ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈະເກີດຈັນທະຄາດເຕັມດວງ ໃນວັນພຸດ 15 ມິຖຸນານີ້


ຮູບຈັນທະຄາດເຕັມດວງ ຫລືກົບກິນເດືອນເຕັມດວງ ທີ່ເກີດຂຶ້ນເມື່ອເດືອນທັນວາ 2010.
ຮູບຈັນທະຄາດເຕັມດວງ ຫລືກົບກິນເດືອນເຕັມດວງ ທີ່ເກີດຂຶ້ນເມື່ອເດືອນທັນວາ 2010.

ຈັນທະ​ຄາດ​ເຕັມ​ດວງ ຫລື​ກົບ​ກິນ​ເດືອນໝົດໜ່ວຍ ທີ່​ບໍ່​ສູ້​ມີ​ແລະ​ດົນ​ຜິດ​ທໍາ​ມະ​ດາ ຈະ​ເກີດ​
ຂຶ້ນ​ໃນ​ວັນ​ທີ 15 ມິຖຸນາ ວັນ​ພຸດ​ມື້​ອື່ນ​ນີ້ ຊຶ່ງ​ພະຈັນ​ຈະໄດ້ໂຄຈອນ​ຜ່ານ​ເງົາ​ຂອງ​ໃຈກາງ
ໜ່ວຍ​ໂລກ​ໂດຍ​ກົງ ດົນເປັນພິເສດ 100 ນາທີ ຊຶ່ງ​ນີ້​ຈະ​ເປັນ​ເວລາ​ພຽງ​ແຕ່ 7 ນາທີ ສັ້ນ
ກວ່າ​ເວລາ​ ທີ່ຈັນທະຄາດ​ເຕັມ​ດວງ​ ສາມາດເກີດໄດ້ດົນທີ່ສຸດນັ້ນ.

ເຫດ​ທ້ອງຟ້າ​ມືດ​ມົນ​ທັງ​ໝົດ​ຈະ​ກິນ​ເວລາ​ດົນ​ກວ່າ 5 ຊົ່ວ​ໂມງ​ເຄິ່ງຄື​ຕັ້ງ​ແຕ່​ບ່າຍ 5:00 ​ໂມງ​
ໄປ​ຮອດ​ເວລາເກືອບ 11 ​ໂມງ​ກາງຄືນ.ນອກຈາກ​ທະວີບອາ​ເມ​ລິ​ກາ​ເໜືອ​ແລ້ວ ຜູ້​ຄົນ​ສາ
ມາດມອງ​ເຫັນ​ຈັນທະຄາດໃນ​ບາງ​ຈຸດ​ຂອງ​ທ້ອງຟ້າ​ສ່ວນ​ໃຫຍ່​ໃນ​ໂລກ. ພວກ​ເບິ່ງ​ທ້ອງຟ້າ​
ໃນເຂດທະວີບ​ອະ​ຟຣິກາ​ຕາ​ເວັນ​ອອກ ພ້ອມ​ທັງ​ພາກສ່ວນ​ຕ່າງໆ​ໃນ​ທະວີບ​ອາ​ເມລິ​ກາ​ໃຕ້
ພາກ​ເອ​ເຊຍ​ກາງ​ແລະ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແລະ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອສ​ເຕຣ​
ເລຍ​ຈະ​ມີ​ໂອກາດ​ໄດ້​ເຫັນ​ຈັນທະຄາດ​ນີ້​ໄດ້​ເວລາເງົາ​ມືດ​ຂອງ​ໜ່ວຍ​ໂລກ​ບົດ​ບັງດວງ​ຈັນ​ໄວ້​
ຢ່າງ​ເຕັມ​ສ່ວນ​ນັ້ນ.

ຈັນທະຄາດ​ເຕັມ​ດວງ​ເປັນ​ເວລາ​ດົນ​ນານ​ທີ່​ສຸດ​ເທື່ອ​ໜ້າ​ແມ່ນ​ຈະ​ເກີດ​ຂຶ້ນໃນ​ເດືອນ​ກໍລະ​ກົດ
ປີ 2018 ​ແລະ​ຈະ​ໃຊ້​ເວລາດົນເຖິງ 106 ນາທີ.

ມັນ​ບໍ່​ຄື​ກັນ​ກັບ​ສຸລິຍະຄາດ ມັນ​ປອດ​ໄພ​ສໍາລັບ​ເຮົາ​ເບິ່ງ​ຈັນທະຄາດ​ຫລື​ກົບ​ກິນ​ເດືອນ​ໄດ້​
ດ້ວຍ​ຕາ​ເປົ່າ.

XS
SM
MD
LG