ຕໍາຫລວດອິນໂດເນເຊຍກ່າວວ່າ ຜູ້ວາງລະເບີດສະລະຊີບຄົນນຶ່ງໄດ້ຈູດກະນວນວັດຖຸລະເບີດຂອງຜູ້ກ່ຽວຢູ່ນອກໂບດ Protestant ແຫ່ງນຶ່ງໃນແຂວງ Java ທາງພາກກາງຂອງອິນໂດເນເຊຍໃນວັນອາທິດມື້ນີ້ ເຮັດໃຫ້ໂຕເອງເສຍຊີວິດ ແລະອີກຫລາຍຄົນໄດ້ຮັບບາດເຈັບ.
ພວກເຫັນເຫດການກ່າວວ່າ ລະເບີດທີ່ແຕກຂຶ້ນຢູ່ນອກໂບດ Kepunton ໃນເມືອງໂຊໂລ ໄດ້ສັງຫານຜູ້ວາງລະເບີດ ແລະຢ່າງໜ້ອຍປະຊາຊົນຕື່ມອີກ 3 ຄົນ ແຕ່ຕໍາຫລວດກ່າວວ່າ ມາຮອດປັດຈຸບັນນີ້ ມີພຽງແຕ່ຜູ້ວາງລະເບີດເທົ່ານັ້ນ ໄດ້ຮັບການຢືນຢັນວ່າເສຍຊີວິດ. ວິທະຍຸທ້ອງຖິ່ນກ່າວວ່າ ມີຜູ້ຄົນຕື່ມອີກຫລາຍເຖິງ 20 ຄົນໄດ້ຮັບບາດເຈັບ.
ອິນໂດເນເຊຍໄດ້ສັ່ນສະເທືອນຍ້ອນການໂຈມຕີຕິດຕໍ່ກັນມາຫລາຍໆບັ້ນໃນຫວ່າງເມື່ອບໍ່ເທົ່າ
ໃດປີຜ່ານມານີ້ ໂດຍເຄື່ອຂ່າຍກໍ່ການຮ້າຍ Jemaah Islamiyah ໃນພາກພື້ນ ຮວມທັງ
ການວາງລະເບີດໂຈມຕີທີ່ເກາະບາຫລີໃນປີ 2002 ຊຶ່ງໄດ້ເອົາຊີວິດຜູ້ຄົນໄປ 202 ຄົນນັ້ນ.