ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

53 ຄົນເສຍຊີວິດ ຍ້ອນໄພ ແຜ່ນດິນໄຫວ ທີ່ອິນເດຍ ເນປານ ແລະຈີນ


ພວກເດັກນ້ອຍເນປານແລະຄົນອື່ນໆຢືນຢູ່ໃກ້ກັບສິ່ງຫັກພັງລົງມາ ຈາກຕຶກອາຄານທີ່ໄດ້ຮັບຄວາມເສຍຫາຍ ຈາກໄພແຜ່ນດິນໄຫວ
ທີ່ເກີດຂຶ້ນໃນພາກຕາເວັນອອກສຽງເໜືອຂອງອິນເດຍ.
ວັນທີ 19 ກັນຍາ, 2011.
ພວກເດັກນ້ອຍເນປານແລະຄົນອື່ນໆຢືນຢູ່ໃກ້ກັບສິ່ງຫັກພັງລົງມາ ຈາກຕຶກອາຄານທີ່ໄດ້ຮັບຄວາມເສຍຫາຍ ຈາກໄພແຜ່ນດິນໄຫວ ທີ່ເກີດຂຶ້ນໃນພາກຕາເວັນອອກສຽງເໜືອຂອງອິນເດຍ. ວັນທີ 19 ກັນຍາ, 2011.

ຝົນຕົກ​ໜັກ​ໃນ​ວັນ​ຈັນ​ມື້​ນີ້ ໄດ້​ກີດ​ກັນການ​ຊອກ​ຄົ້ນ​ຫາ​ພວກ​ລອດ​ຊີວິດຈາກ​ໄພແຜ່ນດິນ
​ໄຫວ​ ໃນ​ຄວາມ​ແຮງ 6.9 ຣິກ​ເຕີ ​ທີ່​ເກີດ​ຂຶ້ນໃນ​ວັນ​ອາທິດ​ວານ​ນີ້​ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ
​ໄປ​ແລ້ວ ​ຢ່າງ​ໜ້ອຍ 53 ຄົນ​ໃນ​ເຂດ​ພູ​ເຂົາ​ຫິມະ​ໄລ​ທີ່​ໂດດດ່ຽວ​ແລະກ້ວາງ​ໃຫຍ່​ ກວມ​ເອົາ
​ທັງ​ອິນ​ເດຍ ​ເນ​ປານ ​ແລະ​ຈີນ​ນັ້ນ. ຈຸດ​ສູນ​ກາງຂອງ​ແຜ່ນດິນ​ໄຫວ​ ແມ່ນ​ຢູ່ໃນ​ລັດ​ສິກ​ຂິມ
​ຂອງ​ອິນ​ເດຍ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກເມືອງຫລວງ Gangtok ຂອງ​ລັດ​ດັ່ງກ່າວ​ ປະມານ 60
ຫລັກ​ກິ​ໂລ​ແມັດ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ. ບັນດາ​ເຈົ້າ​ໜ້າ​ທີ່ລັດ​ສິກ​ຂິມ​ກ່າວ​ວ່າ
ຂີ້ຕົມເຈື່ອນ ຕຶກ​ອາຄານທີ່​ພັງທະລາ​ຍລົງ ​ແລະ​ສິ່ງ​ຫັກ​ພັງຕ່າງໆທີ່ຕົກລົງ​ມາ​ໄດ້​ເອົາຊີວິດ
​ຜູ້​ຄົນ​ໄປ ຢ່າງ​ໜ້ອຍ 31 ຄົນ​ໃນ​ລັດ​ດັ່ງກ່າວ ​ແລະ​ຫລາຍ​ກວ່າ 50 ຄົນໄດ້​ຮັບ​ບາດ​ເຈັບ.

ທາງ​ການ​ອິນ​ເດຍໄດ້​ແຈ້ງ​ໃຫ້​ຊາບ​ເຊ່ນ​ກັນ​ວ່າ ມີ​ຄົນ​ເສຍ​ຊີວິດ​ຫລາຍ​ຄົນຍ້ອນແຜ່ນດິນ
ໄຫວ​ຄັ້ງ​ນີ້ ໃນ​ລັດ Bihar ​ແລະ​ໃນ​ລັດ Bengal ຕາ​ເວັນ​ຕົກ. ​ແຮງສັ່ນ​ສະ​ເທືອ​ນຂອງ​
ແຜ່ນດິນ​ໄຫວ ​ແມ່ນ​ຮູ້ສຶກ​ໄປ​ຮອດ​ນະຄອນຫລວງນິວ​ ແດ​ລລີ ​ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ຈຸດ
​ສູນກາງຂອງ​ແຜ່ນດິນໄຫວ​ ປະມານ 1000 ກິ​ໂລແມັດ ​ແລະ​ໃນ​ປະ​ເທດ​ເພື່ອນ​ບ້ານ
Bangladesh ​ແລະ Bhutan ນໍາ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນກໍ​ລາຍ​ງາ​ນວ່າ ມີປະຊາຊົນຢ່າງ​ໜ້ອຍ​ 7 ຄົນ
​ເສຍຊີວິດ​ໃນ​ພາກ​ໃຕ້​ຂອງ​ທິ​ເບ​ດ​ ໃກ້ໆ​ກັບ​ຊາຍ​ແດນ​ລັດ​ສິກ​ຂິມ​ນັ້ນ.

