ອົງການສະຫະປະຊາຊາດ ໄດ້ປະຕິເສດຕໍ່ລາຍງານສື່ມວນຊົນ ທີ່ວ່າຕົນ ໄດ້ແນະນໍາໃຫ້
ພວກຜູ້ພິພາກສາທີ່ສານອາຊະຍາກໍາສົງຄາມຂອງກໍາປູເຈຍຍົກຟ້ອງຄະດີນຶ່ງໃນຫລາຍໆ
ຄະດີ ທີ່ພົວພັນກັບຄວາມໂຫດຮ້າຍຂອງ ພວກຂະເໝນແດງໃນກໍາປູເຈຍ ເມື່ອສາມສິບປີ
ຜ່ານມາແລ້ວນັ້ນ.
ໂຄສົກສໍາລັບເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນວັນອັງຄານວານນີ້ວ່າ
ສານດັ່ງກ່າວເປັນອົງກອນອິດສະຫລະ ແລະວ່າອົງການະຫະປະຊາຊາດແມ່ນສະໜັບສະ
ໜຸນໃນຄວາມເປັນອິດສະຫລະຂອງກະບວນການຕຸລາການ ຢູ່ໃນກໍາປູເຈຍແລະໃນແຫ່ງ
ອື່ນໆ.
ເມື່ອຕົ້ນອາທິດນີ້ ລາຍງານສື່ມວນຊົນເວົ້າວ່າ ມີພະນັກງານອົງການສະຫະ ປະຊາຊາດ ຢ່າງໜ້ອຍຫ້າຄົນ ຢູ່ໃນພະແນກສືບສວນສອບສວນຂອງສານ ໄດ້ພາກັນໜີອອກຈາກໜ້າທີ່ໄປ ໃນເດືອນເມສາຜ່ານມາ ຫລັງຈາກບໍ່ເຫັນ ພ້ອມນໍາການຕັດສິນໃຈຂອງສານ ທີ່ຈະປິດຄະດີທີ່ສາມທີ່ພົວພັນກັບອະດີດສະມາຊິກອາວຸໂສສອງຄົນຂອງກອງທັບຂະເໝນແດງ ທີ່ສົງໄສວ່າມີບົດ ບາດໃນການຕາຍຂອງປະຊາຊົນກໍາປູເຈຍຫລາຍພັນຄົນນັ້ນ. ລັດຖະບານ ກໍາປູເຈຍໄດ້ຄັດຄ້ານ ຕໍ່ການນໍາຄະດີນີ້ມາຂຶ້ນສານ.
ເມື່ອວັນອັງຄານວານນີ້ ພວກນັກສັງເກດການນາໆຊາດປະຈໍາອົງການ Open Society Justice Initiative ຫລືອົງການລິເລີ່ມເພື່ອຄວາມເປັນ ທໍາແກ່ສັງຄົມທີ່ເປີດກວ້າງ ໄດ້ຮຽກຮ້ອງໃຫ້ອົງການສະຫະປະຊາຊາດ ທໍາ ການສືບສວນສອບສວນພຶດຕິການຂອງຜູ້ພິພາກສາສານສອງທ່ານ ຄືຜູ້ນຶ່ງ ແມ່ນຊາວເຢຢຣະມັນ ແລະອີກຜູ້ນຶ່ງ
ແມ່ນຊາວກໍາປູເຈຍ ທີ່ໄດ້ຕັດສິນໃຈໃຫ້ ປິດຄະດີດັ່ງກ່າວນັ້ນ.