ໃນວັນຈັນມື້ນີ້ ທາງການຈີນໄດ້ສັ່ງໃຫ້ປິດໂຮງງານຜະລິດແຜ່ນກອງແສງຕາເວັນ ລົງຊົ່ວ
ຄາວ ໃນພາກຕາເວັນອອກຂອງຈີນ ຫລັງຈາກພວກຊາວບ້ານໃນເຂດທ້ອງຖິ່ນໄດ້ພາກັນ
ທໍາການປະທ້ວງມາເປັນເວລາ 4 ມື້ ກ່າວຫາວ່າໂຮງງານດັ່ງກ່າວແຜ່ຜາຍມົນລະພິດທີ່ພາ
ໃຫ້ເປັນໂຣກມະເຮັງນັ້ນ.
ການປະທ້ວງໄດ້ເລີ້ມຂຶ້ນໃນວັນພະຫັດຜ່ານມາ ເວລາປະຊາຊົນຫລາຍ ກວ່າ 500 ຄົນ
ພາກັນໄປເຕົ້າໂຮມຢູ່ໃນແຂວງ Zhejiang ໃນພາກຕາເວັນອອກຂອງຈີນ ເພື່ອຮຽກ
ຮ້ອງຂໍຄໍາຊີ້ແຈງກ່ຽວກັບປາທີ່ຕາຍໄປ ໃນຈໍານວນຫລວງຫລາຍໃນແມ່ນໍ້າສາຍນຶ່ງຢູ່
ໃກ້ໆກັບໂຮງງານນັ້ນ. ພວກປະທ້ວງໄດ້ພາກັນບຸກເຂົ້າໄປໃນໂຮງງານຜະລິດແຜ່ນ
ກອງແສງຕາເວັນ Jinko Solar ແລະທໍາລາຍສິ່ງຂອງໃນຫ້ອງການ ແລະຂວໍ້າລົດ
ຫລາຍຄັນ ກ່ອນຖືກຕໍາຫລວດບັງຄັບໃຫ້ພວກເຂົາເຈົ້າຖອຍອອກໄປ.
ຊາວບ້ານຄົນນຶ່ງກ່າວວ່າ ຄອບຄົວຂອງນາງມີຄວາມຢ້ານກົວຫລາຍກ່ຽວກັບມົນລະພິດ
ຈາກໂຮງງານດັ່ງກ່າວ ຈົນວ່າເຂົາເຈົ້າຮອດບໍ່ເປີດປ່ອງຢ້ຽມເຮືອນໃນຍາມກາງຄືນ.
ບັນດາເຈົ້າໜ້າທີ່ເມືອງ Haining ກ່າວໃນວັນຈັນມື້ນີ້ວ່າ ການກວດສອບໄດ້ຢືນຢັນວ່າ
ໂຮງງານດັ່ງກ່າວໄດ້ປ່ອຍນໍ້າທີ່ມີທາດ fluoride ໃນລະດັບສູງລົງໃສ່ແມ່ນໍ້າສາຍນີ້.