ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອເຊຍແລະຢູໂຣບ ຈະຮ່ວມມືກັນ ໃກ້ຊິດຕື່ມຂຶ້ນ


ເອເຊຍແລະຢູໂຣບ ຈະຮ່ວມມືກັນ ໃກ້ຊິດຕື່ມຂຶ້ນ
ເອເຊຍແລະຢູໂຣບ ຈະຮ່ວມມືກັນ ໃກ້ຊິດຕື່ມຂຶ້ນ

ແຜນທີ່ຮັງກາຣີ
ແຜນທີ່ຮັງກາຣີ

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈາກ​ທົ່ວ​ຢູ​ໂຣບ​ ແລະພາກ​ພື້ນ​ເອ​ເຊຍ​ ກໍາລັງ​ເນ້ນ​ເຖິງ​
ຄວາມ​ຕ້ອງການ​ເພື່ອໃຫ້ມີການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ໃກ້ຊິດຂຶ້ນ ​ລະຫວ່າງ​ພາກ​ພື້ນ​ຂອງ​ເຂົາ
ເຈົ້າ​ຫລັງ​ຈາກ​ທໍາ​ການ​ພົບ​ປະ​ຫາລື​ກັນ​ມາ​ເປັນເວລາ 2 ມື້​ທີ່​ປະ​ເທດ Hungary ນັ້ນ.

ໃນ​ຖະ​ແຫລ​ງການ​ຮ່ວມ​ບັ້ນ​ສຸດ​ທ້າຍ​ຍາວ 21 ໜ້າ​ເຈ້ຍ​ໃນ​ວັນ​ອັງຄານວານ​ນີ້ ພວກ​ທີ່​ປະກອບສ່ວນ​ໃນ​ການ​ພົບ​ປະ​ຫາລື​ກັນ​ລະຫວ່າງ​ເອ​ເຊຍ​ຢູ​ໂຣບ​ໄດ້​ເພ່ງ​ເລັງ​ໃສ່​ບັນຫາ​ທ້າ​ທາຍ​ຕ່າງໆ​ດ້ານ​ຄວາມ​ປອດ​ໄພ​ທີ່​ບໍ່​ເຄີຍມີ​ມາ​ກ່ອນ​ນັບ​ແຕ່​ເລື້ອງ​ຄວາມ​ປອດ​ໄພ​ໃນ​ດ້ານ​ອາຫານ​ການ​ກິນ​ຕະຫຼອດໄປ​ຮອດ​ເລື້ອງ​ອາ​ຊະ​ຍາ​ກໍາ​ທີ່​ມີ​ການຈັດ​ຕັ້ງ.

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ 27 ປະ​ເທດ​ໃນ​ຢູ​ໂຣບ ​ແລະ 19 ປະ​ເທດ​ຈາກເອ​ເຊຍ ຊຶ່ງ​ເປັນ​ຜູ້ຕາງໜ້າ​ຂອງ​ປະຊາຊົນ​ຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ຈໍານວນ​ປະຊາກອນ​ໂລກໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ ຊຶ່ງ​ໄດ້​ໄຂ​ຂຶ້ນ​ບາປີ​ ນັບ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ.

ຖະ​ແຫລ​ງການ​ບັ້ນ​ສຸດ​ທ້າຍ​ເວົ້າ​ເຖິງ​ຄວາມ​ຈຳເປັນ​ສໍາລັບ​ໝົດ​ທຸກ​ປະ​ເທດ​ທີ່​ມາ​ເຂົ້າ​ຮ່ວມ​ປະຊຸມ​ໃຫ້​ຖອດ​ຖອນ​ບົດຮຽນ​ຈາກ​ອຸບັ​ດ​ເຫດ​ທີ່​ເກີດ​ຂຶ້ນ​ໃນ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ຂອງ​ຍີ່ປຸ່ນ​ນັ້ນ ​ແລະ​ໃຫ້ປັບປຸງ​ມາດຕະຖານ​ຄວາມ​ປອດ​ໄພ​ໃຫ້​ດີ​ຂຶ້ນ​ໃນ​ທຸກໆ​ໂຮງ​ໄຟຟ້າ​ນີວ​ເຄລຍນັ້ນ.

ພວກ​ປະ​ເທດ​ເຫລົ່າ​ນີ້​ຍັງ​ຮຽກຮ້ອງ​ເຊ່ນ​ກັນ​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ທີ່​ໃກ້ຊິດ​ຂຶ້ນ​ໃນ​ບັນດາ​ປະ​ເທດ
ທີ່​ຕັ້ງ​ຢູ່​ເລາະ​ຕາມ​ແຄມ​ແມ່​ນໍ້າ Danube ​ແລະເຂດ​ລຸ່ມ​ແມ່​ນໍ້າຂອງ ຊຶ່ງແມ່ນໍ້າ​ທັງ​ສອງຕ່າງກໍ
ໄຫຼຂ້າມ​ຊາຍ​ແດນຂອງຫຼາຍໆປະເທດ​ແລະ​ມີ​ບັນຫາ​ທ້າ​ທາຍ​ຕ່າງໆ​ຄ້າຍຄື​ກັນ​ສໍາລັບ​ປະຊາ​
ຊົນ​ຢູ່​ອາໄສຢູ່ຕາມ​ແຄມຝັ່ງຂອງ​ແມ່​ນໍ້າທັງສອງນີ້.

XS
SM
MD
LG