ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

19 ຄົນເສຍຊີວິດ ໃນເຫດເຮືອບິນຕົກ ທີ່ເນປາລ


ເຮືອບິນສາຍການບິນ Buddha Air ຂອງເນປາ] ເກີດອຸບັດຕິເຫດຕົກ ຂະນະທີ່ບິນກັບຈາກໄປຊົມພູເຂົາ Everest ທີ່ເນປາລ,
ວັນທີ 25 ກັນຍາ 2011.
ເຮືອບິນສາຍການບິນ Buddha Air ຂອງເນປາ] ເກີດອຸບັດຕິເຫດຕົກ ຂະນະທີ່ບິນກັບຈາກໄປຊົມພູເຂົາ Everest ທີ່ເນປາລ, ວັນທີ 25 ກັນຍາ 2011.

ບັນດາ​ເຈົ້າ​ໜ້​າທີ່​ການບິນ​ເນ​ປານ​ກ່າວ​ວ່າ ​ເຮືອບິນ​ລໍາ​ນຶ່ງ​ທີ່​ບັນທຸກ​ພວກ ນັກ​ທ່ອງ​ທ່ຽວ​ໄປ​ຊົມ​ພູ Everest ​ເກີດ​ອຸບັດ​ເຫດ​ຕົກລົງໃນ​ວັນ​ອາທິດ​ມື້​ນີ້ ​ເຮັດ​ໃຫ້​ພວກນັກ​ທ່ອງ​ທ່ຽວ​ ພ້ອມ​ທັງ​ລູກ​ເຮືອ​ທັງ​ໝົດ 19 ຄົນ​ໃນ​ເຮືອບິນ​ເສຍ​ຊີວິດ. ທາງ​ການ​ເນ​ປານ​ກ່າວ​ວ່າ ​ໃນ​ເບື້ອງ​ຕົ້ນ ມີ​ຄົນ​ໂດຍສານ​ຄົນ​ນຶ່ງ​ລອດ​ມາ​ໄດ້ ​ແຕ່ໄດ້ເສຍ​ຊີວິດ​ທີ່​ໂຮງໝໍ​ໃນ​ເວລາ​ຕໍ່​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອບິນລຸ້ນ Beechcraft ​ຂອງສາຍການບິນ Buddha Air ບັນທຸກ​ນັກ​ທ່ອງ​ທ່ຽວຊາວອິນ​ເດຍ 10 ຄົນ ຊາວ​ອາ​ເມຣິ ກັນ 2 ຄົນ​ ຊາວຍີ່ປຸ່ນຄົນ​ນຶ່ງ ແລະຊາວ​ເນ​ປາລ 3 ຄົນ. ພວກ​ລູກເຮືອ ​ທັງ 3 ຄົນ​ ແມ່ນ​ມາ​ຈາກ​ເນ​ປາລ​ເຊ່ນ​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອບິນ​ລໍາ​ນີ້​ຕົກລົງ​ໃນ​ທ່າມກາງ​ໝອກກຸ້ມໃນ​ບໍລິ​ເວນຫ່າງ​ຈາກ​ນະຄອນຫລວງ​ກັດ​ມັນ​ດຸ ​ໄປ​ທາງ​ທິດ​ໃຕ້​ຫລາຍ​ຫລັກ​ກິ​ໂລ​ແມັດ.

ບັນດາ​ເຈົ້າ​ໜ້າ​ທີ່​ການບິນ​ກ່າວ​ວ່າ ​ເຮືອບິນ​ລໍາ​ນີ້​ໄດ້​ພາ​ນັກ​ທ່ອງ​ທ່ຽວ​ໄປ ​ຊົມ​ພູ Everest ​ແລະ​ຈອມ​ພູ​ທີ່​ສູງ​ອື່ນໆ ​ແລະ​ກໍາລັງ​ບິນ​ກັບ​ຄືນ​ສູ່ກັດ​ມັນ​ດຸ​ ເວລາ​ເກີດ​ອຸ​ບັດ​ເຫດ​ຕົກລົງ​ນັ້ນ.

ຖ້ຽວ​ບິນ​ໄປ​ຊົມ​ພູ​ທີ່​ຄົນ​ນິຍົມ​ກັນ ພາ​ນັກ​ທ່ອງ​ທ່ຽວ​ບິນເບິ່ງ​ຢູ່​ເໜືອພູ​ເຂົາ Everest ບ່ອນ​ທີ່​ພວກ​ຄົນ​ໂດຍສານ​ສາມາດ​ຊົມ​ທີ​ວທັດ​ຈອມ​ພູ​ທີ່​ສູງ​ສຸດ​ຂອງ​ໂລກ​ຈາກ​ປ່ອງຢ້ຽມ​ເຮືອບິນ​ນັ້ນ​ໄດ້.

XS
SM
MD
LG