ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີປາກິສຖານ ປະຕິເສດ ຕໍ່ການລົງນາມ ໃນກົດໝາຍທີ່ສະໜັບສະໜູນກອງທັບ ສະບັບໃໝ່


ໃນຮູບພາບຂອງເອກະສານແຈກຍາຍນີ້ ຖືກຖ່າຍ ແລະ ເຜີຍແຜ່ໂດຍພະແນກຂ່າວສານຂອງປາກິສຖານ (PID) ໃນວັນທີ 14 ສິງຫາ 2023, ປະທານາທິບໍດີປາກິສຖານ ທ່ານອາຮິຟ ອາລວີ (Arif Alvi) (ກາງ) ກ່າວຄຳສາບານຕໍ່ ທ່ານອັນວາອາຣ໌-ອຸລ-ຮັກ ຄາກາຣ໌ (ຊ້າຍ) ໃນຖານະເປັນຮັກສາການນາຍົກລັດຖະມົນຕີ ໃນລະຫວ່າງການສາບານໂຕ
ໃນຮູບພາບຂອງເອກະສານແຈກຍາຍນີ້ ຖືກຖ່າຍ ແລະ ເຜີຍແຜ່ໂດຍພະແນກຂ່າວສານຂອງປາກິສຖານ (PID) ໃນວັນທີ 14 ສິງຫາ 2023, ປະທານາທິບໍດີປາກິສຖານ ທ່ານອາຮິຟ ອາລວີ (Arif Alvi) (ກາງ) ກ່າວຄຳສາບານຕໍ່ ທ່ານອັນວາອາຣ໌-ອຸລ-ຮັກ ຄາກາຣ໌ (ຊ້າຍ) ໃນຖານະເປັນຮັກສາການນາຍົກລັດຖະມົນຕີ ໃນລະຫວ່າງການສາບານໂຕ

ປະທານາທິບໍດີປາກິສຖານ ທ່ານອາຮິຟ ອາລວີ (Arif Alvi) ກ່າວໃນວັນອາທິດວານນີ້ວ່າ ທ່ານໄດ້ປະຕິເສດການລົງນາມໃນຮ່າງກົດໝາຍສອງສະບັບ ທີ່ພວກນັກວິຈານກ່າວວ່າ ຈະ​ບ່ອນທຳລາຍ​ຕໍ່ຜູ້ທີ່ມີຄວາມເຫັນແຕກຕ່າງ ແລະເສີມຂະຫຍາຍອຳນາດຂອງເຈົ້າໜ້າທີ່ ໃນການດຳເນີນຄະດີຕໍ່ປະຊາຊົນ ໃນຂໍ້ຫາດຳເນີນການຕໍ່ຕ້ານກອງທັບ ແລະຄວາມໝັ້ນຄົງແຫ່ງຊາດ.

"ໃນຖານະທີ່ພະເຈົ້າເປັນພະຍານຂອງຂ້າພະເຈົ້າ, ຂ້າພະເຈົ້າບໍ່ໄດ້ລົງນາມໃນຮ່າງກົດໝາຍ ປັບປຸງຄວາມລັບຢ່າງເປັນທາງການ ປີ 2023 ແລະຮ່າງກົດໝາຍ ປັບ ປຸງກອງທັບປາກິສຖານປີ 2023 ເພາະວ່າຂ້າພະເຈົ້າບໍ່ເຫັນດີກັບກົດໝາຍ ເຫຼົ່ານີ້," ທ່ານອາລວີ (Alvi) ຂຽນໃນ​ສື່​ສັງ​ຄົມ X, ເຊິ່ງຮູ້ຈັກກັນກ່ອນໜ້ານີ້ໃນຊື່ວ່າທວິດ​ເຕີ (Twitter).

ລັດຖະສະພາ​ປາ​ກິດ​ສະຖານ​ໄດ້ຮັບຜ່ານ​ຮ່າງ​ກົດໝາຍ​ດັ່ງກ່າວ​ກ່ອນ​ທີ່ລັດຖະສະພາ​ຈະ​ຖືກ​ຍຸບ​ລົງ​ໃນ​ວັນ​ທີ 9 ສິງຫາ​ນີ້, ​ເມື່ອ​ສິ້ນ​ສຸດວາລະຢ່າງເປັນທາງການ. ​ແຕ່ບັນດາ​ຮ່າງ​ກົດໝາຍ​ດັ່ງກ່າວ​ຮຽກຮ້ອງ​ໃຫ້ມີການລົງລາຍເຊັນຂອງ​ປະທານາທິບໍດີເພື່ອໃຫ້​ເປັນ​ກົດໝາຍ​ທີ່​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ.

"ຂ້າພະເຈົ້າໄດ້ຂໍໃຫ້ພະນັກງານຂອງຂ້າພະເຈົ້າສົ່ງຄືນບັນດາຮ່າງກົດໝາຍທີ່ບໍ່ມີການລົງນາມດັ່ງກ່າວ ພາຍໃນເວລາທີ່ກໍານົດໄວ້ເພື່ອເຮັດໃຫ້ພວກມັນບໍ່ມີຜົນບັງຄັບໃຊ້. ຂ້າພະເຈົ້າໄດ້ຢືນຢັນຈາກພວກເຂົາຫຼາຍຄັ້ງ, ວ່າໄດ້ຄືນ ຫຼືບໍ່ ແລະໝັ້ນໃຈວ່າພວກເຂົາໄດ້ຄືນ," ທ່ານອາລວີ (Alvi) ຂຽນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG