ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄດ້ມີການຮຽກຮ້ອງໃຫ້ ເອເຊຍ ຊ່ອຍລົບລ້າງ ຄວາມທຸກຈົນຂອງໂລກ


ປະທານາທິບໍດີ ຊູຊີໂລ ບໍາບັງ ຢຸດໂທໂຢໂນ ແຫ່ງອິນໂດເນເຊຍ
ກ່າວຄໍາປາໃສ ຕໍ່ກອງປະຊຸມກ່ຽວກັບເອເຊຍ ຕາເວັນອອກ ຂອງສະພາເສດຖະກິດໂລກ ຫລື World Economic Forum ທີ່ນະຄອນຫລວງຈາກາຕາ,
ວັນທີ 12 ມິຖຸນາ 2011. (AP Photo/Dita Alangkara)
ປະທານາທິບໍດີ ຊູຊີໂລ ບໍາບັງ ຢຸດໂທໂຢໂນ ແຫ່ງອິນໂດເນເຊຍ ກ່າວຄໍາປາໃສ ຕໍ່ກອງປະຊຸມກ່ຽວກັບເອເຊຍ ຕາເວັນອອກ ຂອງສະພາເສດຖະກິດໂລກ ຫລື World Economic Forum ທີ່ນະຄອນຫລວງຈາກາຕາ, ວັນທີ 12 ມິຖຸນາ 2011. (AP Photo/Dita Alangkara)

ໄດ້​ມີ​ການຮຽກຮ້ອງໃຫ້ພວກ​ປະ​ເທດ​ໃນ​ເອ​ເຊຍ​ ​ດໍາ​ເນີນ​ການ​ຫລາຍ​ຂຶ້ນ​ແລະ​ໃຫ້​ໃຊ້​ຈ່າຍ​ເງິນ​ຫລາຍ​ຂຶ້ນ ​ເພື່ອ​ຊ່ອຍລົບ​ລ້າງ​ຄວາມທຸກ​ຈົນ​ຢ່າງ​ຮ້າຍ​ແຮງທີ່​ສຸດ​ໃນ​ໂລກ.

ຄໍາ​ຮຽກຮ້ອງ​ດັ່ງກ່າວ​ໄດ້ອອກ​ມາຈາກ​ການ​ໂອ້​ລົມ​ສົນທະນາ​ກັນ​ຂອງ​ຄະນະ​ກໍາມະ ການນຶ່ງໃນ​ວັນ​ຈັນ​ມື້​ນີ້​ ​ໃນ​ຕອນ​ອັດ​ກອງ​ປະຊຸມກ່ຽວ​ກັບ​ເອ​ເຊຍ​ຕາ​ເວັນ​ອອກ ຂອງ ສະພາເສດຖະກິດ​ໂລກ ຊຶ່ງ​ມີພວກຜູ້​ນໍາ​ລັດຖະບານ​ ຕະຫລອດ​ທັງວົງ​ການ​ທຸລະ​ກິດ​ແລະ​ສັງຄົມ​ພົນລະ​ເມືອງ​ ຫລາຍ​ກວ່າ 500 ທ່ານ​ ​ເຂົ້າ​ຮ່ວມກອງ​ປະຊຸມ​ເປັນ​ເວລາ 2 ມື້ດ່ັງກ່າວ ​ທີ່​ຈັດ​ຂຶ້ນ​ເປັນ​ເທື່ອ​ທໍາ​ອິດ​ໃນນະຄອນຫລວງຈາກ​າຕາ ຂອງ ອິນ​ໂດ​ເນ​ເຊຍ.

ທ່ານ Rajat Nag ຜູ້​ອໍານວຍ​ການ​ທົ່ວ​ໄປ​ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ​ໃຫ້​ຂໍ້​ສັງ​ເກ​ດວ່າ
ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຢ່າງ​ໄວ​ຂອງເອ​ເຊຍ ​ໄດ້ຍົກ​ສູງມາດ ຕະຖານ​ການ​ຄອງ​ຊີ​ບ
ຂອງ​ປະຊາຊົນ​ຫລາຍ​ລ້ານ​ຄົນ ​ແຕ່​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ລັດຖະບານ​ປະ​ເທດ​ຕ່າງໆ​ໃນ
ເອ​ເຊຍ ຂຶ້ນ​ຄ່າ​ພາສີ ​ແລະ​ໃຫ້​ຈັດສັນ​ຊັບພະຍາກອນ​ຂອງ​ຫລວງໄປຊ່ອຍ​ເຫລືອ​ພວກປະຊາ
ຊົນຈໍານວນເກືອບ 1 ພັນ​ລ້ານ​ຄົນ ທີ່ຍັງ​ດໍາລົງ​ຊີວິດ​ຢູ່​ໃນ​ຄວາມທຸກ​ຈົນ​ທີ່​ສຸດ​ໃນ​ໂລກ​ນັ້ນ.

