ບັນດາຜູ້ນໍາກອງທັບຊົນເຜົ່ານ້ອຍກຸ່ມນຶ່ງໃນມຽນມາເຕືອນວ່າ ສົງຄາມຈະຂະຫຍາຍວົງກວ້າງອອກອີກ ນອກຈາກວ່າພວກທະຫານລັດຖະບານ ຢຸດທໍາການບຸກໂຈມໂດຍທັນທີ ຕໍ່ທີ່ໝັ້ນແຫ່ງຕ່າງໆຂອງກອງທັບເອກກະລາດຊົນເຜົ່າກະຈິນເທົ່ານັ້ນ.
ລາຍງານຂ່າວທີ່ອອກໃນວັນອັງຄານມື້ນີ້ອ້າງຄໍາເວົ້າຂອງພວກເຈົ້າໜ້າທີ່ກອງທັບເອກກະລາດຊົນເຜົ່າກະຈິນຫຼື KIA ວ່າ ກຸ່ມກະບົດດັ່ງກ່າວໄດ້ໝົດຄວາມອົດທົນແລ້ວ ແລະໄດ້ສັ່ງໃຫ້ກໍາລັງຂອງຕົນທໍາການຕ້ານຢັນ ນອກຈາກວ່າທາງລັດຖະບານຈະຖອນທະຫານຄືນໄປ ພາຍໃນທ່ຽງຄືນຂອງຄືນວັນຈັນ. ກຸ່ມດັ່ງກ່າວຍັງເຕືອນເຊ່ນກັນວ່າ ເບິ່ງຄືວ່າ ການສູ້ລົບກັນຈະແຜ່ລາມໄປຍັງລັດ Shan ໃນພາກເໜືອຂອງມຽນມາແລະໄປຍັງເຂດອື່ນໆຂອງປະເທດ.
ມີລາຍງານວ່າປະຊາຊົນຫລາຍຄົນໄດ້ເສຍຊີວິດແລະໄດ້ຮັບບາດເຈັບໃນການສູ້ລົບກັນນີ້ ຊຶ່ງ
ໄດ້ເລີ້ມມາຕັ້ງແຕ່ທ້າຍສັບປະດາແລ້ວນີ້ ແລະໄດ້ເຮັດໃຫ້ພວກຊາວບ້ານຫລາຍຮ້ອຍຄົນ
ຫລົບໜີໄປສູ່ຊາຍແດນຈີນ. ພະແນກພາສາມຽນມາຂອງວີໂອເອແຈ້ງໃຫ້ຊາບວ່າ ພວກກະ
ບົດໄດ້ສູນເສຍຄ້າຍຂອງເຂົາເຈົ້າໄປ 3 ແຫ່ງແລະກໍາລັງຝ່າຍລັດຖະບານພວມຫຍັບເຂົ້າໄປ
ໃກ້ກັບທີ່ໝັ້ນແຫ່ງອື່ນໆອີກຂອງພວກກະບົດ.
ກຸ່ມຂ່າວກະຈິນຊຶ່ງມີຫ້ອງການຕັ້ງຢູ່ໃນໄທອ້າງຄໍາເວົ້າຂອງບັນດາເຈົ້າໜ້າທີ່ຂອງກອງທັບ
ເອກກະລາດຊົນເຜົ່າກະຈິນວ່າລັດຖະບານພວມພະຍາຍາມຂັບໄລ່ພວກກະບົດອອກຈາກ
ຂົງເຂດນຶ່ງເລາະແຄມແມ່ນໍ້າ Taping ບ່ອນທີ່ບໍລິສັດນຶ່ງຂອງຈີນກໍາລັງກໍ່ສ້າງເຂື່ຶອນໄຟຟ້າ
ພະລັງນໍ້າ 2 ແຫ່ງຢູ່ນັ້ນ. ບັນດາເຈົ້າໜ້າທີ່ກ່າວວ່າ ເຂື່ອນແຫ່ງນຶ່ງໄດ້ປັ່ນພະລັງໄຟຟ້າໃຫ້
ແກ່ຈີນແລະມຽນມາມາຕັ້ງແຕ່ເດືອນກຸມພາຜ່ານມາ.