ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

34 ຄົນເສຍຊີວິດ ໃນເຫດລະເບີດ 2 ບັ້ນ ຕິດຕໍ່ກັນ ໃນປາກີສຖານ


ລະເບີດແຕກຂຶ້ນໃນຕະຫລາດ Spermarket ແຫ່ງນຶ່ງໃນເມືອງ
Peshawar ວັນທີ 12 ມິຖຸນາ 2011.
ລະເບີດແຕກຂຶ້ນໃນຕະຫລາດ Spermarket ແຫ່ງນຶ່ງໃນເມືອງ Peshawar ວັນທີ 12 ມິຖຸນາ 2011.

ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ​ກ່າວ​ວ່າ ຈໍາ ນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ການວາງລະ​ເບີດ​ສອງ​ຄັ້ງ​ຕິດ​ຕໍ່​ກັນໃນ​ເມືອງ Peshawar ​ໃນ​ຄືນ​ວັນ​ເສົາ​ຜ່ານ​ມາ​ນີ້ ໄດ້​ເພີ້​ມຂຶ້ນ​ເປັນຢ່າງ​ນ້ອຍ 34 ຄົນແລ້ວ​.

ພວກ​ເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນ​ກ່າວ​ວ່າ ມີ​ຫລາຍກວ່າ 90 ຄົນ​ຮວມທັງ​ພວກ​ນັກ​ຂ່າວແລະ​ຕໍາຫລວດຫລາຍ​ຄົນ​ ໄດ້ຮັບ​ບາດ​ເຈັບໃນ​ເຫດລະ​ເບີດດັ່ງ ກ່າວ ​ແລະເຕືອນ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ສາມາດ​ເພີ່ມ​ຂຶ້ນ​ອີກ​ໄດ້ ເນື່ອງ​ຈາກ​ຜູ້​ບາດ​ເຈັບ​ມີ​ອາການ​ສາຫັດ​ຫລາຍ​ຄົນ.

ເຫດລະ​ເບີດ​ບັ້ນ​ທໍາ​ອິດ​ນັ້ນ​ບໍ່​ໃຫຍ່​ປານ​ໃດ ​ແຕ່​ໄດ້ດຶງ​ເອົາ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ພະນັກ ງານ​ຊ່ອຍ​ກູ້​ໄພ​ແລະ​ຜູ້​ຄົນ​ທີ່​ຢາກ​ເບິ່ງ ​ໄປ​ຍັງ​ບ່ອນ​ເກີດ​ເຫດ​ເປັນ​ຈໍານວນ​ຫລວງຫລາຍ ຊຶ່ງ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ນາທີ​ຕໍ່ມາ ​ເຫດລະ​ເບີດ​ຄັ້ງທີ​ສອງ​ທີ່​ໃຫຍ່​ກວ່າ ​ແລະສົງ​ໄສ​ວ່າເກີດ​ຈາກ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບກໍໄດ້ສັ່ນ​ສະ​ເທືອ​ນບໍລິ​ເວນ​ນັ້ນ ສົ່ງ​ຜົນ​ໃຫ້​ມີ​ຜູ້​ບາດ​ເຈັບ​ແລະ​ລົ້ມ​ຕາຍ​ນັ້ນ.

ບໍ່​ມີ​ຜູ້​ໃດ​ຫລື​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບສໍາລັບ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແຕ່​ພວກ​ຫົວ​ຮຸນ​ແຮງ​
ກຸ່ມ​ຕາ​ລີ​ບັນ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ​ຈະ​ທໍາ​ການ​ແກ້​ແຄ້ນ​ຕໍ່​ການສັງຫານ​ນາຍ​ໂອຊາ​ມາ​ບິນ​ລາ​
ເດັນ ຜູ້​ນໍາ​ເຄືອ​ຂ່າຍ​ອາລກາ​ອິດາ​ໂດຍ​ໜ່ວຍ​ລົບ​ພິ​ເສດ​ຂອງ​ສະຫະລັດ​ໃນ​ພາກ​ເໜືອ​ຂອງ​ປາ​
ກີ​ສຖານ​ໃນ​ຕົ້ນ​ເດືອນ​ແລ້ວ​ນີ້.

ເຫດລະ​ເບີດ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ຫລັງ​ຈາກ​ປະທານາ​ທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ​ແລະ​ທ່ານ Leon Panetta ຫົວໜ້າ​ກົມ​ສືບ​ຂ່າວ​ລັບ CIA ຂອງ​ສະຫະລັດ​ທໍາ​ການ​ຢ້ຽມຢາມ​ກຸງ​ອີສລາມາ​ບັດ​. ທ່ານ Karzai ​ໄດ້​ຮຽກຮ້ອງ​ໃຫ້​ປາ​ກີ​ສ
ຖານກໍາຈັດ​ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ຊົນ​ເຜົ່າ​ເລາະ​ຕາມ​ຊາຍ​ແດນ​ອັຟກາ​ນີສຖານ​ແລະ​ປາ​ກີ​ສຖານ​ນັ້ນ ​ໃນ​ຂະນະ​ດຽວ​ກັນ​ທ່ານ Panetta ​ໄດ້​ທໍາ​ການໂອ້​ລົມເລື້ອງ​
ການ​ຊອກ​ຫາ​ຊ່ອງ​ທາງໃນ​ການ​ສົ່ງ​ເສີມ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວ​ລັບ​ກັນ​ໃຫ້​ເຂັ້ມ​ແຂງຂຶ້ນ​ໃນ​ອະນາຄົດ​.

ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ​ທ່ານ​ນຶ່ງ​ກ່າວ​ວ່າ ການ​ກໍ່​ການ​ຮ້າຍ​ກໍາລັງ​ເພີ່ມ​ທະວີ​ຂຶ້ນ​ຍ້ອນ​ຄວາມ​ບໍ່ໄວ້​ວາງ​ໃຈກັນ​ ລະຫວ່າງ​ປາ​ກີ​ສຖານ ອັຟກາ​ນີສຖານ ແລະ​ສະຫະລັດ​ນັ້ນ.

XS
SM
MD
LG