ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄ່າປະມູນກິນເຂົ້າທ່ຽງກັບທ່ານ Buffet ມີຄ່າຫລາຍກວ່າ 2 ລ້ານໂດລາ


ຄ່າປະມູນກິນເຂົ້າທ່ຽງກັບທ່ານ Buffet ມີຄ່າຫລາຍກວ່າ 2 ລ້ານໂດລາ
ຄ່າປະມູນກິນເຂົ້າທ່ຽງກັບທ່ານ Buffet ມີຄ່າຫລາຍກວ່າ 2 ລ້ານໂດລາ

ທ່ານ Warren Buffet ມະຫາເສດຖີ ພັນລ້ານ ອັນດັບ 2 ຂອງໂລກ.
ທ່ານ Warren Buffet ມະຫາເສດຖີ ພັນລ້ານ ອັນດັບ 2 ຂອງໂລກ.

ຜູ້​ປະມູນ​ຄົນ​ນຶ່ງ​ທີ່​ບໍ່​ບອກຊື່​ໃຫ້​ຊາບ​ ໄດ້​ຕົກລົງ​ທີ່​ຈະ​ຈ່າຍ​ເງິນ​ປະມານ 2 ລ້ານ 6 ​ແສນ​ໂດ​ລາ​ ສໍາລັບ​ກິນ​ເຂົ້າ​ທ່ຽງ​ຮ່ວມ​ກັບ​ທ່ານ Warren Buffet ມະຫາ​ເສດ​ຖີ​ລົງທຶນ​ອະ​ເມ​ລິ​ກັນ.

ຄ່າປະມູນ​ດັ່ງກ່າວ​ ຊຶ່ງ​ມີ​ຂຶ້ນ​ໃນ​ການ​ປະມູນ​ຫາ​ເງິນເພື່ອ​ການ​ກຸສົນ​ປະ​ຈໍາປີ​ຄັ້ງ​ນີ້​ ແມ່ນ​ທໍາລາຍ​ສະຖິຕິ​ຂອງ​ປີ​ແລ້ວ​ນີ້ ​ຫລາຍ​ກວ່າ 100 ​ໂດ​ລາ​ນ້ອຍ​ນຶ່ງ​. ​ເງິນ​ປະມູນ​ທີ່​ວ່າ​ນີ້​ຈະ​ນໍາ​ໄປ​ມອບ​ໃຫ້​ອົງການ​ກຸສົນ Glide Foundation ຊຶ່ງ​ໃຫ້ການ​ບໍລິການ​ທາງ​ດ້ານ​ສັງຄົມ​ແກ່​ພວກຄົນ​ທຸກ​ຍາກ​ ແລະ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ໃນ​ນະຄອນ San Francisco ລັດ California ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ.

ບໍ່ໄດ້ມີ​ການ​ເປີດ​ເຜີຍ​ຊື່​ຂອງ​ຜູ້ປະມູນ​ໄດ້​ນີ້​ ໃຫ້​ຊາບ.

ຕາມ​ທໍາ​ມະ​ດາ​ນັ້ນ ​ຜູ້​ທີ່ປະມູນ​ໄດ້ ແມ່ນ​ຈະໄດ້​ກິນ​ເຂົ້າທ່ຽງ​ຮ່ວມ​ກັບ​ທ່ານ Warren Buffet ທີ່ຮ້ານ​ອາຫານສະ​ເຕັກ Smith & Wollensky ທີ່​ນະຄອນ​ນີວຢອກ ​ແລະມີສິດ​ຖາມ​ຫລືໂອ້ລົມກັບ​ທ່ານ​ໄດ້ຢ່າງ​ເສລີໃນ​ທຸກ​ເລື້ອງ.

XS
SM
MD
LG