ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ: ກຸ່ມກໍ່ການຮ້າຍ ສັງຫານປະມານ 1,000 ຄົນໃນ ປາກິສຖານ ປະຈໍາປີ 2023 


ແຟ້ມຮູບ-ຍາດພີ່ນ້ອງ ແລະຜູ້ຮ່ວມໄວ່ທຸກ ເຂົ້າຮ່ວມພາວະນາໃນງານຊາປານະກິດສົບ ສໍາລັບຜູ້ເຄາະຮ້າຍຈາກການວາງລະເບີດຂ້າໂຕຕາຍໃນວັນອາທິດວານນີ້ ໃນເມືອງບາຈົວ ຂອງແຂວງ ໄຄເບີ ປັກທຸງກົວ, ປາກິສຖານ, ວັນທີ 31 ກໍລະກົດ 2023.
ແຟ້ມຮູບ-ຍາດພີ່ນ້ອງ ແລະຜູ້ຮ່ວມໄວ່ທຸກ ເຂົ້າຮ່ວມພາວະນາໃນງານຊາປານະກິດສົບ ສໍາລັບຜູ້ເຄາະຮ້າຍຈາກການວາງລະເບີດຂ້າໂຕຕາຍໃນວັນອາທິດວານນີ້ ໃນເມືອງບາຈົວ ຂອງແຂວງ ໄຄເບີ ປັກທຸງກົວ, ປາກິສຖານ, ວັນທີ 31 ກໍລະກົດ 2023.

ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ທົ່ວ​ປາ​ກິ​ສຖານ​ ໄດ້​ສັງຫານ​ພົນລະ​ເຮືອນ​ປະມານ 500 ຄົນ ​ແລະ​ຈຳນວນ​ທີ່​ຄ້າຍຄື​ກັນນີ້​ ຂອງກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ ​ໃນ​ປີ 2023, ເຊິ່ງ​ເປັນ​ຈຳນວນ​ຜູ້​ເສຍ​ຊີວິດ​ທີ່​ສູງ​ທີ່​ສຸດຂອງ​ປະ​ເທດໃນຮອບ 6 ປີ, ອີງຕາມການລາຍງານຂ່າວ ທີ່ໄດ້ເປີດເຜີຍອອກມາໃນວັນອາທິດວານນີ້.
ແຂວງໄຄເບີ ປາກທຸງກົວ (Khyber Pakhtunkhwa) ທີ່ຕັ້ງຢູ່ທາງພາກຕາ ເວັນຕົກສຽງເໜືອ ແລະແຂວງບາລູຈິສຕານ (Baluchistan) ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ ເຊິ່ງມີຊາຍແດນຕິດກັບ ອັຟການິສຖານ, ສ່ວນໃຫຍ່ເປັນຂົງເຂດທີ່ມີການໂຈມຕີກໍ່ການຮ້າຍ ແລະ ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີ ວິດຈໍານວນຫຼາຍ, ອີງຕາມການກ່າວຂອງການລາຍງານຈາກສູນຄົ້ນຄວ້າແລະສຶກສາດ້ານຄວາມປອດໄພ ຫຼື CRSS ທີ່ມີສໍານັກງານໃຫຍ່ໃນນະຄອນຫຼວງ ອິສລາມາບັດ.
ພວກເຂົາເຈົ້າສັງເກດເຫັນວ່າ ປີ 2023 ເປັນປີຮ້າຍແຮງທີ່ສຸດສໍາລັບເຈົ້າໜ້າທີ່ຕໍາຫຼວດ ແລະກໍາລັງທະຫານຂອງປາກິສຖານໃນຮອບນຶ່ງທົດສະວັດ, ຈາກການເກັບກໍາຂໍ້ມູນພົບວ່າ ພວກເຂົາເຈົ້າສູນເສຍເຈົ້າໜ້າທີ່ບຸກຄະລາກອນຫຼາຍກວ່າ 500 ຄົນຈາກການໂຈມຕີດ້ວຍການວາງລະເບີດ ແລະການລັກລອບໂຈມຕີຂອງພວກກໍ່ການຮ້າຍ.

ກຸ່ມພວກຕໍ່ຕ້ານລັດຖະບານ ເຊັ່ນ ກຸ່ມ ເຕຣິກ-ອີ-ຕາລິບານ ປາກິສຖານ ຫຼື TTP, ກຸ່ມ ເຕຣິກ-ອີ-ຈີຮາດ ປາກິສຖານ ຫຼື TJP, ພວກກະບົດແບ່ງແຍກດິນແດນ ບາລລອຈ (Baloch), ແລະກຸ່ມເຄືອ​ຂ່າຍລັດອິດສະລາມ ເຊິ່ງຮູ້ກັນໃນຊື່ລັດອິສລາມໂຄຣາຊານ, ມັກຈະອ້າງ ຫຼື​ ​ຖິ້ມ​ໂທດ​ໃສ່​ຄວາມ​ຮຸນ​ແຮງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG