ການຕ້ານຢັນຢ່າງແຂງແຮງຈາກພວກນັກລົບທີ່ຈົງຮັກພັກດີຕໍ່ທ່ານມວມມາ ກາດດາຟີ ໄດ້
ຖ່ວງດຶງຄວາມພະຍາຍາມຂອງພວກກໍາລັງຂອງຄະນະນໍາພາໃໝ່ຂອງລີເບຍ ເພື່ອປາບປາມ
ການຕໍ່ຕ້ານໃນ 2 ຫົວເມືອງ ຫລາຍສັບປະດາຫລັງຈາກພວກອະດີດກະບົດໄດ້ບຸກເຂົ້າຍຶດ
ນະຄອນຫລວງຕຣີໂປລີ ແລະຂັບໄລ່ອະດີດຜູ້ນໍາທີ່ປົກຄອງປະເທດມາເປັນເວລາດົນນານ
ອອກຈາກອໍານາດ ຕ້ອງໄປລີ້ຊ່ອນຢູ່ບ່ອນອື່ນນັ້ນ.
ພວກນັກລົບອໍານາດປົກຄອງຊົ່ວຄາວຫລື NTC ໄດ້ປະເຊີນກັບການການຖືກຍິງຈະຫລວດ
ແລະປືນໃຫຍ່ມາໃສ່ໃນວັນເສົາວານນີ້ ໃນຂະນະທີ່ພວກເຂົາເຈົ້າພະຍາຍາມບຸກລຸກເຂົ້າໄປ
ໃນເມືອງ Sirte ບ້ານເກີດເມືອງນອນຂອງທ່ານກາດດາຟີນັ້ນ.
ຢ່າງໃດກໍຕາມ ພວກນັກລົບ NTC ອີກຈໍານວນນຶ່ງໄດ້ກັບຄືນໄປຍັງເມືອງທະເລຊາຍ Bani
Walid ອີກໃນວັນເສົາວານນີ້ ນຶ່ງມື້ຫລັງຈາກພວກກໍາລັງທີ່ຈົງຮັກພັກດີຕໍ່ທ່ານກາດດາຟີ
ໄດ້ຕ້ານຢັນແລະບັງຄັບໃຫ້ພວກເຂົາເຈົ້າ ຕ້ອງລ່າຖອຍອອກມານັ້ນ.
ທ່ານ Moussa Ibrahim ໂຄສົກຂອງອະດີດຜູ້ນໍາລີເບຍທີ່ຖືກໂຄ່ນລົ້ມໄປກ່າວວ່າ ພວກ
ຈົງຮັກພັກດີຕໍ່ທ່ານກາດດາຟີມີຄວາມສາມາດທີ່ຈະສືບຕໍ່ທໍາການຕໍ່ສູ້ຕໍ່ໄປໄດ້ເປັນເວລາຕື່ມ
ອີກຫລາຍເດືອນ.
ຂະນະດຽວກັນ ອົງການຂ່າວ Reuters ກ່າວວ່າ ພວກນັກລົບຂອງອໍານາດປົກຄອງຊົ່ວ
ຄາວຍຶດເອົາເມືອງ Herawa ໄດ້ຊຶ່ງເປັນເມືອງນ້ອຍໆຕັ້ງຢູ່ຫ່າງຈາກເມືອງ Sirteປະມານ
60 ຫລັກກິໂລດແມັດ.
ເທີກີປະກາດໃຫ້ຮູ້ວ່າ ຕົນຈະສົ່ງເຮືອບິນໄປຖິ້ມເຄື່ອງຊ່ອຍເຫລືອບັນເທົາທຸກດ້ານມະນຸດ
ສະທໍາ ຈໍານວນ 22 ໂຕນ ລົງໃນເມືອງ Bani Walid ຊຶ່ງລັດຖະບານເທີກີກ່າວໃນວັນ
ເສົາວານນີ້ວ່າ ການຊ່ອຍເຫລືອນີ້ແມ່ນສໍາລັບພວກພົນລະເຮືອນ ທີ່ຕ້ອງການຄວາມ
ຊ່ອຍເຫລືອຢ່າງຮີບດ່ວນນັ້ນ.
ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບການສະໜັບສະໜູນຂອງຢູໂຣບ ຕໍ່ລີເບຍ: