ເຈົ້າໜ້າທີ່ເນປາລກ່າວວ່າ ພວກຄົນໂດຍສານພ້ອມທັງນັກບິນ ແລະພະນັກງານທັງໝົດ 19 ຄົນເສຍຊີວິດ ໃນອຸບັດເຫດ ເຮືອບິນຕົກ ຕອນກັບມາຈາກໄປຊົມພູ Everest.
ທ່ານ Jibril ຜູ້ນໍາຄົນໃໝ່ຂອງລີເບຍ ແລະທ່ານ Mohamed Kamel Amr ລັດຖະມົນຕີຕ່າງປະເທດໃໝ່ຂອງອີຈິບ ກ່າວຄໍາປາໄສ ຕໍ່ສະມັດຊາໃຫຍ່ ສປຊ ເປັນເທື່ອທໍາອິດ
ຕໍາຫລວດອິນໂດເນເຊຍກ່າວວ່າ ຜູ້ວາງລະເບິດສະລະຊີບຄົນນຶ່ງ ໄດ້ຈູດກະນວນວັດຖຸລະເບີດ ຢູ່ນອກໂບດ ແລະເຮັດໃຫ້ໂຕເອງຕາຍແລະ ບາດເຈັບຫລາຍຄົນ.
ປະຊາຊົນອັຟການິສຖານ ຫລາຍຮ້ອຍຄົນ ພາກັນຊຸມນຸມປະທ້ວງ ການສັງຫານ ອະດີດປະທານາທິບໍດີ ທີ່ກຸງຄາບູລ.
ທ່ານບາຣັກ ໂອບາມາ ພົບປະກັບ ທ່ານ Mahmoud Abbas ປະທານາທິບໍດີປາແລສໄຕນ໌ ແລະທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ.
ທູດພິເສດເກົາຫລີເໜືອ ແລະເກົາຫລີໃຕ້ ໄຂການເຈລະຈາ ເລື້ອງນີວເຄລຍກັນຄືນ ທີ່ກຸງປັກກິງ.
ພວກເຫັນເຫດການກ່າວວ່າ ຍັງມີການຍິງກັນ ຢູ່ໃນນະຄອນຫລວງ ຂອງເຢເມນ ເຖິງແມ່ນໄດ້ມີການຕົກລົງ ຢຸດຍິງແລ້ວກໍຕາມ.
ການຍິງປືນໃຫຍ່ແລະປືນກົນ ໂຈມຕີຢ່າງໜັກ ສັ່ນສະເທືອນ ນະຄອນຫລວງ Sana'a ຂອງເຢເມັນ.
ປ.ໂອບາມາ ປະກາດແຜນການ ຕັດການຂາດດຸນ ງົບປະມານຂອງທ່ານໃຫ້ຊາບ ແຕ່ສະມາຊິກພັກ Republican ປະຕິເສດໂດຍທັນທີ.
ຄວາມບໍ່ແນ່ໃຈໃນດ້ານເສດຖະກິດ ພວມປາກົດໃຫ້ເຫັນ ໃນເຂດເງິນຢູໂຣ ຫລັງຈາກຄວາມໜ້າເຊື່ອຖື ດ້ານສິນເຊື່ອຂອງອີຕາລີ ຖືກລົດລົງ.
ທາງການຈີນກ່າວວ່າ ປະຊາຊົນ 57 ຄົນ ເສຍຊີວິດ ແລະ 29 ຄົນຫາຍສາບສູນ ຍ້ອນໄພນໍ້າຖ້ວມ ໃນ 3 ແຂວງຂອງຈີນ.
ຝົນຕົກໜັກໄດ້ກີດກັນ ຕໍ່ການຊອກຄົ້ນຫາ ຜູ້ລອດຊີວິດ ຈາກໄພແຜ່ນດິນໄຫວໃນເຂດ ພູເຂົາຫິມະໄລ ທີ່ປະທະ 3 ປະເທດເພື່ອນບ້ານ.
ຄົນວາງລະເບີດສະລະຊີບ ໄດ້ຈູດກະນວນລະເບີດລົດ ຢູ່ນອກບ້ານພັກຂອງເຈົ້າໜ້າທີ່ຕໍາຫລວດຂັ້ນອາວຸໂສທ່ານນຶ່ງ ໃນກາຣາຈີ.
ລມຕ ຕ່າງປະເທດຈີນ Yang Jiechi ໄດ້ທໍາການຮຽກຮ້ອງດັ່ງກ່າວ ຢູ່ໃນກອງປະຊຸມສໍາມະນາ ກ່ຽວກັບການເຈລະຈາກັບເກົາຫລີເໜືອ.
ຈີນໄດ້ສັ່ງໃຫ້ປິດໂຮງງານດັ່ງກ່າວ ໃນພາກຕາເວັນອອກຂອງຈີນ ລົງຊົ່ວຄາວ ຫລັງຈາກພວກຊາວບ້ານພາກັນ ທໍາການປະທ້ວງ ມາໄດ້ 4 ວັນ.
ກໍາລັງຂອງອໍານາດປົກຄອງຊົ່ວຄາວລີເບຍ ປະເຊີນກັບການຕ້ານຢັນ ຢ່າງແຂງແຮງ ຈາກກໍາລັງທີ່ຈົງຮັກພັກດີຕໍ່ກາດດາຟີ.
ສະຫະພາບຢູໂຣບໄດ້ເລື່ອນ ການຕັດສິນໃຈອອກໄປ ກ່ຽວກັບວ່າຈະອະນຸມັດ ເງິນຊ່ອຍເຫລືອງວດຕໍ່ໄປ ຈໍານວນ 11 ຕື້ໂດລາ ໃຫ້ກຣີສຫລືບໍ່?
ທ່ານນາງອອງຊານຊູຈີ ກ່າວວ່າ ປະຊາຊົນມຽນມາ ຍັງໄກຫລາຍ ທີ່ຈະໄດ້ຮັບ ເສລີພາບອັນແທ້ຈິງ ເຖິງແມ່ນໄດ້ມີການປ່ຽນແປງ ຫລາຍຢ່າງກໍຕາມ.
ຈໍານວນຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນເປັນ 4 ຄົນແລ້ວ ໃນການໂຈມຕີດ້ວຍລະເບີດ ທີ່ພາກໃຕ້ຂອງໄທ.
ການໂຈມຕີຂອງກຸ່ມຕາລີບັນ ເກືອບນຶ່ງມື້ ເອົາຊີວິດຜູ້ຄົນໄປ 14 ຄົນ ໃນກຸງຄາບູລ ນະຄອນຫລວງອັຟການິສຖານ.
ໂຫລດຕື່ມອີກ