ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຫວຽດນາມທໍາການ ປະທ້ວງຈີນອີກ


ພວກປະທ້ວງຫວຽດນາມທີ່ຖືປ້າຍອ່ານວ່າ ໝູ່ເກາະ "Paracel ແລະ Spratly ເປັນຂອງຫວຽດນາມ," ຢູ່ນອກສະຖານທູດຈີນທີ່ກຸງຮາໂນຍ ວັນທີ 12 ມິຖຸນາ 2011
ພວກປະທ້ວງຫວຽດນາມທີ່ຖືປ້າຍອ່ານວ່າ ໝູ່ເກາະ "Paracel ແລະ Spratly ເປັນຂອງຫວຽດນາມ," ຢູ່ນອກສະຖານທູດຈີນທີ່ກຸງຮາໂນຍ ວັນທີ 12 ມິຖຸນາ 2011

ປະຊາຊົນ​ຫວຽດນາມ​ປະມານ 100 ຄົນ​ພາກັນ​ທໍາ​ການ​ປະ
ທ້ວງ​ຢູ່​ນອກສະຖານທູດ​ຈີນ​ທີ່​ກຸງ​ຮາ​ໂນ​ຍ​ ເປັນ​ວັນ​ອາທິດ​ທີ
ສອງ​ລຽນຕິດ ທວງ​ໃຫ້​ຈີນ​ອອກ​ຈາກ​ນ່ານນໍ້າ​ທີ່​ຫວຽດນາມ
ອ້າງ​ເອົາ​ກໍາມະສິດ​ນັ້ນ.

ພວກ​ປະ​ທ້ວງ​ເຫລົ່າ​ນີ້​ໄດ້​ຖືກ​ຫ້ອມ​ລ້ອມ​ໂດຍ​ພວກ​ເຈົ້າ​ໜ້າ​
ທີ່​ປາບ​ການຈາລະ​ຈົນ​ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ
ແລະ​ໄດ້​ສະຫລາຍ​ໂຕໄປ​ຢ່າງ​ສັນຕິ​ຫລັງ​ຈາກ​ທໍາ​ການ​ປະ​
ທ້ວງ​ເປັນ​ເວລາ​ປະມານ​ເຄິ່ງຊົ່ວ​ໂມງ. ພວກ​ປະ​ທ້ວງ​ຍັງໄດ້
ຮັບ​ອະນຸຍາດ​ໃຫ້​ເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​ຫົນທາງ​ສາຍ
ຕ່າງໆ​ໃນ​ນະຄອນຫລວງ​ຮາ​ໂນ່ຍນໍາ​. ມີ​ການ​ເດີນຂະ​ບວນປະ​ທ້ວງ​ໃນ​ທໍານອງ​ດຽວ​ກັນ​ນີ້​ທີ່​
ນະຄອນ​ໂຫຈິມິນ ຫລື​ໄຊ​ງ່ອນ​ເກົ່າ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ.

ການ​ເດີນ​ຂະ​ບວນປະ​ທ້ວງ​ດັ່ງກ່າວ​ມີ​ຂຶ້ນ​ກ່ອນ​ການ​ຊ້ອມ​ລົບ​ທາງ​ເຮືອ​ທີ່ໃຊ້​ລູກປືນ​ແທ້​ ທີ່​ທາງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກ່າວ​ວ່າ ຈະ​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້​ ຢູ່​ນອກ​ຝັ່ງ​ທະ​ເລ​ພາກ​ກາງ​ຂອງ​ປະ​ເທດ​.

ຈີນ​ແລະ​ຫວຽດນາມ​ໄດ້​ມີ​ບັນຫາ​ຂັດ​ແຍ້​ງກັນ​ມາ​ກ່ຽວ​ກັບ 2 ​ເຫດການ​ທີ່​ຈີນໄດ້​ເຂົ້າ​ແຊກ​ແຊງ​
ກັບເຮືອ​ຂອງຫວຽດນາມ​ທີ່ທໍາ​ການ​ບຸກ​ເບີກ​ຫາ​ບໍ່ນໍ້າມັນ​ໃນ​ເຂດ​ນ່ານນໍ້າ​ທີ່​ເປັນ​ບັນຫາ​ຂັດ​
ແຍ້​ງກັນ​ນັ້ນ.

ຈີນ ຫວຽດນາມ ຟີ​ລິບ​ປິນ ມາ​ເລ​ເຊຍ ບຣູ​ໄນ ​ແລະ​ໄຕ້​ຫວັນ ທັງ​ໝົດ​ຕ່າງ​ກໍ​ໄດ້ອ້າງ​ເອົາ​ດິນ
ແດນ​ໃນ​ທະ​ເລ​ຈີນ​ຕອນ​ໃຕ້ ຊຶ່ງ​ມີ​ການ​ຄາດ​ຄິດກັນວ່າ ​ເຂດ​ດັ່ງກ່າວ​ອຸດົມ​ສົມບູນ​ໄປ​ດ້ວຍ​ບໍ່​
ນໍ້າມັນ​ແລະ​ແກມ​ທໍາ​ມະ​ຊາດຢ່າງ​ຫລວງຫລາຍ​ນັ້ນ.

XS
SM
MD
LG