ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

8 ຄົນເສຍຊີວິດໃນປາກິສຖານ ໃນການໂຈມຕີ ທີ່ແນເປົ້າໝາຍໃສ່ ນາຍຕໍາຫລວດຂັ້ນສູງ.


ຄວາມເສຍຫາຍຈາກການວາງລະເບີດໂຈມຕີ ຢູ່ນອກບ້ານນາຍຕໍາຫລວດອະວຸໂສ ໃນນະຄອນກາຣາຈີ, ປາກິສຖານ,
ວັນທີ 19 ກັນຍາ 2011.
ຄວາມເສຍຫາຍຈາກການວາງລະເບີດໂຈມຕີ ຢູ່ນອກບ້ານນາຍຕໍາຫລວດອະວຸໂສ ໃນນະຄອນກາຣາຈີ, ປາກິສຖານ, ວັນທີ 19 ກັນຍາ 2011.

ຕໍາຫລວດກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ຈູດກະນວນ​ວັດຖຸ​ລະ​ເບີດ​ທີ່​ເຕັມ​ລົດ​ຄັນ​ນຶ່ງ​ ຢູ່​ນອກ​ບ້ານ​ພັກ​ຂອງ​ເຈົ້າ​ໜ້າ​ທີ່ຕໍາຫລວດ​ຂັ້ນ​ອາວຸ​ ໂສ​ທ່ານ​ນຶ່ງ​ໃນ​ນະຄອນ​ກາຣາຈີ ​ເຮັດ​ໃຫ້ຢ່າງ​ໜ້ອຍ 8 ຄົນ​ເສຍ​ຊີວິດ.

ພວກເຈົ້າ​ໜ້າ​ທີ່​ກ່າວ​ວ່າ 6 ​ໃນ​ຈໍານວນ 8 ຄົນ​ທີ່​ເສຍ​ຊີວິດ​ໄປ​ໃນ​ວັນຈັນ​ມື້​ນີ້ ​ແມ່ນ​ຕໍາຫລວດ​ທີ່​ເຝົ້າ​ຍາມ​ບ້ານ​ພັກ​ຂອງເຈົ້າ​ໜ້າ​ທີ່ຕໍາຫລວດ​ທ່ານ​ນີ້ ​ແລະ​ວ່າ ນອກ​ນັ້ນ​ແລ້ວກໍ​ມີ​ແມ່ຍິງ​ຄົນ​ນຶ່ງ​ແລະ​ເດັກນ້ອຍ​ຄົນ​ນຶ່ງເສຍ​ຊີວິດ​ໄປ​ໃນ​ການລະ​ເບີດ​ຄັ້ງ​ນີ້.

ທ່ານ Chaudry Aslam ນາຍ​ຕໍາຫລວດ​ທີ່​ເປັນ​ເປົ້າ​ໝາຍ​ຂອງການວາງ​ລະ​ເບີດ ​ໄດ້​ລອດ​ຊີວິດ​ຈາກການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ Aslam ​ທີ່ເປັນ​ຜູ້​ຮັບຜິດຊອບ​ໃນ​ການສືບສວນ​ກ່ຽວ​ກັບພວກ​ກຸ່ມຫົວ​ຮຸນ​ແຮງ​ຕ່າງໆ​ໃນ
ນະຄອນ​ກາຣາຈີ ກ່າວ​ວ່າ ທ່ານ​ໄດ້​ຮັບ​ການຂົ່ມຂູ່​ຫລາຍ​ຄັ້ງ​ຈາກ​ພວກ​ກະບົດ​ຕາ​ລີບັນ​ປາ​ກິ​ສ
ຖານ​ນັ້ນ.

ທ່ານ Aslam ກ່າວ​ຕື່ມ​ວ່າ ທ່ານ​ບໍ່​ຢ້ານ​ກົວ​ພວກ​ຕາ​ລີ​ບັນ ​ແລະ​ກ່າວ​ເຖິງ​ການ​ໂຈມ​ຕີ​ໃນ​ວັນ
ຈັນ​ມື້​ນີ້​ວ່າ ​ເປັນ​ການ​ກະທໍາແບບ​ຂີ້​ຂາດ​ຕາຂາວ.

ກຸ່ມ​ຕາ​ລີ​ບັນ​ໃນ​ປາ​ກິ​ສຖານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ຄັ້ງ​ນີ້ ​ໂດຍ​
ກ່າວວ່າ ທ່ານ Aslam ​ໄດ້​ທໍາ​ການ​ຈັບ​ກຸມ​ແລະ​ສັງຫານ​ພວກ​ນັກ​ຕໍ່ສູ້​ຂອງ​ຕົນ​ໄປ​ຫລາຍ​ຄົນ.

ໂຄສົກ​ກຸ່ມ​ຕາ​ລີ​ບັນ​ກ່າວ​ວ່າ ກຸ່ມ​ຂອງ​ຕົນ​ຈະ​ສືບ​ຕໍ່ແນ​ການ​ໂຈມ​ຕີໃສ່​ພວກເຈົ້າ​ໜ້າ​ທີ່​ທີ່​ພົວພັນ​
ໃນ​ການ​ສັງຫານ​ພວກສະຫາຍ​ຂອງ​ພວກ​ຕົນ.

ການລະ​ເບີດ​ດັ່ງກ່າວ​ໄດ້​ປະຂຸມ​ຂະໜາດ​ໃຫຍ່​ໄວ້​ຢູ່​ນອກ​ບ້ານພັກ​ຂອງ​ທ່ານ Aslam.

XS
SM
MD
LG