ຕໍາຫລວດອີຣັກກ່າວວ່າ ຜູວາງລະເບີດສະລະຊີບຄົນນຶ່ງໄດ້ສັງຫານປະຊາຊົນ 5 ຄົນແລະ
ບາດເຈັບຢ່າງນ້ອຍຕື່ມອີກ 15 ຄົນໃນເມືອງ Basra ທາງພາກໃຕ້ຂອງປະເທດ ຊຶ່ງເປັນ
ເມືອງອຸດສາຫະກໍາບໍ່ນໍ້າມັນ ທີ່ກໍາລັງຈະເລີນຂຶ້ນນັ້ນ.
ທາງການອີຣັກກ່າວວ່າ ຄົນວາງລະເບີດໄດ້ພະຍາຍາມຂັບລົດເຂົ້າໄປໃນບໍລິເວນຄ້າຍຕໍາ
ຫລວດແຫ່ງນຶ່ງ ແຕ່ໄດ້ຖືກຢຸດລົດ ຜູ້ກ່ຽວກໍເລີຍຈູດຂະນວນລະເບີດທໍາລາຍລົດ. ມີລາຍ
ງານວ່າຢ່າງໜ້ອຍ 3 ຄົນ ໃນຈໍານວນຜູ້ເສຍຊີວິດ ເປັນຕໍາຫລວດ.
ໃນວັນເສົາມື້ກ່ອນນີ້ ການວາງລະເບີດໃນລົດ 2 ຄັນທີ່ປາກົດວ່າມີການປະສານງານກັນໄດ້
ເອົາຊີວິດຜູ້ຄົນໄປຢ່າງນ້ອຍ 6 ຄົນໃນເມືອງ Mosul ໃນພາກເໜືອຂອງອີຣັກ.
ພວກເຈົ້າໜ້າທີ່ຕໍາຫລວດແລະແພດໝໍ ກ່າວວ່າ ເຫດລະເບີດດັ່ງກ່າວໄດ້ເກີດຂຶ້ນບົນຖະໜົນ
ສາຍນຶ່ງ ທີ່ມີການສັນຈອນໄປມາຢ່າງຄັບຄັ່ງໃກ້ໆກັບພວກຕຶກອາຄານຕ່າງໆຂອງລັດຖະ
ບານ ແລະເຮັດໃຫ້ປະຊາຊົນ ຢ່າງນ້ອຍ 55 ຄົນໄດ້ຮັບບາດເຈັບ.