ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຜູ້ເສຍຊີວິດ ໃນເຫດ ວາງລະເບີດທີ່ໄທ ເພີ່ມຂຶ້ນ


ພວກເຈົ້າໜ້າທີ່ຮັກສາຄວາມສະຫງົບໄທສໍາຫລວດເບີ່ງບ່ອນລະ
ເບີດແຕກໃນເມືອງ ສຸໄຫງໂກລົກ ຈັງຫວັດນາຣາທິວາດ,
ພາກໃຕ້ຂອງໄທ.
ວັນທີ 16 ກັນຍາ 2011.
ພວກເຈົ້າໜ້າທີ່ຮັກສາຄວາມສະຫງົບໄທສໍາຫລວດເບີ່ງບ່ອນລະ ເບີດແຕກໃນເມືອງ ສຸໄຫງໂກລົກ ຈັງຫວັດນາຣາທິວາດ, ພາກໃຕ້ຂອງໄທ. ວັນທີ 16 ກັນຍາ 2011.

ຈໍາ​ນວນ​ຜູ້​ເສຍ​ຊີວິດ​ຈາກ​ການວາງ​ລະ​ເບີດ​ໂຈມ​ຕີ​ ທີ່​ມີ​ການ​ປະສານ​ງານ​ກັນໃນ​ແລງ​ວັນ​ສຸກໃນ​ພາກ​ໃຕ້​ຂອງໄທ ​ທີ່​ປະສົບກັບຄວາມ​ວຸ້ນວາຍ​ນັ້ນ ​ໄດ້​ເພີ່ມ​ຂຶ້ນ​ເປັນ 4 ຄົນ​ແລ້ວ ຫລັງ​ຈາກ​ຄົນ​ນຶ່ງ​ໃນ​ຈໍານວນ​ພວກ​ທີ່ໄດ້​ຮັບ​ບາດ​ເຈັບນັ້ນ ​ເສຍ​ຊີວິດ​ທີ່​ໂຮງໝໍ.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ໃນ​ວັນ​ເສົາ​ວານ​ນນີ້​ວ່າ ລະ​ເບີດ 3 ລູກໄດ້​ແຕກ​ຂຶ້ນ​ໃນ​ຈັງຫວັດ​ນາຣາ​ທິວາ​ດ​ໃນ​ພາກ​ໃຕ້​ ໃນ​ຂະນະ​ທີ່​ພວກຊາວ​ເມືອງ​ແລະ​ນັກ​ທ່ອງ​ທ່ຽວ​ພວມ​ຈະ​ອອກ​ໄປ​ທ່ຽວ​ໃນ​ຍາມ​ແລງ​ແລະກ່າວ​ຫາ​ວ່າ ພວກ​ຄ້າຂາຍ​ຢາ​ເສບ​ຕິດ​ອາດ​ໄດ້​ມີ​ສ່ວນ​ພົວພັນ​ໃນ​ຄວາມວຸ້ນວາຍ​ທີ່​ເກີດ​ຂຶ້ນເທື່ອ​ຫລ້າ​ສຸດ​ນີ້​ ກໍ​ເປັນໄດ້.

ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນ​ໂຮງ​ແຮມ​ທີ່ພວກ​ນັກ​ທ່ອງ​ທ່ຽວພັກ​ເຊົາ​ຢູ່​ແຫ່ງ​ນຶ່ງໃນ​ເມືອງ​ຊາຍ​ແດນ​ສຸ​ໄຫງ​ໂກ​ລົກ. ຕໍາຫລວດ​ກ່າວ​ວ່າ ລະ​ເບີດ​ໄດ້​ຖືກ​ຊຸກ​ເຊື່ອງ​ໄວ້​ໃນ​ລົດ​ຄັນ​ນຶ່ງ​ແລະ​ໃນ​ລົດຈັກ​ອີກ 2 ຄັນ.

ໃນ​ຂະ​ນະ​ທີ່​ປະຊາຊົນ​ໄທ ​ເປັນ​ຊາວ​ພຸດ 95 ​ເປີ​ເຊັນ ​ແຕ່​ປະຊາຊົນ​ໃນ​ຈັງຫວັດ​ນາຣາທິວາ​ດ ຢະລາ​ແລະ​ປັດ​ຕະນີ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ມາ​ເລ​ເຊຍ ສ່ວນ​ໃຫຍ່ເປັນ​ຊາວ​ມຸສລິ​ມ. ຂົງ​ເຂດ​ດັ່ງກ່າວ​ໄດ້​ຖືກ​ທໍາລາຍ​ໂດຍການ​ກໍ່​ການ​ກະບົດຂອງ​ພວກ​ມຸສລິ​ມທີ່​ໄດ້​ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ປີ 2004 ​ແລະ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຫລາຍ​ກວ່າ 4,600 ຄົນ​ແລ້ວ

ຊຶ່ງ​ສ່ວນ​ຫລາຍ​ເປັນ​ພວກ​ພົນລະ​ເຮືອນ​ ຈາກທັງ​ພວກ​ປະຊາ​ຄົມ​ໄທ​ທີ່​ນັບຖື​ສາສະໜາ​ພຸດ​ ແລະ​ປະຊາ​ຄົມ​ມາ​ເລ​ເຊຍ​ທີ່ນັບຖື​ສາສະໜາອິສະ​ລາມ​ນັ້ນ.

ທັງ 3 ຈັງຫວັດ​ແມ່ນ​ຍັງ​ຢູ່​ໃນ​ສະ​ພາວະ​ສຸກ​ເສີນ ​ທີ່​ອໍານວຍ​ໃຫ້​ພວກ​ທະຫານ​ແລະ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ທີ່​ໄດ້​ຖືກ​ກ່າວ​ຫາ​ວ່າ​ທໍາການ​ເຂັ່ນຂ້າ​ປະຊາຊົນ​ຕາມ​ອໍາ​ເພີ​ໃຈ​ນັ້ນ​ ມີ​ອໍານາດ​ຢ່າງ​ກວ້າງຂວາງ.ຫລັງ​ຈາກ​ການ​ໂຈມ​ຕີ​ຄັ້ງ​ຫລ້າ​ສຸດ​ນີ້ ນາຍົກລັດຖະມົນຕີ​ ຍິ້ງລັກຊິນນະ​ວັດ ​ໄດ້​ສັ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ໄປຍັງ​ພາກ​ໃຕ້​ເພື່ອ​ປັບປຸງ​ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ດີ​ຂຶ້ນ. ​ແຕ່ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ລັດຖະບານ​ເພື່ອ​ສົ່ງ​ເສີມ​ໃຫ້​ມີ​ການ​ປອງ​ດອງ​ກັນ​ກັບ​ພວກ​ກະບົດ​ນັ້ນ ມາ​ຮອດ​ປັດຈຸບັນ​ນີ້ ​ແມ່ນ​ບໍ່​ໄດ້​ບັນລຸ​ຜົນ​ສໍາ​ເລັດ​ໃນ​ການ​ເຮັດ​ໃຫ້ການ​ນອງ​ເລືອດ​ກັນ​ຍຸດຕິ​ລົງໄດ້.

XS
SM
MD
LG