ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີເທີກີ ຊະນະການເລືອກຕັ້ງ ອີກສະໄໝນຶ່ງ


ນາຍົກລັດຖະມົນຕີ Recep Tayyip Erdogan ກ່າວປາໄສ
ຕໍ່ພວກສະໜັບສະໜຸນທ່ານ ທີ່ກຸງ Ankara, ວັນທີ 12 ມິຖຸນາ 2011
ນາຍົກລັດຖະມົນຕີ Recep Tayyip Erdogan ກ່າວປາໄສ ຕໍ່ພວກສະໜັບສະໜຸນທ່ານ ທີ່ກຸງ Ankara, ວັນທີ 12 ມິຖຸນາ 2011








ນາຍົກລັດຖະມົນຕີ Recep Tayyip Erdogan ​ແຫ່ງ​ເທີ​ກີ ໃຫ້​ຄໍາໜັ້ນສັນຍາ​ທີ່​ຈະ​ຍື່ນ​ມື​ຫາ​ພວກ​ຝ່າຍ​ຄ້ານ ຫລັງ​ຈາກ​ຜົນ​ຂອງ​ການ​ເລືອກຕັ້ງ​ໄດ້​ມອບໄຊ ຊະນະ​ຢ່າງ​ຖວ້ມລົ້ນໃຫ້​ພັກຂອງ​ທ່ານ ​ໃນ​ການເລືອກ​ຕັ້ງເອົາ​ສະມາຊິກສະພາ​ແຫ່ງ​ຊາດ​ໃນ​ວັນ​ອາທິດ​ວານ​ນີ້.

ເຖິງ​ຢ່າງ​ໃດ​ກໍ​ດີ ພັກ​ຍຸຕິ​ທໍາ​ແລະ​ການ​ພັດທະນາ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ ບໍ່​ໄດ້​ບ່ອນ​ນັ່ງ​ພໍ​ ໃນ​ຈໍານວນ 2 ສ່ວນ 3 ທີ່​ຕ້ອງການ​ເພື່ອ​ປ່ຽນແປງ​ທໍາ​ມະນູນ​ຂອງ​ປະ​ເທດ​ນັ້ນ. ທ່ານ Erdogan ກ່າວ​ວ່າ ຜົນ​ການເລືອກ​ຕັ້ງສະ​ແດງ​ໃຫ້​ເຫັນ​ວ່າ ການ​ປ່ຽນ​ແປງ​ລັດຖະທໍາ​ມະນູນ​ໃໝ່​ຄວນຈະເຮັດ​ຂຶ້ນດ້ວຍ​ການ​ປະນີປະນອມ​ກັນ.

ນາຍົກລັດຖະມົນຕີ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ຈະ​ດັດແປງ​ແກ້​ໄຂ​ລັດຖະທໍາມະນູນ ທີ່​ຂຽນ​ຂຶ້ນ​ມາ​ໃນ​ປີ 1982 ​ເວລາທີ່ເທີ​ກີ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພວກ​ທະຫານ.

ໃນ​ຈໍານວນ​ບ່ອນ​ນັ່ງ​ທັງ​ໝົດ 550 ບ່ອນ​ໃນ​ສະພາ ພັກ​ລັດຖະບານ​ໄດ້ຮັບ​ບ່ອນ​ນັ່ງ 326 ບ່ອນ ​ແລະ​ພັກ Republican People’s Party ​ໄດ້​ຮັບ 135 ບ່ອນນັ່ງ ​ແລະ​ພັກ Nationalist Action Party ທີ່ໄດ້​ທີ 3 ໄດ້​ຮັບ​ 53 ບ່ອນ​ນັ່ງ.

XS
SM
MD
LG