ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫວຽດນາມທໍາການ ຊ້ອມລົບທາງທະເລ


ພວກປະທ້ວງຕໍ່ຕ້ານຈີນ ໂບກທຸງຊາດຫວຽດນາມຢູ່ຕໍ່ໜ້າສະຖານ
ທູດຈີນທີ່ກຸງຮາໂນຍ ວັນທີ 12 ມິຖຸນາ 2011
ພວກປະທ້ວງຕໍ່ຕ້ານຈີນ ໂບກທຸງຊາດຫວຽດນາມຢູ່ຕໍ່ໜ້າສະຖານ ທູດຈີນທີ່ກຸງຮາໂນຍ ວັນທີ 12 ມິຖຸນາ 2011

ຫວຽດນາມ​ເລີ້ມ​ທໍາ​ການ​ຊ້ອມ​ລົບ​ທາງ​ທະເລ​ ທີ່​ໃຊ້​ລູກປືນ​ແທ້ຢູ່​ນອກ​ຝັ່ງທະ​ເລ​ຂອງ​ຕົນ
ໃນ​ວັນ​ຈັນ​ມື້​ນີ້ ​ທ່າມກາງ​ທີ່​ມີຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນກັບຈີນ ​ກ່ຽວ​ກັບ​ການ​ອ້າງ​ເອົາ​ດິນແດນ
ໃນ​ທະ​ເລ​ຈີນ​ຕອນ​ໃຕ້​ນັ້ນ.

ພວກ​ນາຍ​ທະຫານ​ເຮືອ​ຫວຽດນາມ​ກ່າວ​ວ່າ ການ​ຊ້ອມລົບກໍາລັງ​ມີ​ຂຶ້ນໃນ​ເຂດ​ອ້ອມ​ແອ້ມ
ເກາະ Hon Ong ທີ່​ບໍ່​ມີຄົນ​ຢູ່ປະມານ 40 ຫລັກ​ກິ​ໂລ​ແມັດ​ຫ່າງ​ຈາກ​ຝັ່ງ​ທະ​ເລແຂວງ
Quang Nam ​ໃນ​ພາກ​ກາ ຂອງ​ປະ​ເທດ​ ແລະ​ປະມານ 250 ຫລັກ​ກິ​ໂລ​ແມັດ ​ຫ່າງ​ຈາກ
​ພວກ​ໝູ່ເກາະ Paracell ທີ່​ຈີນຄວບ​ຄຸມ​.

ກອງທັບ​ເຮືອ​ຫວຽດນາມ​ກ່າວ​ວ່າ ການ​ຊ້ອມ​ລົບ​ຈະ​ກິນ​ເວລາ​ປະມານ 4 ຊົ່ວ​ໂມງ​ໃນຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ແລະ​ຈະເລີ້ມ​ຄືນ​ອີກ​ໃນ​ຕອນ​ແລງ ​ແລະວ່າ ການ​ຊ້ອມ​ລົບ​ດັ່ງ​ກ່າວ​ຈະ​ພົວພັນ​ກັບ​ການ​ໃຊ້​ປືນ​ໃຫຍ່​ແລະ​ພວກ​ອາວຸດ​ອື່ນໆ ​ແຕ່​ຈະ​ບໍ່​ມີ​ການຊ້ອມ​ຍິງ​ລູກ​ສອນ​ໄຟ​.

ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ບັນ​ລະ​ຍາຍ​ການ​ຊ້ອມ​ລົບ​ນີ້​ວ່າ ​ເປັນ​ການ​ເຝິກຊ້ອມ​ປະ​ຈໍາ​ຕາມ​ປົກກະຕິ. ​ແຕ່​ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງ​ຈີນ​ເອີ້ນ​ວ່າ ​ເປັນ​ການ​ທົດ​ສອບ​ຄວາມ​ຕັ້ງ​ໃຈ​ຂອງກຸງ​ປັກ​ກິ​ງ ຫລັງ​ຈາກ​ໄດ້ເກີດເຫດການ​ 2 ຄັ້ງຫວ່າງ​ໄວໆ​ຜ່ານ​ມາ​ນີ້ ຊຶ່ງ​ເຮືອ​ຂອງ​ຈີນ​ໄດ້​ເຂົ້າ​ແຊກ​ແຊງ​ກັບ​ເຮືອ​ບຸກ​ເບີກ​ຫາ​ບໍ່​ນໍ້າມັນຂອງ​ຫວຽດນາມ ທີ່​ກໍາລັງ​ປະຕິບັດ​ງານ​ຢູ່​ໃນ​ເຂດ​ນຶ່ງ​ທີ່​ຫວຽດນາມອ້າງ​ວ່າ​ເປັນ​ເຂດ​ເສດຖະກິດຂອງ​ຕົນຜູ້​ດຽວ​ນັ້ນ.

XS
SM
MD
LG