ຄວາມບໍ່ແນ່ໃຈທາງດ້ານເສດຖະກິດພວມປາກົດອອກມາໃຫ້ເຫັນໃນຂົງເຂດທີ່ໃຊ້ເງິນຢູໂຣ ຫລັງຈາກຄວາມໜ້າເຊື່ອຖືດ້ານສິນເຊື່ອຂອງອີຕາລີລົດລົງ ແລະໃນຂະນະທີ່ Greece ກໍາລັງລໍຖ້າການຕັດສິນໃຈກ່ຽວກັບການໃຫ້ເງິນຊ່ອຍເຫລືອງວດໃໝ່ໃນການຈ່າຍໜີ້ສິນຂອງຕົນຢູ່ນັ້ນ.
ບໍລິສັດໃຫ້ຄະແນນສິນເຊື່ອ Standard and Poors ຫລື S&P ໄດ້ທົບທວນເບິ່ງ
ຄວາມເປັນໄປໄດ້ໃນການທີ່ຈະຫຼຸດຄະແນນສິນເຊື່ອຂອງ ອີຕາລີລົງ ໃນເດືອນພຶດສະ
ພາຜ່ານມາ ແລະໃນມື້ວັນຈັນວານນີ້ S&P ໄດ້ລົດຄະແນນສິນເຊື່ອຂອງອີຕາລີ ຈາກ
ລະດັບ A+ ລົງມາເປັນລະດັບ A ແລະມີພາບພົດໄປໃນທາງລົບນັ້ນ.
ບໍລິສັດ S&P ກ່າວວ່າ ມີຫລາຍປັດໄຈທີ່ພາໃຫ້ມີການຕັດສິນໃຈລົດຄະແນນສິນເຊື່ອລົງ
ໃນຄັ້ງນີ້ ທີ່ຮວມທັງຄວາມອ່ອນແອທາງດ້ານເສດຖະກິດ ງົບປະມານ ແລະການເມືອງ ນັ້ນນໍາ.
ໃນສັບປະດາຜ່ານມານີ້ ລັດຖະສະພາອີຕາລີໄດ້ຮັບຮອງເອົາແຜນການປະຢັດມັດທະຍັດ
ສະບັບນຶ່ງ ທີ່ມີມູນຄ່າຫລາຍກວ່າ 80 ຕື້ໂດລານັ້ນ. ທາງລັດຖະບານອີຕາລີຫວັງວ່າ ແຜນ
ການປະຢັດມັດທະຍັດນີ້ ຈະເຮັດໃຫ້ງົບປະມານຂອງອີຕາລີສົມດຸນພາຍໃນປີ 2013.
ອີຕາລີເປັນປະເທດທີ່ມີການເສດຖະກິດໃຫຍ່ສຸດອັນດັບສາມ ໃນເຂດເງິນຢູໂຣ.
ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ກຣີສປະກາດໃຫ້ຮູ້ກ່ຽວກັບການຮຽກກອງປະຊຸມຄັ້ງ
ທີສອງຂຶ້ນກັບບັນດາປະເທດສະມາຊິກຂອງສະຫະພາບຢູໂຣບ ທະນາຄານກາງຢູໂຣບ
ແລະກອງທຶນສາກົນ IMF ຊຶ່ງກໍານົດຈະມີຂຶ້ນໃນວັນອັງຄານມື້ນີ້ທີ່ມີວັດຖຸປະສົງເພື່ອສ້າງ
ຄວາມພໍໃຈໃຫ້ແກ່ພວກທີ່ໃຫ້ເງິນກູ້ຢືມກ່ອນໜ້າການໃຫ້ເງິນຊ່ອຍເຫລືອຮອບຕໍ່ໄປນັ້ນ.
ກຣີສກໍາລັງປະເຊີນກັບການທີ່ຈະບໍ່ສາມາດຈ່າຍໜີ້ສິນໄດ້ໃນເດືອນໜ້ານີ້ ນອກຈາກວ່າ
ຕົນຈະໄດ້ຮັບເງິນງວດໃໝ່ຈາກຈໍານວນ 159 ຕື້ໂດລາທີ່ສະຫະພາບຢູໂຣບ ແລະກອງ
ທຶນສາກົນໄດ້ຮັບອະນຸມັດໃຫ້ແລ້ວນັ້ນ.
ເບິ່ງວີດີໂອລາຍງານກ່ຽວກັບບັນຫາເສດຖະກິດຂອງຢູໂຣບ ພາສາອັງກິດ: