ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ປະຕິເສດການຊ່ອຍເຫຼືອຂອງປາກິສຖານ ທີ່ກ່ຽວຂ້ອງກັບແຜ່ນດິນໄຫວ ຍ້ອນເລື້ອງໂຕ້ແຍ້ງ ທີ່ນຳລົງໃນສື່ສັງຄົມ


ຊາວອັຟການິສຖານ ຮັບເອົາການຊ່ອຍເຫຼືອ ໃນຂະນະພາຍຸທະເລຊາຍ ກະທົບຄຸ້ມບ້ານ ຈາຮັກ ຫຼັງຈາກເກີດແຜ່ນດິນໄຫວ ໃນເມືອງເສນດາ ຈານ ໃນແຂວງ ເຮຣາດ, ທາງພາກຕາເວັນຕົກຂອງອັຟການິສຖານ, ວັນທີ 12 ຕຸລາ 2023.
ຊາວອັຟການິສຖານ ຮັບເອົາການຊ່ອຍເຫຼືອ ໃນຂະນະພາຍຸທະເລຊາຍ ກະທົບຄຸ້ມບ້ານ ຈາຮັກ ຫຼັງຈາກເກີດແຜ່ນດິນໄຫວ ໃນເມືອງເສນດາ ຈານ ໃນແຂວງ ເຮຣາດ, ທາງພາກຕາເວັນຕົກຂອງອັຟການິສຖານ, ວັນທີ 12 ຕຸລາ 2023.

ກຸ່ມຕາລີບານຂອງອັຟການິສຖານ ໄດ້ກີດຂວາງການຊ່ອຍເຫຼືອບັນເທົາທຸກຈາກປາກິສຖານ ທີ່ກ່ຽວຂ້ອງກັບແຜ່ນດິນໄຫວ ເນື່ອງຈາກເລື້ອງທີ່ໂຕ້ແຍ້ງກັນໄດ້ຖືກນຳລົງໃນສື່ສັງຄົມ ໂດຍນາຍົກລັດຖະມົນຕີຂອງປະເທດດັ່ງກ່າວ ທ່າມກາງຄວາມສຳພັນລະຫວ່າງສອງຝ່າຍ ທີ່ເຄັ່ງຕຶງຢູ່ແລ້ວ ຊຶ່ງວີໂອເອ ໄດ້ຮຽນຮູ້ໃນວັນພະຫັດວານນີ້ ຈາກແຫລ່ງຂ່າວທີ່ເປັນເຈົ້າໜ້າທີ່ຂັ້ນສູງ.

ເຈົ້າໜ້າທີ່ອະວຸໂສຂອງຕາລີບານຜູ້ນຶ່ງ ກ່າວໃນເງື່ອນໄຂຂອງການບໍ່ເປີດເຜີຍຕົວຕົນ ໃນຂະນະທີ່ບໍ່ໄດ້ຮັບອະນຸຍາດໃຫ້ສົນທະນາກ່ຽວກັບເລື້ອງດັ່ງກ່າວຢ່າງເປີດເຜີຍ ໄດ້ຢັ້ງຢືນວ່າ ເລື້ອງທີ່ນາຍົກລັດຖະມົນຕີຂອງປາກິສຖານ ທ່ານອານວາຣ-ອູລ-ຮາກ ກາຄາຣ ໄດ້ເອົາລົງໃນສື່ສັງຄົມ X ທີ່ເຄີຍຮູ້ຈັກຄື ທວີດເຕີ ນັ້ນ ເປັນສາເຫດຢູ່ເບື້ອງຫລັງ ຂອງການປະຕິເສດ ຮັບເອົາການຊ່ອຍເຫຼືອ.

ເລື້ອງໂຕ້ແຍ້ງກັນ ໄດ້ເລີ້ມຕົ້ນຂຶ້ນ ຫຼັງຈາກແຜ່ນດິນໄຫວຄວາມແຮງ 6.3 ໄດ້ກະທົບຕໍ່ຫຼາຍພື້ນທີ່ໃນແຂວງ ເຮຣາດ ທາງພາກຕາເວັນຕົກຂອງອັຟການິສຖານ. ອິສລາມາບັດ ໃນທັນທີໄດ້ປະກາດວ່າ ຕົນຈະສົ່ງເຮືອບິນຂົນສົ່ງເຕັມໄປດ້ວຍຕູບຜ້າສຳລັບລະດູໜາວ 5,000 ຕູບ, ຜ້າຫົ່ມ 15,000 ຜືນ, ເຄື່ອງກິນ, ອຸປະກອນການແພດ ແລະທີມງານແພດໝໍຊຸດນຶ່ງ ສຳລັບພວກຜູ້ເຄາະຮ້າຍຈາກໄພພິບັດຮ້າຍແຮງນັ້ນ ຢ່າງຮີບດ່ວນ.

ກົມຄຸ້ມຄອງໄພພິບັດແຫ່ງຊາດ ໄດ້ກຽມພ້ອມການຈັດສົ່ງດັ່ງກ່າວ ແລ້ວໄດ້ນຳລາຍລະອຽດຕ່າງໆລົງໃນເວັບໄຊທີ່ເປັນທາງການຂອງຕົນ. ຕໍ່ມາບໍ່ເທົ່າໃດຊົ່ວໂມງ ທ່ານກາຄາຣ ໄດ້ກ່າວອ້າງໃນຂໍ້ຄວາມທີ່ຂຽນລົງໃນ X ວ່າ ການຊ່ອຍເຫຼືອໄດ້ຖືກນຳສົ່ງຕາມການຮ້ອງຂໍໂດຍລັດຖະບານຂອງຕາລີບານ ເຖິງແມ່ນວ່າ ກາບູລ ມາເຖິງປັດຈຸບັນນີ້ ບໍ່ໄດ້ຂໍຮ້ອງຢ່າງເປັນທາງການ ໃຫ້ຕ່າງປະເທດໃດໆ ສົ່ງການບັນເທົາທຸກມາ.

ທ່ານກາຄາຣ ຍັງໄດ້ນຳເອົາລາຍລະອຽດຕ່າງໆຂອງເຄື່ອງທັງຫຼາຍ ທີ່ບໍ່ຖືກຕ້ອງ ຊຶ່ງລັດຖະບານຂອງທ່ານໄດ້ວາງແຜນ ຈະສົ່ງໄປອັຟການິສຖານນັ້ນ ລົງໃນສື່ສັງຄົມອີກ.

Afghanistan's Taliban have blocked earthquake-related relief assistance from Pakistan over a controversial social media post by the country's prime minister amid an already strained bilateral relationship, VOA learned Thursday from highly placed official sources.

A senior Taliban official, speaking on condition of anonymity while not being authorized to discuss the matter publicly, confirmed that Pakistani Prime Minister Anwaar-ul-Haq Kakar's post on X (formerly Twitter) was behind their refusal to accept the aid.

The controversy started after a strong 6.3-magnitude quake struck parts of the western Afghan province of Herat. Islamabad immediately announced it would urgently dispatch a transport plane loaded with 5,000 winterized tents, 15,000 blankets, food items, medical supplies and a team of medical doctors for victims of the deadly calamity.

The National Disaster Management Authority prepared the consignment, sharing details on its official website. Hours later, Kakar claimed in a post on X that the aid was being dispatched at the request of the Taliban government, even though Kabul has to date formally not asked foreign countries to send relief.

Kakar also posted inaccurate details of the items his government had planned to send to Afghanistan.

XS
SM
MD
LG