ບັນດາເຈົ້າໜ້າທີ່ສະຫະລັດແລະເຢເມນກ່າວວ່າ ປະທານາ
ທິບໍດີ Ali Abdullah Saleh ໄດ້ຮັບບາດເຈັບຮ້າຍແຮງ
ກວ່າທີ່ໄດ້ແຈ້ງໃຫ້ຊາບມາກ່ອນນັ້ນຕັ້ງຫລາຍ ໃນການໂຈມຕີທໍານຽບຂອງທ່ານໃນສັບປະດາຜ່ານມາ ຊຶ່ງພາໃຫ້ເກີດຄວາມສົງໄສຫລາຍຂຶ້ນກ່ຽວກັບການກັບຄືນໄປຄອງອໍານາດຂອງທ່ານ ໃນຂະນະທີ່ການສູ້ລົບກັນໃນພາກໃຕ້ໄດ້ເອົາຊີວິດປະຊາຊົນໄປຫລາຍສິບຄົນ.
ທໍາອິດນັ້ນໄດ້ມີການປະກາດຂ່າວໃຫ້ຊາບວ່າ ທ່ານຊາເລໄດ້ຮັບບາດເຈັບຈາກສະເກັດລູກລະເບີດ ແລະມີການອ້າງຄໍາເວົ້າຂອງຮອງປະທານາທິບໍດີຂອງທ່ານໃນວັນຈັນຜ່ານມານີ້ວ່າ ປະທານາທິບໍດີຈະກັບຄືນໄປຍັງເຢເມນ ພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້ ຈາກ Saudi Arabia ບ່ອນທີ່ທ່ານກໍາລັງໄດ້ຮັບການປິ່ນປົວບາດແຜຢູ່ທີ່ນັ້ນ.
ແຕ່ແຫລ່ງຂ່າວທາງການທູດກ່າວໃນວັນອັງຄານວານນີ້ວ່າ ທ່ານຊາເລໄດ້ຖືກໄຟໄໝ້ໂຕ 40 ກວ່າເປີເຊັນ ຮວມທັງຢູ່ທີ່ໜ້າ ຕາມລໍາຄໍແລະໜ້າເອິກຂອງທ່ານ. ນອກນັ້ນຍັງມີການເຊື່ອກັນອີກເຊ່ນກັນວ່າ ທ່ານໄດ້ຮັບບາດເຈັບສາຫັດຢູ່ທີ່ຫົວຂອງທ່ານ.
ນາຍົກລັດຖະມົນຕີຂອງເຢເມນ ພ້ອມທັງພວກຜູ້ຮອງຂອງທ່ານ 2 ຄົນ ຫົວໜ້າຂອງທັງສອງສະພາແລະຫົວໜ້າດ້ານນິຕິບັນຍັດຂອງພັກລັດຖະ ບານໄດ້ຖືກສົ່ງໄປພະຍາບານໂຕທີ່ Saudi Arabia ຍ້ອນໄດ້ຮັບບາດແຜສາຫັດ.
ໃນຂະນະດຽວກັນ ຄວາມວຸ້ນວາຍທີ່ໄດ້ເກີດຂຶ້ນໃນປະເທດມາເປັນເວລາຫລາຍເດືອນແລ້ວນັ້ນ ບໍ່ໄດ້ສະແດງຮ່ອງຮອຍໃຫ້ເຫັນວ່າຈະຍຸດຕິລົງ ເຖິງແມ່ນປະທານາທິບໍດີບໍ່ຢູ່ໃນປະເທດກໍຕາມ.