ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍັງມີການຍິງຕໍ່ສູ້ກັນ ຢູ່ໃນນະຄອນຫຼວງ ຊານາ


ຜູ້ປະທ້ວງຕໍ່ຕ້ານລັດຖະບານຄົນນຶ່ງ ສະແດງຮ່ອງຮອຍການໄດ້ຮັບໄຊຊະນະ ຫລັງຈາກໄດ້ປະທະກັບ
ທະຫານຝ່າຍລັດຖະບານມາຫລາຍມື້ ທີ່ນະຄອນຫລວງຊານາອາ, ເຢເມນ.
ວັນທີ 21 ກັນຍາ 2011.
ຜູ້ປະທ້ວງຕໍ່ຕ້ານລັດຖະບານຄົນນຶ່ງ ສະແດງຮ່ອງຮອຍການໄດ້ຮັບໄຊຊະນະ ຫລັງຈາກໄດ້ປະທະກັບ ທະຫານຝ່າຍລັດຖະບານມາຫລາຍມື້ ທີ່ນະຄອນຫລວງຊານາອາ, ເຢເມນ. ວັນທີ 21 ກັນຍາ 2011.

ພວກ​ເຫັນ​ເຫດການ​ໃນ​ເຢ​ເມນ ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ​ມີ​ການ​ຍິງ​ກັນ​ໃນ ນະຄອນຫລວງ Sana’a ​ເຖິງ​ແມ່ນ​ມີ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຢຸດ​ການ​ປະ​ທະ​ກັນ​ມາ​ໄດ້ຫລາຍ​ມື້​ ທີ່ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຫລາຍ​ກວ່າ 70 ຄົນ​ແລະ​ບາດ​ເຈັບ​ອີກ​ຫລາຍ​ຮ້ອຍ​ຄົນ​ກໍ​ຕາມ.

ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ​ຫລາຍ​ຄັ້ງ​ໃນ​ວັນ​ພຸດ​ມື້​ນີ້​ຢູ່​ໃນ​ເຂດ​ນຶ່ງ​ໃກ້ໆ​ກັບ ບ້ານ​ພັກ​ຂອງ​ຮອງ​ປະທານາທິບໍດີ Abed Rabbo Mansour Hadi ທີ່​ເປັນ​ຜູ້​ເຈລະຈາ​ການ​ຢຸດ​ຍິງ​ກັນ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້. ບໍ່​ມີ​ລາຍງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການບາດ​ເຈັບ​ແລະ​ລົ້ມ​ຕາຍ​ໃນເວລາ​ນີ້.

ທັງ​ຝ່າຍ​ກໍາລັງ​ລັດຖະບານ​ແລະ​ທະຫານ​ຝ່າຍ​ຄ້ານ​ຕ່າງ​ກໍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ຈະ​ປະຕິບັດ​ຕາມ​ຂໍ້​ຢຸດ​ຍິງ​ກັນ​ນັ້ນ. ພວກ​ທະຫານ​ຝ່າຍ​ຄ້ານທີ່​ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ Ali Mohsen al-Ahmar ນາຍ​ພົນ​ສູງສຸດ​ທີ່​ໂຕນ​ໜີ​ຈາກ​ຝ່າຍ​ລັດຖະບານ​ໄປ​ຮ່ວມ​ກັບ​ຝ່າຍ​ຄ້ານ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນັ້ນ.

ປະຊາຊົນ​ຢ່າງ​ໜ້ອຍ 23 ຄົນ​ໄດ້​ເສຍ​ຊີວິດ​ໃນ​ວັນ​ອັງຄານ​ມື້ວານ​ນີ້ ກ່ອນການ​ຢຸດ​ຍິງ​ກັນ​ຈະ​ມີ​ຜົນ​ບັງຄັບ​ໃຊ້. ການ​ປະທະ​ກັນ​ຫລາຍ​ບັ້ນ​ໄດ້​ບັງຄັບ​ໃຫ້​ພວກ​ພົນລະ​ເຮືອນ​ຫລາຍ​ພັນ​ຄົນ​ຕ້ອງ​ຫລົບໜີ​ຈາກ​ນະຄອນ ຫລວງ Sana’a ​ເພື່ອ​ຫາ​ບ່ອນ​ທີ່​ປອດ​ໄພ​ໃນຂົງເຂດ​ຊົນນະບົດ​ຕ່າງໆ​ນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ສະຫະລັດ​ໄດ້​ປະນາມ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ ​ແລະ​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​ໃຊ້​ຄວາມ​ຍັບ​ຍັ້ງ.

XS
SM
MD
LG