ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

7 ຄົນເສຍຊີວິດ ໃນການໂຈມຕີ ໂຮງການແຂວງ ໃນອີຣັກ (ເບິ່ງວີດິໂອ)


ກໍາລັງຮັກສາຄວາມປອດໄພອີຣັກ ກໍາລັງສໍາຫລວດເບິ່ງ ບ່ອນເກີດເຫດວາງລະເບີດໂຈມຕີສະລະຊີບ ໃນເມືອງ Basra ໃນພາກໃຕ້ຂອງອີຣັກ, ວັນຈັນວານນີ້ ທີ 13 ມິຖຸນາ 201.
ກໍາລັງຮັກສາຄວາມປອດໄພອີຣັກ ກໍາລັງສໍາຫລວດເບິ່ງ ບ່ອນເກີດເຫດວາງລະເບີດໂຈມຕີສະລະຊີບ ໃນເມືອງ Basra ໃນພາກໃຕ້ຂອງອີຣັກ, ວັນຈັນວານນີ້ ທີ 13 ມິຖຸນາ 201.

ຕໍາຫລວດອີຣັກກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 7 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຫລາຍ​ກວ່າ
15 ຄົນ​ຫລັງ​ຈາກ​ພວກ​ກະບົດ​ຈຸ​ນຶ່ງ​ບຸກໂຈມຕີ​ເຂົ້າ​ໄປ​ໃນ​ບໍ​ລິ​ເວນ​ໂຮງການ​ແຂວງ​ແຫ່ງ​ນຶ່ງ​
ໃນ​ອີຣັກ​ໃນ​ວັນ​ອັງຄານ​ມື້​ນີ້.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ບຸກ​ໂຈມ​ຕີ​ໄດ້​ລະ​ເບີດ​ລົດ 2 ຄັນ ​ໃກ້ໆ​ກັບ​ບໍລິ​ເວນ
ທາງເຂົ້າໂຮງການ​ແຂວງ​ທີ່​ເມືອງ Baquba ນະຄອນ ຫລວງ​ຂອງ​ແຂວງ Diyala ນັ້ນ.

ການ​ໂຈມ​ຕີ​ດັ່ງກ່າວ​ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ກ່ຽວ​ກັບ​ຄວາມແຂງ​ແຮງ​ຂອງ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໃນ​ຂະນະ​ທີ່ພວກ​ທະຫານ​ສະຫະລັດ​ກຽມ​ຖອນ​ອອກ​ຈາກ​ອີຣັກ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດເດືອນ​ຂ້າງ​ໜ້າ​ນີ້.

ລາຍ​ງານ​ເວົ້າ​ວ່າ ໄດ້​ຍິນ​ສຽງ​ປືນ​ຍິງ​ຕໍ່ສູ້​ກັນ​ຍັງດັງຢູ່ຕໍ່ມາ ຫລັງ​ຈາກພວກ​ມື​ປືນ​ເຫລົ່າ​ນີ້​ບຸກເຂົ້າ​ໄປ​ໃນ​ບໍລິ​ເວນ​ໂຮງການ​ແຂວງ​ນັ້ນ​ແລ້ວ.

ມີ​ລາຍ​ງານ​ວ່າ ພວກ​ມື​ປືນ​ໄດ້​ຈັບ​ຜູ້​ຄົນ​ເປັນ​ໂຕ​ປະກັນ​ໄປ​ນໍາ ​ແຕ່ລາຍ​ລະອຽດ​ຂອງ​ເລື້ອງ​ນີ້​ຍັງ​ບໍ່​ທັນ​ແຈ້ງ​ຂາວ​ເທື່ອ​ໃນ​ເວລາ​ນີ້.

XS
SM
MD
LG