ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ອອງຊານຊູຈີວ່າ ມຽນມາ ຍັງໄກຫລາຍ ຈາກເສລີພາບ ອັນແທ້ຈິງ


ທ່ານນາງ Aung San Suu Kyi ຜູ້ນໍາປະຊາທິປະໄຕໃນມຽນ ມາ ກ່າວຕໍ່ນັກຂ່າວຫລັງຈາກ ພົບປະກັບທ່ານ Derek Mitchell, ທູດພິເສດສະຫະລັດ. ວັນທີ 12 ກັນຍາ 2011.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ກ່າວ​ວ່າ ມີ​ຮ່ອງຮອຍ​ແຫ່ງການ​ປ່ຽນ​ແປງຫລາຍ​ຢ່າງ ທາງດ້ານ​ການ​ເມືອງໃນ​ມຽນມາ ​ແຕ່​ປະຊາຊົນ​ມຽນມາ​ກໍຍັງ​ໄກ​ຫລາຍ​ ທີ່​ຈະ​ໄດ້ຮັບ​ເສລີພາບ​ອັນ​ແທ້​ຈິງ​ນັ້ນ.

ໃນ​ການ​ໃຫ້​ສໍາພາດ​ກັບ​ອົງການ​ຂ່າວຝຣັ່ງ ທ່ານ​ນາງ​ຊູ​ຈີ ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິພາບ ກ່າວ​ວ່າ ການ​ລຸກ​ຮື​ຂຶ້ນ​ແບບ​ຂອງ​ອາຫຣັບ ບໍ່ແມ່ນ​ຄໍາ​ຕອບ​ສໍາລັບ​ບັນຫາ​ຂອງ​ມຽນມາ.

ໃນ​ການໃຫ້​ສໍາພາດຢູ່​ທີ່​ຫ້ອງການ​ຂອງ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອປະຊາທິປະ​ໄຕ​ໃນ​ນະຄອນ​ຢ່າງ​ກຸ້ງ ທ່ານ​ນາງ​ອອງຊານ​ຊູ​ຈີ​ກ່າວ​ຕໍ່​ອົງກາ​ນຂ່າວ AFP ວ່າ ອັນ​ທີ່​ມຽນມາ​ຕ້ອງການ​ນັ້ນ​ແມ່ນ​ການ​ປະຕິວັດ​ແຫ່ງ​ຈິດ​ໃຈ ​ແລະ​ກ່າວ​ຕື່ມ​ວ່າ ຈົນກວ່າເວລາ​ໃດ​ ທາງ​ການ​ມຽນມາ​ປ່ຽນ​ແປງ​ແນວ​ຄິດ​ກ່ຽວ​ກັບ​ບັນຫາ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ແກ້​ໄຂ​ນັ້ນ ມັນ​ຈະ​ບໍ່​ມີການ​ປ່ຽນ​ແປງ​ທີ່​ແທ້​ຈິງ​ເລີຍ.

ອໍານາດ​ປົກຄອງ​ທະຫານ​ມຽນມາ​ໄດ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຂຶ້ນ​ໃນ​ປີແລ້ວ ນີ້ ທີ່ໄດ້​ປະສົບກັບ
ການ​ຈົ່ມ​ວ່າ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ສໍ້​ໂກງ​ ​ແລະ​ໃນ​ເດືອນ​ມີນາ​ຕໍ່​ມາ ອໍານາດ​ປົກຄອງ​
ທະຫານ​ກໍ​ໄດ້ປະກາດວ່າ ຕົນ​ໄດ້ໂອນ​ອໍານາດ​ໃຫ້​ລັດຖະບານ​ພົນລະ​ເຮືອນ​ທີ່​ຄອບ​ງໍາ​ໂດ​ບ
ພວກ​ອະດີດ​ນາຍ​ທະຫານ​ນັ້ນ.

ໃນ​ຫລາຍໆ​ສັບປະດາ​ຜ່ານ​ມາ​ນີ້ ຄະນະ​ລັດຖະບານ​ໃໝ່​ຂອງ​ມຽນມາໄດ້​ສະ​ແດງ​ຮ່ອງຮອຍ​ຫລາຍ​ຢ່າງ ໃນ​ການ​ຍື່ນມື​ໄປ​ຫາ​ພວກທີ່​ຕໍາ​ໜິຕິຕຽນຕົນ​ຮວມ ທັງທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ໃນ​ເດືອນ​ແລ້ວ​ນີ້ ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ລະດັບ​ສູງ​ສຸດ ນັບ​ແຕ່​ໄດ້​ມີ​ການ​ປ່ອຍ​ໂຕ​ທ່ານ​ນາງ​ໃນ​ເດືອນ​ພະຈິກ​ອອກ​ຈາກ​ການ​ກັກ​ບໍລິ​ເວນໃຫ້​ຢູ່​ແຕ່ໃນ​ບ້ານ​ເຮືອນ​ນັ້ນ.

XS
SM
MD
LG