ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນຖອນ ຫລັກໝາຍເຂດແດນ ໃນທະເລຈີນໃຕ້


ທຸງຊາດຈີນປີວຢູ່ເທິງເຮືອນນ້ອຍຈໍານວນນຶ່ງທີ່ຈີນສ້າງຂຶ້ນໃນເຂດ
ໝູ່ເກາະ Spratly Islands ໃນທະເລຈີນໃຕ້
ທຸງຊາດຈີນປີວຢູ່ເທິງເຮືອນນ້ອຍຈໍານວນນຶ່ງທີ່ຈີນສ້າງຂຶ້ນໃນເຂດ ໝູ່ເກາະ Spratly Islands ໃນທະເລຈີນໃຕ້

ບັນດາເຈົ້າ​ໜ້າ​ທີ່​ທະຫານ​ຟີ​ລິບ​ປິນກ່າວ​ວ່າ ກອງທັບ​ເຮືອ​ຂອງ​ຕົນ​ໄດ້ຖ​ອນຫລັກໝາຍເຂດ
ແດນ​ຈໍານວນ​ນຶ່ງ​ຈາກ​ພວກ​ໂງ່ນ​ຫິນ​ແລະ​ຫິນປະກາຣັງ​ໃນ​ທະ​ເລ​ຈີນ​ຕອນ​ໃຕ້​ທີ່​ຟີ​ລິບ​ປິນ
ແລະ​ຈີນ​ຕ່າງ​ອ້າງ​ເອົາ​ກໍາມະສິດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ​ເຫລົ່າ​ນີ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ໄດ້​ມີ​ການ​ຖອນ​ພວກ​ຫລັກ​ໝາຍ
ເຂດ​ແດນ​ເຫລົ່າ​ນີ້​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ໃນ​ເວລາ​ບໍ່​ດົນ​ກ່ອນ​ລັດຖະບານທໍາ​ການ​ປະ​
ທ້ວງ​ທີ່​ວ່າ​ຈີນ​ໄດ້​ຂົນວັດຖຸ​ກໍ່ສ້າງ​ແລະ​ປັກ​ຫລັກ​ໝາຍ​ເຂດ​ແດນ​ຂຶ້ນ​ໃນເຂດ​ນ່ານນໍ້າ​ທີ່​ຟີ​ລິບ
ປິນອ້າງ​ວ່າ ​ເປັນເຂດ​ເສດຖະກິດ​ພິ​ເສດ​ຂອງ​ຕົນ​ແຕ່ຜູ້ດຽວນັ້ນ. ຈີນ​ໄດ້​ທໍາ​ການ​ຕອບ​ໂຕ້​
ວ່າ ຕົນ​ໄດ້​ດໍາເນີນ​ການ​ໄປ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ເຂດຕ່າງໆ​ທີ່ຢູ່​ພາຍ​ໃຕ້​ການ​ປົກ
ຄອງ​ຂອງ​ຕົນ​ນັ້ນ.

ຈີນ​ພົວພັນ​ໃນບັນຫາ​ຂັດ​ແຍ້​ງ​ຄ້າຍຄື​ກັນ​ກັບ​ຫວຽດນາມ​ຫລັງ​ຈາກ​ເຮືອ​ຂອງ​ຈີນ​ຈໍານວນ​
ນຶ່ງ​ໄດ້​ເຂົ້າ​ໄປ​ແຊກ​ແຊງ 2 ຄັ້ງ​ກັບ​ພວກ​ເຮືອສໍາ​ຫລວດ​ຫາ​ບໍ່​ນໍ້າມັນຢູ່​ນອກແຄມ​ຝັ່ງ​ທະ​ເລ
ຂອງ​ຫວຽດນາມນັ້ນ.

ທັງຟີ​ລິບ​ປິນ​ແລະ​ຫວຽດນາມຕ່າງ​ກໍພະຍາຍາມ​ຊອກ​ຫາ​ການ​ໜຸນຫລັງ​ຈາກ​ສະຫະລັດ​ໃນ
ບັນຫາ​ຂັດ​ແຍ້​ງກັນ​ນີ້ ຊຶ່ງ​ໄດ້​ຮັບ​ການ​ຕຳໜິ​ຢ່າງ​ໜັກ​ຈາກ​ຈີນ.

ໃນ​ການຖະ​ແຫລ​ງທີ່ພິທີແຫ່ງນຶ່ງ​ໃນ​ວັນ​ອັງຄານ​ວານ​ນີ້​ ທີ່​ມີ​ປະທານາທິບໍດີ Benigno
Aquino ເຂົ້າ​ຮ່ວມ​ນໍານັ້ນ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ຟີ​ລິບ​ປິນ ທ່ານ Harry
Thomas ກ່າວ​ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່ຟິລິບ​ປິ​ນວ່າ ສະຫະລັດ​ຈະ​ໃຫ້ການ​ສະໜັບສະໜຸນ​ໃນ
ທຸກໆ​ເລື້ອງ ຮວມທັງ​ເລື້ອງ​ບັນຫາ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຈີນ​ຕອນ​ໃຕ້​ແລະ​ໝູ່​ເກາະ Spratly ນັ້ນ.

XS
SM
MD
LG