ທ່ານ Jeffrey Sachs ນັກ​ເສດຖະສາດ​ອາ​ເມ​ຣິກັນ​ເຫັນ​ພ້ອມນໍາທີ່ວ່າ​ເອ​ເຊຍ​ຈະ​ຕ້ອງ​ຮັບ
ພາລະ​ຫລາຍ​ຂຶ້ນ​ໃນ​ການ​ຊ່ອຍ​ບັນ​ເທົາ​ຄວາມທຸກ​ຈົນ​ໃນ​ໂລກນັ້ນ ​ແລະ ທ່ານ​ກ່າວວ່າ
ການ​ຟື້ນ​ໂຕ​ຄືນ​ຢ່າງ​ຊ້າໆ​ຂອງ​ເສດຖະກິດ​ໃນ​ພວກ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ນັ້ນ ​ໄດ້​ເຮັດ
ໃຫ້​ສະຫະລັດ​ແລະ​ຢູ​ໂຣບບໍ່​ມີ​ຄວາມ​ເຕັມ​ໃຈ​ ຫລື​ບໍ່​ສາມາດທີ່​ຈະ​ຮັບ​ພາລະ​ໄດ້.

ປະທານາທິບໍດີ​ໂຊ​ຊີ​ໂລ​ບໍາບັງ ຢຸດ​ໂທ​ໂຢ​ໂນະ ​ໄດ້ໄຂ​ກອງ​ປະຊຸມ​ດັ່ງກ່າວ​ໃນ​ວັນ​ອາທິດ
ວານ​ນີ້ ດ້ວຍ​ການເຕືອນ​ວ່າ ການ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ​ທາງ​ດ້ານ​ເສດຖະກິດ​ຂອງ​ເອ​ເຊຍ
ຈະ​ໝາຍ​ຄວາມ​ວ່າ ຈະ​ມີການ​ແຂ່ງຂັນ​ກັນ​ຫລາຍ​ຂຶ້ນ​ ສໍາລັບ​ແຫ​ລ່ງ ຊັບພະຍາກອນ​ທໍາ
ມະ​ຊາດທີ່​ມີ​ຢ່າງ​ຈໍາກັດ​ນັ້ນ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ຜູ້​ນໍາ​ດ້ານ​ການ​ເມືອງ​ແລະ
ດ້ານ​ເສດຖະກິດໃຫ້​ແກ້​ໄຂ​ຄວາມ​ກົດ​ດັນ​ຕ່າງໆ​ທີ່​ມາ​ຈາກຄວາມ​ບໍ່​ໜັ້ນຄົງ ​ດ້ານ​ເຂົ້າປາ
ອາຫານ ພະລັງງານ​ແລະ​ນໍ້າ​ ນັ້ນ.

ຄັ້ງ​ນີ້​ນັບ​ວ່າ​ເປັນ​ປີ​ທີ 20 ທີ່ສະພາວ່າ​ດ້ວຍເສດຖະກິດ​ໂລກ​ ໄດ້​ຈັດກອງ​ປະຊຸມ​ຂຶ້ນ​ກ່ຽວ
ກັບ​ເອ​ເຊຍ​ຕາ​ເວັນ​ອອກ. ສະພາ​ທີ​ວ່າ​ນີ້​ເປັນ​ທີ່​ຮູ້ຈັກ​ກັນ​ດີ ຍ້ອນ​ກອງ​ປະຊຸມ​ປະ​ຈໍາປີ​ທີ່
ຈັດຂຶ້ນໃນ​ເມືອງ​ຕາກ​ອາກາດ Davos ຂອງ​ປະ​ເທດ Switzerland.

XS
SM
MD
LG