ທີ່​ເນ​ປານ ທາງ​ການ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ຄົນ​ເສຍ​ຊີວິດ​ຢ່າງ​ໜ້ອຍ 7 ຄົນ​ທີ່ພົວພັນ​ກັບ
​ໄພແຜ່ນດິນ​ໄຫວ. 3 ຄົນ​ເສຍ​ຊີວິດ​ໃນ​ນະຄອນຫລວງ ກັດ​ມັນດຸ ​ເວລາ​ກໍາ​ແພງ​ດິນ​ຈີ່
​ພັງລົງ​ ຢູ່​ນອກ​ສະຖານທູດ​ອັງກິດ.

ການ​ອະພິປາຍ​ກັນ​ເລື້ອງ​ງົບປະມານ​ໃນ​ສະພາ​ຂອງ​ເນ​ປານ​ໄດ້​ຢຸດ​ສະງັກ​ໄປ​ເປັນ​ເວລາ
15 ນາທີ​ ໃນ​ຂະນະ​ທີ່ພວກ​ຜູ້​ແທນ​ພາ​ກັບ​ຫລົບໜີ​ອອກ​ຈາກ​ຕຶກສະພາ​ໄປ ເວລາຕຶກ​
ສະພາ​ກໍາລັງ​ໄຫວ​ຢູ່​ນັ້ນ.

ນັກ​ຂ່າ​ວວີ​ໂອ​ເອພະ​ແນ​ກພາສາ Bangla ກ່າວ​ວ່າ ​ແຜ່ນດິນ​ໄຫວດັ່ງກ່າວຍັງ​ໄດ້​ເຮັດໃຫ້
ເກີດ​ຮອຍແຕກແຫງ​ຢູ່​ຕາ​ມຕຶກ​ອາຄານ​ບາງ​ຫລັງ ໃນ​ນະຄອນຫລວງດາ​ກາ ຂອງ​
Bangladesh.

ໄດ້​ເກີດແຜ່ນ​ດິນ​ໄຫ​ວ​ຕິດຕາມ​ຕື່ມ​ອີກ 2 ຄັ້ງ​ ຊຶ່ງ​ມີ​ຄວາມ​ແຮງ 6.1 ແລະ 5.3 ຣິກ​ເຕີ
ຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ຄັ້ງ​ທໍາ​ອິດ​ແລ້ວ. ທາງ​ການ​ອິນ​ເດຍ​ເຕືອນວ່າ ອາດ​ຈະ​ມີ
​ການ​ສັ່ນ​ສະ​ເທືອ​ນຕື່ມ​ອີກ​ຫລາຍ​ຄັ້ງ ກໍ​ເປັນ​ໄດ້.

ນາຍົກລັດຖະມົນຕີອິນ​ເດຍ ທ່ານ Manmohan Singh ​ໄດ້ຮຽກ​ກອງ​ປະຊຸມ​ສຸກ​ເສິນ
ຂອງ​ອົງການ​ຮັບ​ມື​ກັບໄພ​ຫາ​ຍະ​ນະ​ແຫ່ງ​ຊາດ​ ເພື່ອ​ປະສານ​ງານວຽກ​ງານໃນ​ການຮັບ
​ມື​ກັບໄພ​ແຜ່ນດິນ​ໄຫວ​ດັ່ງກ່າວ. ກອງທັບ​ອາກາດອິນເດຍກໍ​ໄດ້​ສົ່ງ​ເຮືອບິນ​ໄປ 5 ລໍາ ​
ເພື່ອ​ຊ່ອຍ​ເຫລືອ​ໃນ​ຄວາມ​ພະຍາຍາມ​ຊ່ອຍກູ້ຊີວິດ​ແລະ​ບັນ​ເທົາທຸກ​ນັ້ນ.

XS
SM
MD
LG