ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຮຽກຮ້ອງ ຕໍ່ຊູດານ


ປະທານາທິບໍດີ Omar Hassan al-Bashir ແຫ່ງຊູດານ
(ນັ່ງຢູ່ເບື້ອງຂວາ) ໂອ້ລົມກັບພວກຜູ້ນໍາປະເທດ ໃນອະຟຣິກາ ທີ່ກຸງ Addis Ababa ວັນທີ 12 ມິຖຸນາ 2011
ປະທານາທິບໍດີ Omar Hassan al-Bashir ແຫ່ງຊູດານ (ນັ່ງຢູ່ເບື້ອງຂວາ) ໂອ້ລົມກັບພວກຜູ້ນໍາປະເທດ ໃນອະຟຣິກາ ທີ່ກຸງ Addis Ababa ວັນທີ 12 ມິຖຸນາ 2011

ເວລານີ້ປະທານາທິບໍດີ ບາຣັກ ໂອບາມາ ກໍາລັງຮຽກຮ້ອງໃຫ້ລັດຖະບານຊູດານ ຈົ່ງຍຸ
ຕິການນາບຂູ່ຮາວີຂອງຕົນ ຢູ່ໃນເຂດຊາຍແດນທາງພາກໃຕ້ຂອງປະເທດ ຖ້າບໍ່ດັ່ງນັ້ນ ຊູດານຈະຖືກໂດດດ່ຽວໂດຍນານາຊາດ.

ໃນຖະແຫລງການທີ່ບັນທຶກສຽງໄວ້ນັ້ນ ທ່ານໂອບາມາ ກ່າວວ່າລັດຖະບານຊູດານຈະ
ຕ້ອງຍຸຕິການປະຕິບັດການທາງທະຫານໃດໆກໍຕາມ ຂອງຕົນ ໃນເຂດພາກໃຕ້ຂອງ
ຊູດານໂດຍທັນທີ ໂຮມທັງການໂຈມຕີທາງ ອາກາດ ແລະບັງຄັບໃຫ້ພວກພົນລະເຮືອນ
ຍົກຍ້າຍບ່ອນຢູ່ອາ​ໄສນັ້ນ.

ທ່ານໂອບາມາ ໄດ້ເອົາບາດກ້າວພິເສດເພື່ອ ທໍາການບັນທຶກສຽງຂໍ້ຄວາມເມື່ອວັນອັງ
ຄານວານນີ້ທີ່ເຈາະຈົງໃສ່ພວກຜູ້ນໍາຊູດານ ທັນທີຫລັງຈາກທ່ານກັບຈາກໄປຢ້ຽມຢາມ
Puerto Ricoດິນແດນທີ່ຢູ່ພາຍໃຕ້ການຄວບຄຸມຂອງສະຫະລັດ.

ທ່ານກ່າວວ່າ ພວກຜູ້ນຳທັງຂອງພາກເໜືອແລະພາກໃຕ້ຊູດານຈະຕ້ອງຮັບເອົາຄວາມ
ຮັບຜິດຊອບແລະຕົກລົງກັນຢຸດເຊົາການກໍ່ຄວາມຮຸນແຮງ.

ທ່ານໂອບາມາ ກ່າວອີກວ່າ ຖ້າຫາກວ່າພວກຜູ້ນໍາຊູດານ ປະຕິບັດຕາມ ພັນທະຂອງ
ຕົນຢ່າງເຕັມເມັດເຕັມໜ່ວຍ ແລະເລືອກເອົາສັນຕິພາບແລ້ວສະຫະລັດກໍຈະກະທໍາຕາມ
ທີ່ໄດ້ໃຫ້ຄໍາໝັ້ນສັນວ່າໄວ້ວ່າຈະສ້າງຕັ້ງຄວາມສໍາພັນແບບເປັນປົກກະຕິກັນລະຫວ່າງ
ສອງປະເທດ ແຕ່ແນວໃດກໍດີ ທ່ານໂອບາມາກ່າວຕໍ່ໄປວ່າ ຖ້າຫາກພວກຜູ້ນໍາຊູດານ
ບໍ່ເອົາຫົວຊາຫລືບໍ່ປະຕິບັດ ຕາມພັນທະຂອງພວກເຂົາເຈົ້າແລ້ວນັ້ນ ພວກເຂົາເຈົ້າກໍ
ຈະຖືກກົດດັນແລະຖືກໂດດດ່ຽວແລະຈະຕ້ອງເປັນຜູ້ຮັບຜິດຊອບຕໍ່ການກະທໍາໃດໆ
ຂອງ ພວກເຂົາເຈົ້າ.

ປະທານາທິບໍດີສະຫະລັດກ່າວວ່າ ສະຫະລັດ ແມ່ນມີຄວາມເປັນຫ່ວງຢ່າງເລິກເຊິ່ງຕໍ່
ວິກິດການທີ່ກໍາລັງເກີດຂຶ້ນຢູ່ເຂດພາກໃຕ້ຂອງຊູດານໃນຂະນະນີ້ ໂຮມທັງການສູ້
ລົບກັນຢູ່ໃນລັດ Kordofan ທາງພາກໃຕ້ຂອງປະເທດ ແລະພ້ອມກັບການໂຈມຕີ
ປະຊາຊົນທີ່ບໍ່ຄວາມຜິດໃດໆນັ້ນນໍາ.

XS
SM
MD
LG