ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ປະ​ນາມ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ ທີ່​ຮ້າຍ​ແຮງ​ຂອງ​ອີ​ຣ່ານ


ແຜນ​ທີ່​ອີ​ຣ່ານ
ແຜນ​ທີ່​ອີ​ຣ່ານ

ປາ​ກິ​ສ​ຖານ​ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ຂອງ​ອີ​ຣ່ານ ໄດ້​ສັງ​ຫານ “ເດັກ​ນ້ອຍ​ໄຮ້​ດຽງ​ສາ” 2 ຄົນ ທີ່​ແຂວງ​ບາ​ລູ​ຈິ​ສ​ຕານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຕົນ ແລະ​ເຕືອນ​ອີ​ຣ່ານ ​ເຖິງ “ຜົນ​ທີ່​ຈະ​ຕິດ​ຕາມ​ມາ​ຢ່າງ​ຮ້າຍ​ແຮງ.”

ຖະ​ແຫຼງ​ການ​ດັ່ງ​ກ່າວ​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ອີ​ຣ່ານ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ ​ທີ່​ໝັ້ນ​ຂອງ​ກຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຊຸນ​ນີ່ ຈາ​ອິ​ສ ອາ​ລ ອາ​ແດ​ລ (ກອງ​ທັບ​ເພື່ອ​ຄວາມ​ຍຸ​ຕິ​ທຳ) ທີ່​ຖືກ​ກ່າວ​ຫາ​ວ່າ ໃຫ້​ບ່ອນ​ຫຼົບ​ລີ້ ຢູ່​ໃນ​ເຂດ​ຊາຍແດນ​ປາ​ກິ​ສ​ຖານ ທີ່​ຍາວ​ຢຽດ​ເກືອບ 900 ກິ​ໂລ​ແມັດ ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມຂອງ​ອີ​ຣ່ານ ມີ​ລາຍ​ງານ​ວ່າ ເປັນ​ຜູ້​ທຳ​ການ “​ໂຈມ​ຕີດ້ວຍລູກ​ສອນ​ໄຟ ​ແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​” ຕໍ່ເຂດ​ບາ​ລູ​ຈິ​ສ​ຕານ.

ໃນ​ຕອນ​ແລງ​ຂອງວັນ​ອັງ​ຄານ ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສ​ຖານ ໄດ້​ປະ​ນາມ “ການ​ລະ​ເມີດ​ແບບ​ບໍ່​ມີ​ເຫດ​ຜົນ​ຕໍ່​ເຂດ​ນ່ານ​ຟ້າ​ຂອງ​ຕົນ​ໂດຍ​ອີ​ຣ່ານ” ແລະ​ກ່າວ​ວ່າ ການ​ໂຈມ​ຕີນີ້​ຍັງ​ເຮັດ​ໃຫ້​ເດັກ​ນ້ອຍ​ແມ່​ຍິງ 3 ຄົນ​ບາດ​ເຈັບ. ປາ​ກິ​ສ​ຖານ​ກ່າວ​ວ່າ ຕົນ​ໄດ້​ຍື່ນ​ປະ​ທ້ວງ ​ຢ່າງ​ເປັນ​ທາງ​ການ ໃນ​ການ​ກະ​ທຳ “​ທີ່​ຮັບ​ເອົາ​ບໍ່​ໄດ້​ຢ່າງ​ສິ້ນ​ເຊີງ” ຕໍ່​ເຕ​ຫະ​ຣ່ານ​ແລ້ວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ຕົນ​ໄດ້​ຮຽກ​ໂຕ​ອຸບ​ປະ​ທູດ​ອີ​ຣ່ານ​ເຂົ້າ​ພົບ “ເພື່ອ​ຍື່ນ​ການ​ປະ​ທ້ວງ​ທີ່​ແຮງ​ສຸດ ໃນ​ການ​ລະ​ເມີດ​ຢ່າງ​ເປີດ​ແປນ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ປາ​ກິ​ສ​ຖານ ແລະ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜົນ​ທີ່​ຕິດ​ຕາມ​ມາ ຈະ​ຕົກ​ເປັນ​ຂອງ​ອີ​ຣ່ານ​ຢ່າງ​ເຕັມ​ທີ່.”

ການ​ກະ​ທຳ​ໂດຍ​ລຳ​ພັງ​ພຽງ​ຝ່າຍ​ດຽວ​ທຳ​ນອງນີ້ “ສາ​ມາດ​ບ່ອນ​ທຳ​ລາຍ​ຢ່າງ​ຮ້າຍ​ແຮງ​ ຕໍ່​ຄວາມ​ເຊື່ອ​ຖື​ແລະຄວາມ​ເຊື່ອ​ໝັ້ນ​ທີ່​ມີ​ຕໍ່​ກັນ” ຖະ​ແຫຼງ​ການ​ໄດ້​ເຕືອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG