ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍີ່ປຸ່ນວາງກົດລະບຽບໃໝ່ ຄຸ້ມຄອງອຸດສາຫະກຳ ນິວເຄລຍ


ເຄື່ອງກັ່ນນໍ້າທະເລ ທີ່ໂຮງໄຟຟ້ານີວເຄລຍ Fukushima ຂອງຍີ່ປຸ່ນ ວັນທີ 1 ມິຖຸນາ 2011:
ເຄື່ອງກັ່ນນໍ້າທະເລ ທີ່ໂຮງໄຟຟ້ານີວເຄລຍ Fukushima ຂອງຍີ່ປຸ່ນ ວັນທີ 1 ມິຖຸນາ 2011:

ລັດຖະບານ​ຍີ່ປຸ່ນ​ກ່າວ​ວ່າ ຕົນ​ຈະ​ຈັດ​ຕັ້ງ​ອົງການ​ອິດ​ສະລະ​ນຶ່ງ​ຂຶ້ນ​ເພື່ອ​ວາງ​ກົດ​ລະບຽບ​ອຸດສາຫະກໍາ​ນີວ​ເຄລຍຂອງ​ຕົນ​ ຫລັງ​ຈາກ​ໄດ້ເກີດໄພ ພິບັດ​ໃນ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ​ແລ້ວ.

ໃນ​ລາຍ​ງານ​ສະບັບ​ນຶ່ງ ​ທີ່​ຈະ​ຍື່ນ​ຕໍ່​ອົງການ​ກວດກາ​ພະລັງ​
ປະລະມະ​ນູສາກົນ ລັດຖະບານ​ຍີ່ປຸ່ນ​ກ່າວ​ວ່າ ອົງການ​ຄຸ້ມ
ຄອງ​ຄວາ​ມປອດ​ໄພ ນີວເຄລຍ​ແລະ​ອຸດສາຫະກໍາ​ຈະ​ຖືກ​
ແຍ​ກອອກ​ຈາກ​ກະຊວງ​ເສດຖະກິດການ​ຄ້າ​ແລະ​ອຸດສາຫະ
ກໍາ ຊຶ່ງ​ສົ່ງ​ເສີມ​ພະລັງ​ນີວ​ເຄລຍນັ້ນ.

ລາຍ​ງານ​ສະບັບ​ນີ້​ກ່າວ​ວ່າ ການ​ຂາດ​ຄວາມ​ເປັນ​ອິດ​ສະລະ​ຂອງ​ອົງການ​ຄຸ້ມຄອງ​ຄວາມ​ປອດ​
ໄພ​ນີວ​ເຄລຍ​ແລະ​ອຸດສາຫະກໍາ​ຫລື NISA ​ໄດ້ບັ່ນທອນສະມັດຖະພາບ​ຂອງ​ອົງການ​ກ່ຽວກັບ
ການກໍາກັບ​ດູ​ແລ​ຢ່າງ​ເໝາະສົມອຸດ​ສາຫະກໍາ​ນີວ​ເຄລຍ ​ແລະ​ເຮັດ​ໃຫ້ການ​ຮັບມືຢ່າງເປັນທາງ​
ການ​ຕໍ່​ໄພພິບັດ​ນັ້ນ​ຊ້າ​ລົງ.

ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ​ໄດ້​ມີກໍາ​ມັນ​ຕະພາບ​ລັງສີ​ຮົ່ວ​ໄຫລ​ອອກ​ມາ​ຕັ້ງ​ແຕ່ເກີດ
ແຜ່ນດິນ​ໄຫວ​ແລ​ະຄື້ນຟອງ​ຍັກ​ຊຸ​ນາ​ມິ​ທໍາລາຍ​ລະ​ບົບທໍາ​ຄວາມ​ເຢັນ​ໃນ​ໂຮງ​ໄຟຟ້າ​ດັ່ງກ່າວ
ວັນ​ທີ 11 ມີນາ​ເປັນ​ຕົ້ນ​ມາ ຊຶ່ງ​ໄດ້​ພາ​ໃຫ້ເກີດການ​ລະລາຍໃນ​ແກນ​ກາງຂອງ​ເຕົາ​ແຍກ​ປະ
ລະມະ​ນູ 3 ໜ່ວຍ​ນັ້ນ.

XS
SM
MD
LG