ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

57 ຄົນເສຍຊີວິດ ຍ້ອນໄພນໍ້າຖ້ວມ ທີ່ຈີນ


ນໍ້າຖ້ວມທີ່ຈີນ, ວັນທີ 20 ກັນຍາ 2011.
ນໍ້າຖ້ວມທີ່ຈີນ, ວັນທີ 20 ກັນຍາ 2011.

ທາງ​ການ​ຈີນ​ກ່າວ​ວ່າ ປະຊາຊົນ 57 ຄົນ​ເສຍ​ຊີວິດ ​ແລະ 29 ຄົນ ຫາຍ​ສາບ​ສູນ​ໃນ
​ໄພ​ນໍ້າ​ຖ້ວມ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ທົ່ວ 3 ​ແຂວງ.

ກະຊວງ​ກິດຈະການ​ພົນລະ​ເມືອງ ກ່າວ​ວ່າ ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 1 ລ້ານ 2
​ແສນ​ຄົນ​ໄດ້​ຖືກ​ຍົກຍ້າຍ​ແລະ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ ກະ​ປະມານ​ວ່າ​ເປັນ​ມູນ​ຄ່າ
2 ພັນ 700 ລ້ານ​ໂດ​ລາ ​ໃນ​ແຂວງເຮນັນ ຊານສີ ​ແລະ​ຊີ​ສວນ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ​ກ່າວ​ວ່າ ນໍ້າ​ຖ້ວມ​ຄັ້ງ​ນີ້​ນັບ​ວ່າ​ເປັນ​ຄັ້ງຮ້າຍ​ແຮງ​ທີ່​ສຸດ​
ໃນຮອບ 50 ປີຜ່ານ​ມາ ​ໃນ​ແຂວງ ຊານສີ ຊຶ່ງ​ທໍາ​ມະ​ດາ​ເປັນ​ບ່ອນ​ທີ່​ແຫ້ງ​ແລ້ງໄດ້ພາໃຫ້
ມີດິນ​ເຈື່ອນລົງ​ທັບ​ໂຮງງານແຫ່ງນຶ່ງ​ຢູ່​ນອກ​ນະຄອນ Xi’an ນະຄອນຫລວງ​ຂອງ​ແຂວງ
​ເຮັດໃຫ້​ພວກ​ຄົນ​ງານ​ເສຍ​ຊີວິດ​ໄປ 17 ຄົນ.

ອົງການ​ຂ່າວ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ​ໃນ​ວັນ​ອັງຄານ​ມື້​ນີ້ ຝົນຕົກ​ໜັກ​ໄດ້​ເຮັດ​ໃຫ້​ນໍ້າ​ໃນ​ແມ່​ນໍ້າ​
ຢັງ​ຊີ ຍຶ່ງຂຶ້ນ​ລົ້ນ​ຝັ່ງ ​ເຮັດ​ໃຫ້​ນໍ້າ​ໄຫລ​ລົງ​ໃສ່​ອ່າງ​ເກັບ​ນໍ້າ ທາງ​ເໜືອ​ເຂື່ອນ 3 ໜ້າຜາ ​ໃນ
ປະລິມານ 45 ພັນ​ແມັດກ້ອນ​ຕໍ່ 1 ວິນາທີ ​ແລະ​ອົງການ​ຂ່າວ​ຊິນ​ຫົວ​ເວົ້າ​ຕື່ມ​ວ່າ ອ່າງ​ເກັບ
​ນໍ້າແຫ່ງ​ນີ້​ແມ່ນສູງ​ກວ່າ​ລະດັບ​ເຕືອນ​ໄພ 16 ​ແມັດ ​ແລະ​ກໍາລັງ​ມີ​ການ​ປ່ອຍ​ນໍ້າ​ບາງ​ສ່ວນ
​ລົງມາໃສ່ຫຼັງເຂື່ອນແລ້ວ.

XS
SM
MD
LG