ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານຊີເຣຍຍຶດເອົາ ເມືອງໃນພາກເໜືອໄດ້ຄືນ.


ຊາວອົບພະຍົບຊີເຣຍ ທີ່ຫລົບໜີການສູ້ລົບ, ວັນທີ 11 ມີຖຸນາ 2011.
ຊາວອົບພະຍົບຊີເຣຍ ທີ່ຫລົບໜີການສູ້ລົບ, ວັນທີ 11 ມີຖຸນາ 2011.

ພວກ​ທະຫານຊັ້ນ​ຫົວ​ກະທິ​ຊອງ​ຊີ​ເຣຍທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຕິດ​ອາວຸດ​ປືນ​ແລະ​ລົດ​ຖັງ​ ໄດ້​ເຂົ້າ​ຄວບ​ຄຸມເມືອງ ທີ່​ປະຊາຊົນ​ໄດ້​ລຸກ​ຮື​ຂຶ້ນຕໍ່ຕ້ານ ໃນ​ພາກ​ເໜືອ​ຂອງ​ປະ​ເທດນັ້ນ​ແລ້ວ.

ສື່​ມວນ​ຊົນ​ແຫ່ງ​ລັດ​ຊີ​ເຣຍກ່າວ​ວ່າ ພວກ​ທະຫານ​ຂອງ​ລັດຖະບານ​ໄດ້ ເຂົ້າ​ໄປ​ໃນ​ເມືອງ Jisr al-Shughour ​ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ປົດ​ກະນວນ​ວັດຖຸ​ລະ​ເບີດ​ ທີ່​ພວກ​ມື​ປືນ​ຫ້າງ​ໄວ້​ຕາມ​ຖະໜົນ​ແລະ ຂົວ​ແຫ່ງ​ຕ່າງໆ​ນັ້ນ ​ແລະວ່າ ທະຫານ​ຝ່າ​ຍລັດຖະບານ​ຄົນ​ນຶ່ງ​ແລະ​ພວກ​ມື​ປືນ 2 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ໃນ​ເຂດ​ອ້ອມ​ແອ້ມ​ຕົວ​ເມືອງ​.

ຫລັງ​ຈາກ​ທໍາ​ການ​ລະດົມ​ຍິງ​ໃສ່​ໃນ​ເມືອງ​ດັ່ງກ່າວ​ແລ້ວ ພວກ​ລົດ​ຖັງ​ແລະ​ລົດ​ຫຸ້ມ​ເກາະ​ຂະ
ໜາດ​ໜັກກໍ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ​ຈາກສອງ​ດ້ານດ້ວຍກັນ.

ໃນວັນອາທິດ​ວານ​ນີ້ ພວກ​ທະຫານ​ຊີ​ເຣຍ​ໄດ້ກູ້​ເອົາ​ສົບ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ 10 ສົບ​ອອກຈາກ​ຂຸມ​ຝັງ​ສົບ​ໝູ່​ໃນ​ເມືອງ Jisr al-Shughour ນັ້ນ. ສື່​ມວນ​ຊົນ​ທາງ​ການ​ຂອງ​ຊີ​ເຣຍກ່າວ​ວ່າ ຫົວ​ແລະ​ແຂນ​ຂາ​ຂອງ​ພວກ​ທີ່​ເສຍ​ຊີວິດ​ຖືກ​ຕັດ. ຜູ້​ສື່​ຂ່າວ​ອົງກາ​ນຂ່າວ AP ທີ່​ຕິດຕາມໄປ​ນໍາ​ພວກ​ທະຫານ​ຊີ​ເຣຍ ກ່າວ​ວ່າ ຢ່າງ​ນ້ອຍ​ 4 ສົບ​ໄດ້ຖືກຕັດ​ຫົວ ຫລື​ຖືກ​ຂວັນ​ສັບ​ຫົວ​.

ລັດຖະບານ​ຊີ​ເຣຍ​ໄດ້​ກ່າວ​ຫາ​ພວກ​ແກ໊ງປະກອບ​ອາວຸດ​ໃນ​ເມືອງ Jisr Al-Shughour ​ວ່າເປັນ​ຜູ້​ສັງຫານ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ນັ້ນ. ປະຊາຊົນ​ໃນ​ເມືອງ​ດັ່ງກ່າວ​ເວົ້າ​ວ່າ ພວກ​ທະຫານ​ແລະ​ຕໍາຫລວດ​ບາງ​ຄົນ​ພາກັນ​ໂຕນ​ໜີ​ແລະ​ເຂົ້າ​ຮ່ວມ​ກັບ​ພວກ​ປະ​ທ້ວງ ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ບັງຄັບ​ໃຫ້​ຍິງ​ໃສ່ນັ້ນ. ​ເມືອງດັ່ງກ່າວ​ໄດ້​ຕົກ​ເປັນ​ຈຸດ​ສຸມ​ຂອງ​ການ​ປະຕິບັດ​ງານ​ທາງ​ທະຫານ​ມາເປັນ​ເວລາ​ຫລາຍ​ມື້​ແລ້ວ.

ປະ​ເທດ​ເພື່ອນ​ບ້ານ ເທີ​ກີ ​ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ເມືອງ Jisr Shughour ປະມານ 20 ຫລັກ​ກິ​ໂລເເມັດ ​ໄດ້​ໃຫ້ພວກ​ອົບ​ພະຍົບປະມານ 5 ພັນ​ຄົນ​ທີ່​ພາກັນ​ຫລັບ​ໜີ​ຈາກ​ການ​ສູ້​ລົບ​ກັນ​ນັ້ນ ລີ້ໄພ​ຢູ່​ຊົ່ວຄາວ. ພວກ​ຊາວ​ເມືອງ​ກ່າວ​ວ່າ ພວກ​ອົບ​ພະຍົບອີກ​ຫລາຍພັນຄົນ​ ​ໄດ້​ພາກັນໄປ ຫາ​ບ່ອນ​ລີ້ໄພຊົ່ວຄາວ​ໃນ​ໝູ່​ບ້ານ​ແຫ່ງ​ຕ່າງ​ໆຂອງ​ຊີ​ເຣຍ ​ໃກ້​ໆກັບ​ຊາຍ​ແດນ​ນັ້ນ.

XS
SM
MD
LG