ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຄານ, ອະດີດນາຍົກລັດຖະມົນຕີ ປາກິສຖານ, ຍັງຢູ່ໃນຄຸກ ຫຼັງຈາກຖືກໂຈະການລົງໂທດ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ ອິມຣານ ຄານ ໂອ້ລົມ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ສະ​ຖານະການ ການ​ເມືອງ​ໃນ​ປະ​ຈຸ​ບັນ ແລະຄະດີທີ່ກຳລັງດຳເນີນຢູ່ຕໍ່​ທ່ານ ຢູ່​ທີ່​ເຮືອນ​ຂອງ​ທ່ານ, ໃນ​ເມືອງ Lahore, ວັນ​ທີ 3 ສິງຫາ 2023
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ ອິມຣານ ຄານ ໂອ້ລົມ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ສະ​ຖານະການ ການ​ເມືອງ​ໃນ​ປະ​ຈຸ​ບັນ ແລະຄະດີທີ່ກຳລັງດຳເນີນຢູ່ຕໍ່​ທ່ານ ຢູ່​ທີ່​ເຮືອນ​ຂອງ​ທ່ານ, ໃນ​ເມືອງ Lahore, ວັນ​ທີ 3 ສິງຫາ 2023

ສານລັດຖະບານກາງໃນປາກິສຖານໄດ້ໂຈະຄຳຕັດສິນຕໍ່ອະດີດນາຍົກລັດຖະມົນຕີ ທ່ານອິມຣານ ຄານ (Imran Khan) ທີ່ພົບເຫັນວ່າ ມີຄວາມຜິດ ໃນຄະດີສໍ້ລາດບັງຫຼວງ ແລະການລົງໂທດຈໍາຄຸກສາມປີ ໃນວັນອັງຄານມື້ນີ້, ແລະໄດ້ສັ່ງໃຫ້ປ່ອຍ​ທ່ານ ໂດຍການປະກັນຕົວອອກມາ. ​ແຕ່​ສານ​ອີກ​ແຫ່ງ​ນຶ່ງ​ ໄດ້​ສັ່ງ​ໃຫ້​ກັກ​ຂັງ​ທ່ານ​ໃນ​ຄະດີ​ອື່ນຕ່າງຫາກ.

ຄຳຕັດສິນຂອງສານສູງໃນນະ​ຄອນ​ຫຼວງອິສລາມາບັດ (Islamabad) ໃນຄະດີຮັບສິນບົນມີຂື້ນເພື່ອຕອບສະໜອງຕໍ່ການ​ຂໍອຸທອນຂອງທ່ານຄານ (Khan) ​ໃນການຕັດສິນໂທດທ່ານ, ໂດຍໃຫ້ເຫດຜົນວ່າ ການກະທຳດັ່ງກ່າວຜິດກົດຫມາຍ ແລະລະເມີດ "ສິດທິພື້ນຖານຂອງທ່ານໃນການດຳເນີນຄະດີຕາມຂະບວນການຢຸດຕິທຳ ແລະການພິຈາລະນາຄະດີທີ່ຢຸດຕິທຳ." ຄໍາ​ສັ່ງໃຫ້ໂຈະ​ໃນ​ທີ່​ສຸດ​ຈະ​ຍັງ​ ມີ​ຜົນ​ບັງ​ຄັບ​ໃຊ້​ ຈົນ​ກວ່າ​ຈະມີການພິຈາລະນາຄຳອຸທອນ ເພື່ອ​ຂໍໃຫ້ຕ່າວປີ້ນຄຳພິພາກສາລົງໂທດ.

ນັກ​ການ​ເມືອງ​ທີ່​ມີ​ອາຍຸ 70 ປີ​ທ່ານນີ້ ​ໄດ້​ຖືກ​ຈັບ ​ແລະ​ຈຳ​ຄຸກ​ໃນ​ຕົ້ນ​ເດືອນ​ນີ້ ຫລັງ​ຈາກ​ຖືກ​ພົບ​ເຫັນ​ວ່າ​ ມີ​ຄວາມ​ຜິດ​ໃນ​ການ​ຂາຍ​ຂອງຂວັນ​ຂອງ​ລັດ​ໃນລະ ຫວ່າງຢູ່ໃນ​ຕໍາ​ແໜ່​ງ​ແລະ​ຖືກ​ກ່າວ​ຫາ​ວ່າປິດ​ບັງ​ເງິນດັ່ງກ່າວ​. ທ່ານຄານ (Khan) ໄດ້ປະຕິເສດຕໍ່ການກະທຳຜິດໃດໆ.

ການຕັດສິນລົງໂທດດັ່ງກ່າວໄດ້ສົງຜົນໃຫ້ຄະນະກໍາມະການເລືອກຕັ້ງຂອງປາກີສຖານສັ່ງຫ້າມທ່ານຄານ (Khan) ຈາກການລົງສະໝັກຮັບຕໍາແໜ່ງ ເປັນເວລາຫ້າປີຕາມກົດໝາຍທີ່ກ່ຽວຂ້ອງໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG