ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ປະກາດ ແຜນຕັດການຂາດດຸນ ງົບປະມານຂອງທ່ານ


ປະທານາທິບໍດີ ໂອບາມາ ເປີດເຜີຍແຜນການຕັດການຂາດດຸນງົບປະ
ມານຂອງທ່ານໃຫ້ຊາບທີ່ທໍານຽບຂາວ ທີ່ກຸງວຊິງຕັນ.
ວັນທີ 19 ກັນຍາ 2011.
ປະທານາທິບໍດີ ໂອບາມາ ເປີດເຜີຍແຜນການຕັດການຂາດດຸນງົບປະ ມານຂອງທ່ານໃຫ້ຊາບທີ່ທໍານຽບຂາວ ທີ່ກຸງວຊິງຕັນ. ວັນທີ 19 ກັນຍາ 2011.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ ປະກາດ​ແຜນການ​ຕັດການຂາດດຸນ
ງົບປະມານ​ຂອງ​ທ່ານ​ໃຫ້​ຊາບໃນ​ວັນ​ຈັນ​ວານ​ນີ້ ​ແຕ່​ພວກ​ສະມາຊິກ​ລັດຖະສະພາ​ສັງ
ກັດ​ພັກ Republican ໄດ້ປະຕິ​ເສດ​ຕໍ່​ຂໍ້​ສະເໜີ​ຂອງ​ທ່ານ​ຢ່າງ​ໄວ.

ໃນ​ຄໍາ​ປາ​ໄສ​ທີ່​ທໍານຽບຂາວ ທ່ານ​ໂອ​ບາ​ມາ​ຮຽກຮ້ອງ​ໄປ​ຍັງ​ຊາວ​ອາ​ເມຣິກັນ​ທຸກ​ຄົນ
ຮວມທັງ​ພວກ​ຮັ່ງມີ​ແລະ​ພວກ​ບໍລິສັດ​ຕ່າງໆ​ໃຫ້​ມີ​ສ່ວນແບ່ງ​ທີ່​ຍຸຕິ​ທໍາ​ໃນ​ຄ່າ​ໃຊ້​ຈ່າຍ​ຂອງ
ລັດຖະບານ​ນັ້ນ. ທ່ານ​ໂອ​ບາ​ມາ​ໄດ້ຂູ່ ທີ່​ຈະ​ໃຊ້​ສິດ​ຍັບ​ຍັ້ງຕໍ່ຂໍ້​ສະ​ເໜີ​ໃດໆ​ກໍ​ຕາມທີ່ຈະ
ຕັດ​ຄ່າ​ໃຊ້​ຈ່າຍດ້ານ​ການ​ຮັກສາ​ພະຍາບານ​ສໍາລັບ​ພວກ​ສູງ​ອາຍຸ ນອກຈາກ​ວ່າ​ຂໍ້​ສະເໜີ​
ດັ່ງກ່າວ​ຈະ​ຂຶ້ນ​ຄ່າ​ພາສີ​ລາຍ​ໄດ້​ຂອງ​ພວກ​ຄົນ​ຮັ່ງມີ​ນຳພ້ອມ. ທ່ານ​ໂອ​ບາ​ມາປະກາດວ່າ
ອັນ​ນີ້​ມັນ​ບໍ່​ແມ່ນ​ການ​ທໍາ​ສົງຄາມຊົນຊັ້ນ ​ແຕ່​ມັນ​ແມ່ນ​ໂຕ​ເລກ.

ປະທານ​ສະພາ​ຕໍ່າທີ່​ສັງກັດ​ພັກ Republican ທ່ານ John Boehner ກ່າວ​ວ່າ ​ແຜນ
ການ​ຂອງ​ປະທານາທິບໍດີ ​ເຮັດ​ໃຫ້​ຊາວ​ອາ​ເມຣິກັນ​ຈຸ​ນຶ່ງ​ເປັນ​ປໍ​ລະ​ປັກ​ຕໍ່​ອີກ​ຈຸ​ນຶ່ງ. ພວກ
ສະມາຊິກ​ພັກ Republican ກ່າວ​ວ່າການ​ເສຍ​ພາສີ​ຫລາຍ​ຂຶ້ນ​ເປັນ​ໄພ​ຫລື​ທໍາລາຍ​ການ
ລົງທຶນ​ແລະ​ການ​ເຕີບ​ໂຕ​ທາງ​ເສດຖະກິດ. ພວກ​ສະມາຊິກ​ເຫຼົ່າ​ນີ້​ ຢາກ​ໃຫ້​ຫຼຸດ​ຜ່ອນການ
ຂາດ ດຸນງົບປະມານ​ລົງ​ ໂດຍທັງ​ໝົດ​ມາ​ຈາກ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ຮວມທັງ​ຄ່າ​ໃຊ້
ຈ່າຍ​ສໍາລັບ​ເບ້ຍ​ບໍານານແລະໂຄງການ​ຮັກສາ​ສຸກຂະພາບ​ຕ່າງໆ​ສໍາລັບ​ພວກຄົນ​ສູງ​ອາຍຸ
ແລະ​ພວກ​ຄົນ​ທຸກ​ຍາກທີ່​ເອີ້ນ​ວ່າ ເງິນຄໍ້າປະກັນສັງຄົມ​ແລະ​ການ​ຮັກສາ​ພະຍາບານ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ສະ​ເໜີ​ໃຫ້​ຂຶ້ນ​ພາສີ​ສໍາລັບ​ພວກ​ຄົນ​ຮັ່ງມີ ຕັດ​ຄ່າ​ໃຊ້​ຈ່າຍ​ລົງ
ສໍາລັບ​ໂຄງການ​ສັງຄົມ​ບາງ​ຢ່າງ​ແລະ​ລົດ​ຄ່າ​ໃຊ້​ຈ່າຍ​ທາງ​ທະຫານ​ລົງ​ໃນ​ໂຄງການ​ອັນ​ນຶ່ງ
ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ລົດໜີ້​ສິນ​ຢ່າງ​ມະຫາສານ​ຂອງ​ສະຫະ​ລັດລົງ​ຕື່ມ​ອີກ 3 ພັນ​ຕື້​ໃນ​ໄລ
ຍະ 10 ປີຕໍ່ໜ້າ​.

ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ສະ​ເໜີ​ໃຫ້​ຂຶ້ນ​ພາສີ​ຕື່ມ​ອີກ 1500 ຕື້​ໂດ​ລາ ຮວມທັງ​ຂໍ້​ກໍານົດ​
ອັນ​ນຶ່ງ​ທີ່​ອະນຸມັດ​ໃຫ້​ພວກ​ຜູ້​ຄົນ​ບາງ​ຄົນ​ທີ່​ມີ​ລາຍ​ໄດ້​ຫລາຍ​ກວ່າ 1 ລ້ານ​ໂດ​ລາ​ຂຶ້ນ​ໄປ
ນັ້ນຈະບໍ່ໄດ້ຮັບການ​ຍົກ​ເວ້ນ​ອີກຕໍ່ໄປໃຫ້ເສຍ​ພາສີ​ລາຍ​ໄດ້ໃນ​ອັດຕາ​ຕໍ່າ​ກວ່າ​ພວກ​ຄົນ
ອາ​ເມຣິກັນ​ທີ່​ມີ​ລາຍ​ໄດ້​ພໍ​ປານ​ກາງນັ້ນ​. ທ່ານ​ໂອ​ບາ​ມາ​ຍັງ​ຮຽກຮ້ອງ​ເຊ່ນ​ກັນ ປ່ອຍໃຫ້
ການ​ຕັດພາສີ​ໃນ​ຍຸກ​ສະໄໝຂອງ​ອະດີດ​ປະທາ​ນາ​ທິບໍດີ​ Bush ໝົດ​ອາຍຸລົງ​ພາຍ​ໃນ​ທ້າຍ
ປີ 2012 ຊຶ່ງ​ຈະຢຸດ​ການ​ຕັດ​ຄ່າ​ພາສີ​ບາງ​ຢ່າງ​ລົງ​ສໍາລັບ​ພວກ​ຄອບຄົວ​ອາ​ເມຣິກັນ​ທີ່​ມີລາຍ
ໄດ້​ຫລາຍ​ກວ່າ 250 ພັນ​ໂດ​ລາ​ຕໍ່​ປີ​ນັ້ນ.

ນອກ​ນັ້ນ ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​ເຊ່ນ​ກັນ​ວ່າ ​ໃນ​ຂັ້ນ​ຕໍ່​ໄປ​ນັ້ນ ທ່ານ​ສາມາດ​ປະຢັດ​ເງິນ
ໄວ້​ໄດ້ 1 ພັນ​ຕື້​ໂດ​ລາ​ຈາກ​ການ​ຖອນ​ທະຫານ​ອາ​ເມຣິກັນ​ອອກ​ຈາກ​ອີຣັກ​ແລະ​ອັຟກາ
ນິສຖານ​ນັ້ນ.

XS
SM
MD
LG