ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

14 ຄົນເສຍຊີວິດ ໃນການບຸກໂຈມຕີ ຂອງກຸ່ມຕາລີບັນ ຢູ່ກຸງຄາບູລ


ພວກຕໍາຫລວດອັຟການິສຖານກໍາລັງສິ້ງຊອມເບິ່ງບ່ອນການໂຈມຕີ
ສະລະຊີບຂອງພວກກະບົດໃນໃຈກາງ ກຸງຄາບູລ.
ວັນທີ 13 ກັນຍາ 2011.
ພວກຕໍາຫລວດອັຟການິສຖານກໍາລັງສິ້ງຊອມເບິ່ງບ່ອນການໂຈມຕີ ສະລະຊີບຂອງພວກກະບົດໃນໃຈກາງ ກຸງຄາບູລ. ວັນທີ 13 ກັນຍາ 2011.

ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ທີ່​ດໍາ​ເນີນ​ມາ​ເກືອບ​ນຶ່ງ​ມື້​ເຕັມ​ໃນ​ໃຈກາງນະ​ຄອນ​ຫລວງ​ຄາ​ບູລ
ໄດ້​ຍຸດຕິ​ລົງ​ໃນ​ວັນ​ພຸດ​ມື້​ນີ້ ​ເວລາ​ພວກ​ກໍາລັງ​ຂອງອັຟກາ​ນິສຖານ​ ແລະກຳລັງປະສົມໄດ້ສັງ
ຫານ​ພວກ​ຫົວ​ຮຸນ​ແຮງ ທີ່​ຍັງ​ເຫລືອ​ຢູ່​ ຊຶ່ງ​ໄດ້​ເປີດ​ສາກ​ໂຈມ​ຕີ​ໃນ​ລະຍະ​ໄກ​ ໃສ່​ສະຖານທູດ​
ສະຫະລັດ​ແລະ​ກອງ​ບັນຊາ​ການ​ຂອງ​ກຸ່ມ​ເນ​ໂຕ້​ນັ້ນ.

ພວກ​ກະບົດ​ໄດ້​ບຸກຖະຫລົ່ມ​ເຂົ້າ​ໄປ​ໃນ​ຕຶກອາຄານ​ຫລັງ​ນຶ່ງ​ທີ່​ຫາ​ກໍ​ສ້າງ​ແລ້ວ​ເຄິ່ງນຶ່ງ​ໃນ​ວັນ
ອັງຄານ​ວານ​ນີ້ທີ່​ສາມາດ​ຫລຽວເບິ່ງ​ 2 ​ບໍ​ລິ​ເວ​ນ​ດັ່ງກ່າວໄດ້ ແລ້ວກໍໄດ້ຍິງປືນ ​ແລະ​ຈະ​
ຫລວດ RPG ໄປໃສ່​ ໃນ​ຂະນະ​ທີ່ພວກ​ຫົວ​ຮຸນ​ແຮງ​ຈຸ​ອື່ນໆ​ທໍາ​ການ​ໂຈມ​ຕີ​ເປົ້າ​ໝາຍ​ອື່ນໆ
ຂອງ​ຕໍາຫລວດ​ອັຟກາ​ນິສຖານ ​ໃນ​ນະ​ຄອນ​ຫລວງ​ນັ້ນ.

ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂອງ​ກຸ່ມ​ເນ​ໂຕ້ທີ່​ດໍາ​ເນີນ​ງານ​ຄຽງ​ບ່າ​ຄຽງ​ໄຫລ່ກັບ​ພວກ​ກໍາລັງ​
ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນິສຖານໃນ​ທີ່ສຸດ​ກໍສາມາດກວາດ​ລ້າງ​ພວກ​ກະບົດ 6 ຄົນ
ທີ່​ຍັງ​ເຫຼືອ​ນັ້ນ​ອອກ​ຈາກ​ຕຶກ​ອາຄານດັ່ງກ່າວ​ໃນ​ວັນ​ພຸດ​ມື້​ນີ້ ​ເຮັດ​ໃຫ້ການໂຈມຕີຂອງພວກ
ກະບົດສິ້ນສຸດ​ລົງ.

ເຊື່ອ​ກັນ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ນັບ​ວ່າ​ເປັນການ​ໂຈມ​ຕີ​ທີ່ໃຊ້ເວລາດົນ​ນານ​ທີ່​ສຸດທີ່​ເກີດ​ຂຶ້ນ
ໃນ​ກຸງ​ຄາ​ບູລ ນັບ​ແຕ່​ສົງຄາມ​ອັຟກາ​ນິສຖານ​ໄດ້​ເລີ້ມ​ຂຶ້ນມາ ​ແລະ​ໄດ້​ເຮັດ​ປະຊາຊົນ​ເສຍ​ຊີວິດ
ໄປ​ຢ່າງ​ໜ້ອຍ 14 ຄົນ​ແລະ​ບາດເຈັບ​ປະມານ 20 ກວ່າຄົນ.

ໂຄສົກ​ຝ່າຍ​ກໍາລັງ​ປະສົມ​ກ່າວ​ວ່າ ພວກ​ພົນລະ​ເຮືອນ​ອັຟກາ​ນິສຖານ 11 ຄົນ​ເສຍ​ຊີວິດ​ໃນ
ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ທະຫານ​ເນ​ໂຕ້ 6 ຄົນ ໄດ້​ຮັບ​ບາດ​ເຈັບ. ກະຊວງ​ພາຍ​ໃນ​ຂອງ​
ອັຟກາ​ນິສຖານ​ກ່າວ​ວ່າ ຢ່າງ​ໜ້ອຍ​ເຈົ້າ​ໜ້າ​ທີ່​ຕໍາຫລວດ 3 ຄົນ​ໄດ້​ເສຍ​ຊີວິດ​ໄປ.

ທັງ​ກຸ່ມ​ເນ​ໂຕ້​ແລະ​ສະຖານທູດ​ສະຫະລັດ​ຕ່າງ​ກໍ​ກ່າວ​ວ່າ ບໍ່​ມີ​ພະນັກງານ​ຈັກ​ຄົນ​ຂອງ​ຕົນ
ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ບຸກ​ໂຈມ​ຕີ​ຄັ້ງ​ນີ້.

ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີ​ຄັ້ງ​ນີ້ ​ແຕ່​ທ່ານ Ryan
Crocket ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອັຟການິສຖານ​ຖິ້ມໂທດ​ໃສ່​ເຄືອ​ຂ່າຍ
Haqqani ທີ່ມີຖານປະຕິບັດງານໃນປາກິສຖານ ເປັນຜູ້ປະສານງານໃນ​ການ​ໂຈມ​ຕີ​ໃນ
ເຂດໃຈກາງ​ກຸງ​ຄາ​ບູລ ຄັ້ງນີ້. ກຸ່ມ​ຫົວ​ຮຸນ​ແຮງ​ ​Haqqani ມີ​ສາຍ​ພົວພັນ​ກັບ​ທັງ​ເຄືອ​ຂ່າຍ
al-Qaida ​ແລະ​ກຸ່ມ​ຕາ​ລີ​ບັນ ​ແລະ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງຄວາມ​ສາມາດ​ໃນ​ການເປີດ​
ສາກ​ໂຈມ​ຕີ​ທີ່​ສະລັບຊັບຊ້ອນໃນ​ອະດີດ​ຜ່ານ​ມາ​ນັ້ນ.

XS
SM
MD
LG