ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການປະທະກັນ ຍັງດໍາເນີນຢູ່ຕໍ່ມາ ເປັນມື້ທີ 3 ໃນເຢເມັນ


ພວກປະທ້ວງຕໍ່ຕ້ານລັດຖະບານພາກັນແລ່ນພ່າຍໜີ ຫລັງຈາກກໍາລັງຮັກສາຄວາມປອດໄພ ເປີດສາກຍິງປືນໃສ່ ເຂົາເຈົ້າ ໃນນະຄອນຫລວງ Sana'a, ເຢເມນ, ວັນທີ 20 ກັນຍາ 2011.
ພວກປະທ້ວງຕໍ່ຕ້ານລັດຖະບານພາກັນແລ່ນພ່າຍໜີ ຫລັງຈາກກໍາລັງຮັກສາຄວາມປອດໄພ ເປີດສາກຍິງປືນໃສ່ ເຂົາເຈົ້າ ໃນນະຄອນຫລວງ Sana'a, ເຢເມນ, ວັນທີ 20 ກັນຍາ 2011.

ການ​ຍິງ​ປືນ​ໃຫຍ່​ແລະ​ປືນ​ກົນ​ໂຈມຕີຢ່າງ​ໜັກ ​ໄດ້​ສັ່ນສະ​ເທືອ​ນະຄອນຫລວງ Sana’a ຂອງ
Yemen ໃນຂະນະທີ່ຄວາມ​ຮຸນ​ແຮງ​ຮ້າຍ​ກາດ​ສຸດ ​ໃນ​ການ​ລຸກ​ຮື​ຂຶ້ນ​ມາ​ເປັນ​ເວ​ລາ 7 ​ເດືອນ
​ຕໍ່ຕ້ານ​ປະທານາທິບໍດີ Ali Abdullah Saleh ​ຍັງດຳເນີນຢູ່​ຕໍ່​ມາ ​ເປັນ​ມື້​ທີ​ສາມ.

ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້​ລະຫວ່າງ​ພວກ​ກໍາລັງ​
ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ແລະ​ພວກປະ​ທ້ວງ ​ໄດ້​ສັງຫານ​ປະຊາຊົນ​ໄປ​ຢ່າງ​
ໜ້ອຍ 2 ຄົນ​ແລະ​ບາດ​ເຈັບ​ຕື່ມອີກ​ຫລາຍ​ຄົນ. ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ລູກປືນ​ໃຫຍ່​
ໄດ້​ຕົກລົງ​ໃສ່​ຈັດຕຸ​ລັດເພື່ອການປ່ຽນແປງ ບ່ອນ​ທີ່​ພວກ​ປະ​ທ້ວງ​ໄດ້​ພາກັນ​ມາ​ຕັ້ງ​ຄ້າຍ​ຢູ່​ຊົ່ວ
ຄາວ ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Saleh ລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ.

ການ​ປະ​ທະ​ກັນ​ໄດ້​ມີ​ຂຶ້ນ​ນຶ່ງມື້​ຫລັງ​ຈາກ​ພວກ​ທະຫານ​ນິຍົມ​ທ່ານ Saleh ຍິງ​ປະຊາຊົນ​ຕາຍ
ຢ່າງ​ໜ້ອຍ 31 ຄົນ​ໃນ​ນະຄອນຫລວງ Sana’a.

ກໍາລັງ​ຂອງ​ລັດຖະບານ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 59 ຄົນ​ແລະບາດ​ເຈັບ​ຕື່ມ​ອີກ 650
ຄົນ ​ນັບ​ແຕ່​ວັນ​ອາທິດ​ຜ່ານ​ມາ​ນີ້ ​ເວລາ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ເປີດ​ສາກ​ຍິງ​
ໃສ່​ພວກ​ປະ​ທ້ວງ​ນິຍົມ ປະຊາທິປະ​ໄຕ​ຫລາຍ​ໝື່ນ​ຄົນ​ນັ້ນ.

ທີ່ເມືອງ Taiz ​ໃນ​ພາກ​ໃຕ້​ຂອງ​ເຢ​ເມນ ມີປະຊາຊົນ​ອີກ 4 ຄົນເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​
ເຈັບຕື່ມ​ອີກ 40 ຄົນ​ໃນ​ການ​ປະ​ທະ​ກັນ​ໃນ​ວັນ​ຈັນ​ວານ​ນີ້.

ການ​ປາບ​ປາມ​ພວກ​ປະ​ທ້ວງ​ຢ່າງ​ນອງ​ເລືອດ​ໄດ້​ກໍ່​ໃຫ້​ເກີດ​ການ​ຍິງຕໍ່ສູ້​ກັນ​ຢ່າງ​ດຸ​ເດືອດ​ລະ
ຫວ່າງ​ພວກ​ທະຫານ​ທີ່​ນິຍົມ​ທ່ານ Saleh ​ແລະ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ນາຍ​ພົນ
Ali Mohsen al-Ahmar ທີ່ ໂຕນ​ໜີ​ຈາກ​ຝ່າຍ​ລັດຖະບານ​ໄປ​ເຂົ້າ​ຮ່ວມ​ກັບ​ຝ່າຍ​ຄ້ານ
ເມື່ອຫລາຍ​ເດືອນ​ຜ່ານມາ​ນັ້ນ. ນັບ​ແຕ່​ນັ້ນ​ມາ ນະຄອນ Sana’a ​ໄດ້​ຖືກ​ແບ່ງ​ແຍກ​ກັນ
ລະຫວ່າງ​ພວກ​ທະຫານ​ທີ່​ນິຍົມ​ນາຍ​ພົນ Ahmar ທີ່ໂຕນ​ໜີ ແລະ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກ
ດີ​ຕໍ່​ທ່ານ Saleh ນັ້ນ.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ປະນາມ​ຢ່າງ​ແຂງ​ແຮງ​ຕໍ່​ການ​ໃຊ້​ກໍາ
ລັງ​ເກີນ​ຂອບ​ເຂດ​ໂດ​ຍກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຝ່າຍ​ລັດຖະບານ ​ແລະ​ທ່ານ​ໄດ້​
ຮຽກຮ້ອງ​ໃຫ້​ໃຊ້​ຄວາມ​ຍັບ​ຍັ້ງ.

XS
SM
MD
LG