊອມ​ອິ​ດ​ສະ​ຫຼະ ກ່ຽວ​ກັບ​ການ​ສົ່ງ​ເສີມ​ສິດ​ທິ​ທາງ​ດີ​ຈິ​ຕອ​ລ ​ຄວາມ​ໝັ້​ນ​ຄົງ​ທາງ​ໄຊ​ເບີ້ ແລະ​ການ​ຄຸ້ມ​ຄອງ ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ລົບ​ກວນ​ໃນ​ການ​ເຊື່ອມ​ຕໍ່​ທາງ​ອິນ​ເຕີ​ແນັດ​ຢູ່​ໃນ​ປະ​ເທດ​ປາ​ກິ​ສ​ຖານ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG