ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພູໄຟໃນປະເທດຊີເລ ສົ່ງຜົນກະທົບ ຕໍ່ການບິນ ໃນພາກພື້ນ


ພາບຂີ້ເຖົ່າໄຟຄວັນກຸ້ມຈາກພູໄຟ Puyehue-Cordon Caulle
ຂອງຊີເລ ປົກຄຸມເມືອງ San Martin de Los Andes ໃນປະເທດ Argentina ໃນຍາມຕາເວັນໃກ້ຈະຕົກດິນ,
ວັນທີ 14 ມິຖຸນາ 2011.
ພາບຂີ້ເຖົ່າໄຟຄວັນກຸ້ມຈາກພູໄຟ Puyehue-Cordon Caulle ຂອງຊີເລ ປົກຄຸມເມືອງ San Martin de Los Andes ໃນປະເທດ Argentina ໃນຍາມຕາເວັນໃກ້ຈະຕົກດິນ, ວັນທີ 14 ມິຖຸນາ 2011.

ກ້ອນ​ເຝື້ອ​ຂີ້​ເຖົ່າ​ຈາກ​ການລະເບີດຂອງພູ​ໄຟ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ຊີ​ເລໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ສັບສົນ​ເປັນ​ມື້​ທີ 3​ ໃນ​ວັນ​ອັງຄານ​ມື້​ນີ້​ໃຫ້​ແກ່​ການ​ເດີນທາງ​ໄປມາທາງ​ອາກາ​ດໃນ​ທະວີບອາ​ເມ​ລິ​ກາ​ໃຕ້ ອອສ​ເຕຣ​ເລຍ​ແລະນີວຊີ​ແລນ ທີ່​ເຮັດ​ໃຫ້​ຖ້ຽວ​ບິນຕ່າງໆ​ຊັກ​ຊ້າ​ໃນຂອບເຂດ ທີ່ກວ້າງຂວາງ ແລະ​ເຮັດໃຫ້​ພວກ​ຄົນ​ໂດຍສານ​ຈໍານວນ​ຫລາຍ​ກວ່າ 6 ໝື່ນຄົນ​ຕົກ​ຄ້າງ​ຢູ​ຕາມສະໜາມ​ບິນ​ແຫ່ງ​ຕ່າງໆ.

ໃນ​ຂະນະ​ທີ່​ພວກ​ຖ້ຽວ​ບິນ​ໃນ​ບາງ​ຂົງ​ເຂດ​ໄດ້​ເລີ້ມ​ຄືນ​ແລ້ວ​ ຮວມທັງ​ທີ່​ນະຄອນ Mel-
bourne ​ແຕ່​ພວກ​ເຮືອບິນ​ທີ່​ຈະ​ບິນເຂົ້າ​ແລະ​ອອກ​ຈາກ ​ປະ​ເທດ​ນີວຊີ​ແລນ​ແລະ​ເມືອງ
Adelaide ຂອງອອສ​ເຕຣ​ເລຍ​ ຍັງ​ບໍ່ໄດ້ຮັບອະນຸຍາດໃຫ້ບິນບໍລິການເທື່ອໃນ​ວັນ​ອັງ
ຄານ​ມື້​ນີ້.

ພູ​ໄຟ​ໃນ​ສາຍພູ Puyehue-Cordon Caulle ​ໃນ​ຊີ​ເລ​ໄດ້​ລະ​ເບີດ​ມາ​ເປັນ​ເວລາ​ຫລາຍ​ມື້
ແລ້ວເຮັດ​ໃຫ້ການ​ເດີນທາງ​ໄປມາຂອງ​ສາຍ​ການບິນໃນ​ທະວີ​ບອະ​ເມ​ລິ​ກາ​ໃຕ້​ຕົກຢູ່ໃນ​ສະ
ພາບ​ສັບສົນ​ຫຍຸ້ງຍາກ​ໃນ​ຂະນະ​ທີ່​ພູ​ໄຟ​ດັ່ງກ່າວ​ພົ່ນຂີ້​ເຖົ່າຂຶ້ນສູງ​ສູ່​ບັນຍາກາດປິວ​ລາມ​ໄປ​
ສູ່​ທິດຕາ​ເວັນ​ອອກອ້ອມ​ໂລກ​ຈົນ​ໄປ​ຮອດ​ອອສ​ເຕຣ​ເລຍ ນີວຊີ​ແລນ​ແລະບ່ອນ​ອື່ນອີກ​ໃນ
ເຂດ​ມະຫາ​ສະມຸດ​ປາຊີ​ຟິກນັ້ນ.

ນອກຈາກປະ​ເທດ Argentina ​ແລະ​ຊີ​ເລ​ແລ້ວ ​ຖ້ຽວ​ບິນຕ່າງໆ​ໃນ​ປະ​ເທດ​ບຣາຊີ​ລ​ແລະ
Uruguay ໃນ​ທະວີບອາ​ເມລິກາໃຕ້ນັ້ນ ກໍໄດ້ຮັບຄວາມຫຍຸ້ງຍາກສັບສົນນຳດ້ວຍ.

ຖ້ຽວ​ບິນ​ທີ່ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ເດີນທາງ​ໄປ​ຍັງ​ກຸງ
Buenos Aires ​ໃນ​ແລງ​ວັນ​ອາທິດ​ຜ່ານ​ມາ​ນີ້ ຕ້ອງ​ໄດ້​ໄປ​ລົງ​ທີ່ເມືອງ Cordoba ​ໃນ
ພາກ​ເໜືອ​ຂອງ​ປະ​ເທດ Argentina ຍ້ອນຂີ້​ເຖົ່າພູ​ໄຟ​ດັ່ງກ່າວ ຊຶ່ງ​ສາມາດ​ສ້າງ​ຄວາມ​
ເສຍ​ຫາຍ​ໃຫ້​ແກ່ໂຕເຮືອບິນ​ແລະ​ເຄື່ອງ​ຈັກ​ຂອງ​ມັນ​ໄດ້. ທ່ານ​ພັນ​ກິ​ມູນ ຈໍາ​ເປັນ​ຕ້ອງ
ເດີນທາງ​ຕໍ່​ນໍາ​ລົດ​ເມ​ໄປ​ຍັງ​ກຸງ Buenos Aires ໝົດ​ຄືນ​ເພື່ອ​ໄປ​ພົບ​ປະຫາລື​ກັນ​ກັບ
ປະທານາທິບໍດີ Cristina Fernandez de Kirchner ແຫ່ງ Argentina ນັ້ນ.

XS
SM
MD
LG