ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຮຽກຮ້ອງໃຫ້ໄຂ ການເຈລະຈານີວເຄລຍ ກັບເກົາຫລີເໜືອຄືນ


ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ.
ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ.

ນັກ​ການ​ທູດ​ລະດັບ​ສູງ​ສຸດ​ຂອງ​ຈີນ​ໄດ້​ຮຽກຮ້ອງ​ໃນ​ວັນ​ຈັນ​ມື້​ນີ້​ ໃຫ້​ໄຂການເຈລະຈາກັນ​ຄືນ
ກ່ຽວ​ກັບເລື້ອງ​ການ​ລົດ​ກໍາລັງອາວຸດ​ນີວ​ເຄລຍ ທີ່ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາກັບ​ເກົາຫລີ ​ເໜືອ​ນັ້ນ.

ໃນ​ການຖະ​ແຫລ​ງຕໍ່​ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວ​ກັບ​ການ​ເຈລະຈາ​ກັບ​ເກົາຫລີ​ເໜືອ​ ທີ່​ກຸງ​ປັກ​
ກິ​ງນັ້ນ ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Yang Jiechi ກ່າວ​ຕໍ່​ພວກ​ນັກ​ການ​ທູດ​ແລະ
ນັກວິຊາການ​ໃນ​ກອງ​ປະຊຸມ​ວ່າ ຈີນ​ດີ​ໃຈ​ທີ່​ໄດ້​ເຫັນມີການພົວພັນ​ກັນ​ໃນ​ທາງ​ບວກ​ໃນ​ບັນດາ
6 ພັກ​ຝ່າຍທີ່​ພົວພັນ​ກັບ​ການ​ເຈລະຈາ​ດັ່ງກ່າວ.

ເກົາຫລີ​ໃຕ້​ໄດ້​ປະກາດ​ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ Wi Sung-lac ​ເຈົ້າ​ໜ້າ​ທີ່
ເຈລະຈາ​ດ້ານ​ນີວ​ເຄລຍຂອງ​ຕົນ​ ຈະ​ພົບ​ປະກັນ​ໃນ​ກຸງ​ປັກ​ກິ​ງ​ໃນ​ວັນ​ພຸດ​ສັບປະດາ​ນີ້ກັບ​
ທ່ານ Ri Yong-ho ຄູ່​ຕໍາ​ແໜ່ງຈາກ​ເກົາຫລີ​ເໜືອ ຊຶ່ງ​ຈະ​ເປັນການ​ພົບ​ປະ​ເຈລະຈາ​ກັນ
ເທື່ອທໍາ​ອິດ​ຂອງ​ເຂົາ​ເຈົ້າ​ ນັບ​ແຕ່​ໄດ້​ທໍາ​ການ​ພົບ​ປະກັນ​ຢູ່​ຂ້າງ​ນອກ​ກອງ​ປະຊຸມ​ປະ​ຈໍາ
ພາກ​ພື້ນ​ບັ້ນ​ນຶ່ງທີ່​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​.

ພ້ອມ​ກັນ​ນີ້ ທ່ານ Yang ​ໄດ້​ຮຽກຮ້ອງ​ໄປ​ຍັງທຸກ​ພັກ​ຝ່າຍ​ໃນ​ການເຈລະຈາ ​ໃຫ້​ສວາຍ​ເອົາ​
ໂອກາດ​ນີ້​ ​ຮື້​ຟື້ນ​ການ​ເຈລະຈາ​ກັນ​ຄືນ​ໃໝ່ ຊຶ່ງ​ທ່ານກ່າວ​ຕໍ່​ໄປ​ວ່າ ການ​ຂາດ​ຄວາມໄວ້​ວາງ​
ໃຈ​ກັນແລະ​ກັນລະຫວ່າງສອງ​ເກົາຫລີ​ໄດ້​ຂັດຂວາງການ​ພັດທະນາ​ໃນ​ທົ່ວເຂດເອ​ເຊຍ​ເໜືອ.

XS
SM
MD
LG