ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອແລະໃຕ້ ພົບປະກັນ ເລື້ອງນີວເຄລຍ ທີ່ກຸງປັກກິງ


ທູດພິເສດເກົາຫລີໃຕ້ ທ່ານWi Sung-lac (ເບື້ອງຂວາ) ຈັບມື ກັບທ່ານ Ri Yong Ho ທູດພິເສດເກົາຫລີ ເໜືອທີ່ສະໂມສອນ
ເອກກະຊົນ Chang An ທີ່ກຸງປັກກິງ, ຈີນ.
ວັນທີ 21 ກັນຍາ 2011.
ທູດພິເສດເກົາຫລີໃຕ້ ທ່ານWi Sung-lac (ເບື້ອງຂວາ) ຈັບມື ກັບທ່ານ Ri Yong Ho ທູດພິເສດເກົາຫລີ ເໜືອທີ່ສະໂມສອນ ເອກກະຊົນ Chang An ທີ່ກຸງປັກກິງ, ຈີນ. ວັນທີ 21 ກັນຍາ 2011.

ບັນດາ​ນັກ​ເຈລະຈາ​ນີວ​ເຄລຍ ຈາກ​ເກົາຫລີ​ເໜືອ​ແລະ​ເກົາຫລີ​ໃຕ້​ ນັ່ງ​ລົງສົນທະນາ​ກັນ​ໃນ​
ນະຄອນຫລວງ​ຂອງ​ຈີນ​ໃນ​ວັນ​ພຸດ​ມື້​ນີ້ ​ເປັນ​ຮອບ​ທີ​ສອງ​ຂອງ​ເຂົາ​ເຈົ້າ ໃນ​ຮອບ 2 ​ເດືອນ​ ຜ່ານ​ມາ.

ທ່ານ Wi Sung-lac ທູດ​ພິ​ເສດ​ເກົາຫລີ​ໃຕ້ ​ແລະ​ທ່ານ Ri Yong Ho ທູດ​ພິ​ເສດ​ເກົາ ຫລີ​ເໜືອ​ໄດ້​ພົບ​ປະກັນ​ຢູ່​ທີ່​ສະ​ໂມ​ສອນ​ເອກກະ​ຊົນ​ແຫ່ງ​ນຶ່ງ​ໃນ​ໃຈ​ການ​ງກຸງ​ປັກ​ກິ​ງ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວກັບເງື່ອນ​ໄຂ​ຕ່າງໆ​ສໍາລັບ​ການ​ໄຂ​ກອງ​ປະຊຸມ​ເຈລະຈາ 6 ຝ່າຍ​ຄືນໃໝ່ ເພື່ອທັບມ້າງ​ໂຄງການ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ​ນັ້ນ.

ທ່ານ Wi Sung-lac ກ່າວ​ໃນ​ລະຫວ່າງ​ການ​ຢຸດ​ພັກຜ່ອນ​ວ່າ ການໂອ້​ລົມ​ສົນທະນາ​ກັນ​ໄດ້​ດໍາ​ເນີນ​ໄປດ້ວຍ​ດີ ​ແລະ​ກ່າວ​ຕໍ່​ໄປ​ວ່າ ພວກ​ທ່ານໄດ້​ໂອ້​ລົມ​ສົນທະນາ​ກັນ​ຫລາຍ​ເລື້ອງ ​ແຕ່​ທ່ານ​ບໍ່​ສາມາດ​ທໍານາຍ​ໄດ້​ກ່ຽວ​ກັບ​ຜົນ​ຂອງ​ການ​ໂອ້​ລົມ​ສົນທະນາ​ໃນ​ຕອນ​ບ່າຍ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ເກົາຫລີ​ໃຕ້ ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ Wi ກໍາລັງ​ຊອກ​ຫາ​ທາງເພື່ອໃຫ້ໄດ້ຮັບຄຳໝັ້ນສັນຍາ​ຈາກ​ຝ່າຍ​ເກົາຫລີ​ເໜືອ​ທີ່​ຈະ​ປະຕິບັດຕາມເງື່ອນ​ໄຂ​ຕ່າງໆ​ຂອງ​ເກົາຫລີ​ໃຕ້​ສໍາລັບ​ການ​ໄຂ​ການ​ພົບ​ປະ​ເຈລະຈາ​ກັນຄືນ​ນັ້ນ. ທາງ​ເກົາຫລີ​ໃຕ້​ແລະ​ສະຫະລັດ​ໄດ້​ຢືນ​ຢັດວ່າ​ໃຫ້​ກຸງ​ພຽງ​ຢ້າງ​ສະ​ແດງ​ໃຫ້​ເຫັນ​ວ່າ​ຕົນ​ເອົາ​ຈິງ​ເອົາ​ຈັງ​ທີ່​ຈະ​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ຕ່າງໆ​ທີ່​ຕົນ​ໃຫ້​ໄວ້​ວ່າ​ຈະ​ຢຸດ​ເຊົາ​ໂຄງການ​ນີວ​ເຄລຍ ຂອງ​ຕົນ​ນັ້ນ.

ເກົາຫລີ​ເໜືອ ຊຶ່ງ​ຍ່າງ​ອອກ​ຈາກ​ການ​ພົບ​ປະ​ເຈລະຈາ​ກັນ​ໃນ​ປີ 2009 ນັ້ນ​ໄດ້​ຖືກ​ກົດ​ດັນ​ ​ໂດຍ​ການ​ໜຸນ​ຫລັງ​ຂອງ​ຈີນ ​ເພື່ອ​ໃຫ້​ໄຂ​ການພົບປະ​ເຈລະຈາ​ນີ້​ຄືນ​ອີກ ​ໂດຍ​ບໍ່​ມີ​ການວາງ​ເງື່ອນ​ໄຂ​ໃດໆ​ນັ້ນ.

XS
SM
MD
LG