ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຜູ້ແທນທຸລະກິດ ຂອງ ສະຫະລັດ ໄປຢ້ຽມຢາມອັຟການິສຖານ ທີ່ປົກຄອງໂດຍກຸ່ມຕາລິບານ ແບບບໍ່ເຄີຍມີມາກ່ອນ

ປະທານສະມາຄົມການຄ້າ ອັຟການິສຖານ ອາເມຣິກັນ ທ່ານເຈັບຟຣີ ກຣີໂກ, ຄົນທີສາມຈາກຊ້າຍ, ແລະຮອງນາຍົກລັດຖະມົນຕີ ຝ່າຍກິດຈະການເສດຖະກິດ ທ່ານອັບດຸລ ການີ ບາຣາດາ, ກາງ, ເຊິ່ງເປັນເຈົ້າພາບການປະຊຸມທາງດ້ານທຸລະກິດຮ່ວມກັນ ໃນນະຄອນຫຼວງກາບູລ, ວັນທີ 6 ກັນຍາ 2023. (Taliban Economic Commission via VOA)

ຄະນະຜູ້ແທນພາກເອກະຊົນຂອງສະຫະລັດ ເປີດການປະຊຸມໃນອັຟການິສຖານ ກັບບັນດາເຈົ້າໜ້າທີ່ ແລະຄູ່ຮ່ວມຕໍາແໜ່ງທ້ອງຖິ່ນ ໃນວັນພຸດວານນີ້ ເຊິ່ງເປັນການດໍາເນີນງານຮ່ວມກັນຄັ້ງທໍາອິດ ນັບຕັ້ງແຕ່ກຸ່ມຕາລິບານ ເຂົ້າຢຶດອໍານາດຈາກລັດຖະບານ ທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດເມື່ອ 2 ປີກ່ອນ.

ທ່ານເຈັບຟຣີ ກຣີໂກ (Jeffrey Grieco), ປະທານສະມາຄົມການຄ້າ ອັຟການິສຖານ ອາເມຣິກັນ ຫຼື AACC ຢູ່ໃນສະຫະລັດ, ເປັນຜູ້ນໍາຄະນະຜູ້ແທນດັ່ງກ່າວ.

​ໃນ​ການກ່າວທີ່ກອງປະຊຸມຜ່ານທາງໂທລະພາບ ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ກ່ຽວກັບຕົວແທນທາງດ້ານທຸລະກິດ ທີ່ ທ່ານກຣີໂກ ເປັນເຈົ້າພາບຮ່ວມນໍາ ແມ່ນຮອງນາຍົກລັດຖະມົນຕີຝ່າຍກິດຈະການເສດຖະກິດ ທ່ານມູລລາ ອັບອູລ ການີ ບາຣາດາ, ທ່ານກ່າວວ່າ ລັດຖະບານສະຫະລັດ ສະໜັບສະໜຸນການຢ້ຽມຢາມໃນຄັ້ງນີ້.

ໂຄສົກຈາກກະຊວງການຕ່າງປະເທດສະຫະລັດ ຮັບຮູ້ວ່າ ຄະນະຜູ້ແທນຈາກສະມາຄົມການຄ້າ ອາ​ເມ​ຣິ​ກັນ ແລະ “ພາກສ່ວນບຸກຄົນ ພ້ອມດ້ວຍທຸລະກິດທີ່ໜ້າສົນໃຈ ໄດ້ເດີນທາງໄປນະຄອນຫຼວງກາບູລ.”

ໂຄສົກກະຊວງການຕ່າງປະເທດ ກ່າວຢູ່ໃນຖະແຫຼງການ ທີ່ສົ່ງເຖິງ VOA ຜ່ານທາງອີເມລວ່າ “ສະຫະລັດ ຢືນຢູ່ກັບປະຊາຊົນຊາວອັຟການິສຖານ ໃນຖານະທີ່ພວກເຂົາເຈົ້າເຮັດວຽກ ເພື່ອຟື້ນຟູເສດຖະກິດຂອງພວກເຂົາເຈົ້າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG