ສະປະຊາຊາດປະຕິເສດ ຕໍ່ລາຍງານສື່ມວນຊົນ ທີ່ວ່າ ຕົນເຂົ້າແຊກແຊງໃນ ສານອາຊະຍາກໍາສົງຄາມ ໃນກໍາປູເຈຍ.
ປະທານາທິບໍດີສະຫະລັດ ຮຽກຮ້ອງໃຫ້ໃຫ້ຊູດານ ຢຸດເຊົາການນາບຂູ່ຮາວີ ຕໍ່ເຂດພາກໃຕ້.
ຟີລິບປິນກ່າວວ່າ ຕົນໄດ້ຖອກຫລັກໝາຍເຂດແດນ ທີ່ເປັນບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້.
ທົ່ວໂລກຈະໄດ້ເຫັນຈັນທະຄາດເຕັມດວງ ຫລືກົບກິນເດືອນ ທີ່ບໍ່ສູ້ມີ ແລະດົນ ເກືອບຮອດ 2 ຊົ່ວໂມງ ໃນວັນພຸດ ມື້ອື່ນນີ້.
ພວກກະບົດເຜົ່າກະຈິນເຕືອນວ່າ ສົງຄາມອາດຈະ ຂະຫຍາຍວົງກວ້າງອອກໄປອີກ ນອກຈາກວ່າ ທະຫານລັດຖະບານ ຢຸດທໍາການໂຈມຕີ.
ຂີ້ເຖົ່າຈາກພູໄຟໃນຊີເລໄດ້ສ້າງ ຄວາມຫຍຸ້ງຍາກສັບສົນໃຫ້ແກ່ ສາຍການບິນຕ່າງໆ ໃນຫລາຍປະເທດ.
ພວກບຸກໂຈມຕີໄດ້ລະເບີດລົດ 2 ຄັນ ໃກ້ໆກັບບໍລິເວນທາງເຂົ້າ ໂຮງການແຂວງທີ່ເມືອງຫລວງ Baquba ຂອງແຂວງ Diyala.
ສະພາເສດຖະກິດໂລກຮຽກຮ້ອງ ໃຫ້ບັນດາປະເທດໃນເອເຊຍ ໃຊ້ຈ່າຍເງິນຫລາຍຂຶ້ນ ເພື່ອຊ່ອຍລົບລ້າງຄວາມທຸກຈົນ ຂອງໂລກ.
ສະຫະລັດສະກັດກັ້ນເຮືອເກົາຫລີເໜືອລໍານຶ່ງທີ່ສົງໄສວ່າ ບັນທຸກສິນຄ້າຕ້ອງຫ້າມ ໄປໃຫ້ມຽນມາ.
ຫວຽດນາມເລື້ມທໍາການ ຊ້ອມລົບທາງທະເລ ທ່າມກາງຄວາມເຄັ່ງຕຶງ ທີ່ເພີ່ມທະວີຂຶ້ນກັບຈີນ.
ນາຍົກລັດຖະມົນຕີ Erdogan ທີ່ຊະນະການເລືອກຕັ້ງໃນມື້ວານນີ້ ໃຫ້ຄໍາໜັ້ນສັນຍາ ຈະຍື່ນມືຫາພວກຝ່າຍຄ້ານ.
ຕໍາຫລວດອີຣັກກ່າວວ່າ ປະຊາຊົນ 5 ຄົນເສຍຊີວິດແລະ 15 ຄົນບາດເຈັບ ໃນການວາງລະເບີດສະລະຊີບ ໃນພາກໃຕ້ຂອງອີຣັກ.
ພວກທະຫານຊີເຣຍທີ່ໄດ້ຮັບການໜຸນຫລັງ ຈາກເຮືອບິນເຮລີຄອບເຕີແລະລົດຖັງ ເຂົ້າຄວບຄຸມເມືອງ Jisr al-Shughour ໃນພາກເໜືອ ໄດ້ຄືນ.
ຜູ້ປະມູນກິນເຂົ້າທ່ຽງກັບທ່ານ Warren Buffet ມະຫາເສດຖີລົງທຶນອະເມລິກັນ ຈ່າຍເງິນ 2 ລ້ານ 6 ແສນໂດລາ.
ປະຊາຊົນຫວຽດນາມປະມານ 100 ຄົນ ທໍາການປະທ້ວງຢູ່ນອກ ສະຖານທູດຈີນ ທີ່ກຸງຮາໂນຍອີກ ໃນວັນອາທິດມື້ນີ້.
ເຈົ້າໜ້າທີ່ປາກີສຖານກ່າວວ່າ ຈໍານວນ ຜູ້ເສຍຊີວິດ ເພີ້ມຂຶ້ນເປັນຢ່າງໜ້ອຍ 34 ຄົນແລ້ວໃນການໂຈມຕີດ້ວຍລະເບີດ ທີ່ ເມືອງເປຊາວາ ເມື່ອວັນເສົາວານນີ້.
ໂຊມາເລຍກ່າວວ່າ ກໍາລັງຮັກສາຄວາມປອດໄພ ໄດ້ຍິງຫົວໜ້າເຄືອຂ່າຍອາລກາອີດາຕາຍ ໃນສັບປະດາຜ່ານມາ.
ລັດຖະມົນຕີການຕ່າງປະເທດເອເຊຍ ແລະຢູໂຣບ ຕ້ອງການການຮ່ວມໄມ້ຮ່ວມມື ກັນຫລາຍຂຶ້ນ ລະຫວ່າງພາກພື້ນຂອງເຂົາເຈົ້າ.
ລັດຖະບານຍີ່ປຸ່ນ ຈະຈັດຕັ້ງອົງການອິດສະລະນຶ່ງຂຶ້ນ ເພື່ອວາງກົດລະບຽບ ໃໝ່ ກ່ຽວກັບນີວເຄລຍຂອງຕົນ.
ບັນດາເຈົ້າໜ້າທີ່ສະຫະລັດ ແລະເຢເມນ ກ່າວວ່າ ປະທານາທິບໍດີຊາເລ ແຫ່ງ ເຢເມນ ມີອາການສາຫັດ ກວ່າທີ່ໄດ້ບອກໃຫ້ຮູ້ກ່ອນໜ້ານີ້.
ໂຫລດຕື່ມອີກ