ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອາລກາອິດາ ໃນອະຟຣິກາ ຕາເວັນອອກ ຖືກຍິງຕາຍ ທີ່ໂຊມາເລຍ


ຮູບພາບນາຍ Fazul Abdullah Mohammed, ຜູ້ນໍາເຄືອຂ່າຍອາລກາອິດາໃນອະຟຣິກາຕາເວັນອອກ ທີ່ເສຍຊີວິດ
ໃນໂຊມາເລຍ
ວັນທີ 11 ມິຖຸນາ 2011
ຮູບພາບນາຍ Fazul Abdullah Mohammed, ຜູ້ນໍາເຄືອຂ່າຍອາລກາອິດາໃນອະຟຣິກາຕາເວັນອອກ ທີ່ເສຍຊີວິດ ໃນໂຊມາເລຍ ວັນທີ 11 ມິຖຸນາ 2011

























ທາງ​ການ​ໂຊ​ມາ​ເລຍ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນໄດ້ຍິງ​ຫົວໜ້າເຄືອ​ຂ່າຍ ອາລກາ​ອິດາໃນ​ອະ​ຟຣິກາ​ຕາ​ເວັນ​ອອກ​ຕາຍ​ໃນລະຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ​ທີ່​ດ່ານ​ກວດກາ​ແຫ່ງ​ນຶ່ງ​ໃນ​ຕົ້ນ​ສັບປະດາຜ່ານ​ມານີ້.

ເປັນ​ທີ່ເຊື່ອ​ກັນ​ວ່າ​ນາຍ Fazul Abbullah Mohammad ​ໄດ້​ມີບົດ ບາດສໍາຄັນ​ໃນ​ການ​ວາງລະ​ເບີດ​ສອງ​ບັ້ນ ໃນ​ປີ1998 ທີ່​ໄດ້​ພາ​ໃຫ້​ມີ​ຜູ້​ບາດ​ເຈັບ​ແລະ​ລົ້ມ​ຕາຍ​ຢ່າງ​ຫລວງຫລາຍ​ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງຮ້າຍ​ແຮງ​ໃຫ້​ແກ່​ສະຖານທູດ​ສະຫະລັດ​ໃນ​ກຸງ Nairobi ​ແລະ
Dares-Salem​. ສະຫະລັດ​ຖື​ວ່າ​ຜູ້ກ່ຽວ​ເປັນ​ນຶ່ງ​ໃນ​ບັນດາ​ພວກ​ກໍ່​ການ​ຮ້າຍ​ທີ່ນາໆ​ຊາດ​ຕ້ອງການ​ໂຕ​ທີ່​ສຸດ ​ແລະໄດ້ສະ​ເໜີ​ໃຫ້​ເງິນ​ລາງວັນ​ຈໍານວນ 5 ລ້ານ​ໂດ​ລາ​ສະຫະລັດ ແກ່​ຜູ້​ໃດ​ກໍ​ຕາມ​ທີ່​ສາມາດ​ໃຫ້​ຂໍ້​ມູນ​ທີ່​ນໍາ​ໄປ​ສູ່​ການຈັບ​ໂຕ​ຜູ້ກ່ຽວໄດ້.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດທີ່​ພວມຢູ່​ໃນ​ປະ​ເທດ​Tanzania ​ໃນ​ວັນ​ເສົາ​ວານ​ນີ້ ກ່າວ​ວ່າ ການ​ຕາຍຂອງນາຍ Fazul Mohammad ​ເປັນ​ການ​ປາ​ໄຊ​ທີ່​ສໍາຄັນ​ທີ່​ສຸດ​ແກ່ເຄືອ​ຂ່າຍ ອາລກາ​ອິດາ ​ແລະ​ເປັນ​ຈຸດ​ຈົບທ່ີ​ຖືກຕ້ອງ​ຊອບ​ທໍາ​ແລ້ວ ສໍາລັບ​ຄົນຜູ້ນຶ່ງ​ທີ່​ເປັນ​ຜູ້​ຮັບຜິດຊອບ​ສໍາລັບ​ການ​ເສຍ​ຊີວິດ​ແລະ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ຄົນ​ທີ່ບໍ່​ມີ​ຄວາມ​ຜິດໃດໆ​ ຈໍານວນ​ຫລວງຫລາຍນັ້ນ.

ທ່ານ John Brennen ຜູ້​ຊ່ອຍ​ທ່ີ​ປຶກສາ​ດ້າຄວາມ​ປອດ​ໄພ​ພາຍ​ໃນປະ​ເທດ​ປະ​ຈໍາ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ກ່າວ​ວ່າ ການ​ຕາຍ​ຂອງ​ຫົວໜ້າ​ເຄືອ​ຂ່າຍ​ອາລກາ​ອິດາ​ຄົນ​ນີ້​ເປັນ​ການ​ປາ​ໄຊຢ່າງໃຫຍ່​ຫລວງ​ສໍາລັບ​ກຸ່ມກໍ່​ການ​ຮ້າຍ​ກຸ່ມ​ນີ້ ແລະ​ພັນທະ​ມິດ​ຂອງ​ພວກ​ເຂົາ.

ບັນດາ​ເຈົ້າ​ໜ້າ​ທີ່​ໂຊ​ມາ​ເລຍ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ນາຍ Fazul Mohammad ​ແລະ​ຜູ້​ຕ້ອງ​ສົງ​ໄສ​ເປັນ​ຜູ້​ກໍ່​ການ​ຮ້າຍ​ອີກ​ຄົນ​ນຶ່ງ​ ໄດ້ຖືກພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພຂ້າ​ຕາຍ ​ໃນ​ວັນ​ພຸດສັບປະດາ​ຜ່ານ​ມາ​ນີ້ ​ທີ່ດ່ານ​ກວດກາ​ແຫ່ງ​ນຶ່ງ​ໃກ້​ນະຄອນຫລວງ Mogadishu. ​ແຕ່ການ​ປະກາດ​ຂ່າວ​ການ​ຕາຍໄດ້​ຊັກ​ຊ້າ​ມາ​ ກໍ​ເພາະ​ລໍຖ້າການ​ຢືນຢັນ​ ຮູບ​ລັກສະນະ​ຂອງ​ຜູ້ກ່ຽວຢ່າງ​ແນ່ນອນ ຊຶ່ງ​ທາງ​ການ​ໂຊ​ມາ​ເລຍກ່າວ​ ວ່າ ​ໃນ​ຂັ້ນ​ຕົ້ນ ​ເຂົາ​ເຈົ້າ​ໄດ້ຢືນຢັນ​ດ້ວຍ​ການ​ສົມ​ທຽບ​ສົບ​ໃສ່ກັບຮູບ​ພາບ​ຂອງ​ຜູ້ກ່ຽວ​. ລັດຖະບານ​ໂຊ​ມາ​ເລຍກ່າວ​ວ່າ ການ​ກວດ DNA ໃນ​ເວລາ​ຕໍ່​ມາ ໄດ້​ຢືນຢັນ​ວ່າ​ ແມ່ນ​ສົບ​ຂອງ​ນາຍ Fazul Mohammad ​ແທ້.

XS
SM
MD
LG