ພວກປະທ້ວງ ແລະພັກການເມືອງອື່ນໆ ໄດ້ຮຽກຮ້ອງໃຫ້ມີ ກໍານົດເວລາອັນຊັດເຈນ ສໍາລັບການມອບອໍານາດ ໃຫ້ລັດຖະບານພົນລະເຮືອນນັ້ນ.
ສະຫະລັດ ບໍ່ເຂົ້າຂ້າງອອກຂາຝ່າຍໃດ ກ່ຽວກັບການກ່າວອ້າງຂອງຫລາຍຝ່າຍ ເອົາທາງເດີນທາງທະເລທີ່ສໍາຄັນ
ພວກນັກເຄຶ່ອນໄຫວຝ່າຍຄ້ານຂອງຊີເຣຍກ່າວວ່າ ພວກທະຫານທີ່ໂຕນໜີໄດ້ທໍາການໂຈມຕີ ຄ້າຍທະຫານແຫ່ງນຶງຢູ່ໃກ້ເມືອງຫລວງດາມັສກັສ
ສຫລ ວ່າ ບັນຫາຜິດຖຽງກັນຢູ່ທະເລຈີນໃຕ້ ຄວນແກ້ໄຂ ຕາມສົນທິສັນຍາສາກົນ ວ່າດ້ວຍກົດໝາຍທາງທະເລ ຊຶ່ງເປັນທ່າທີເຫັນພ້ອມກັບຟີລິບປີນ ໃນການຂັດແຍ່ງກັບຈີນ
ທ່ານ Mario Monti ຕຽມສະເໜີ ຄະນະລັດຖະບານຊຸດໃໝ່ຂອງທ່ານ ໃນວັນພຸດມື້ນີ້ ກ່ອນສາບານໂຕເຂົ້າຮັບຕໍາແໜ່ງ.
12 ເດືອນຫລັງຈາກ ທ.ນ. ອອງຊານ ຊູຈີ ຖືກປ່ອຍຈາກການກັກບໍລິເວນ ລັດຖະບານມຽນມາຊຸດໃໝ່ ເລິ່ມທໍາການໂອ້ລົມ ກັບພວກທີ່ຕ້ອງຕິຕົນບາງຄົນ.
ໃນອາທິດນີ້ ພວກຜູ້ນໍາຈາກ 18 ປະເທດ ຈະໄປເຕົ້າໂຮມກັນ ທີ່ເກາະບາຫລີ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ.
ປະທານາທິບໍດີ Giorgio Napalitano ຈະພົບປະກັບ ພວກຜູ້ນໍາການເມືອງ ໃນມື້ນີ້ ເພື່ອປຶກສາຫາລືແຕ່ງຕັ້ງ ນາຍົກລັດຖະມົນຕີ ຄົນໃໝ່.
17 ຄົນເສຍຊີວິດ ໂຮມທັງຜູ້ບັນຊາການອາວຸໂສຄົນນຶ່ງ ຂອງໜ່ວຍພິທັກການປະຕິວັດ ແລະບາດເຈັບອີກ ຢ່າງໜ້ອຍ 16 ຄົນ.
ພວກຜູ້ນໍາ 9 ປະເທດ ເອີ້ນຂໍ້ຕົກລົງ ພາຄີຂ້າມປາຊິຟິກ ວ່າເປັນຂີດໝາຍໄປສູ່ ເປົ້າໝາຍໃນການເຊື່ອມໂຍງ ເສດຖະກິດຂອງເຂົາເຈົ້າ.
ລມຕ ຊ່ວຍວ່າການຕ່າງປະເທດຈີນ ກ່າວວ່າ ພວກເປົ້າໝາຍຕ່າງໆ ທີ່ວໍຊິງຕັນໄດ້ຕັ້ງຂຶ້ນນັ້ນ ແມ່ນໃຫຍ່ໂຕເກີນໄປ.
ສະພາກາແດງ ຮ້ອງຂໍເງິນ 1.2 ລ້ານໂດລາ ເພື່ອຊ່ວຍເຫລືອ ຊາວຫວຽດນາມ ປະມານ 42,000 ຄົນ ທີ່ປະສົບໄພນໍ້າຖ້ວມ ມາຫລາຍອາທິດແລ້ວນັ້ນ.
ການເຄຶ່ອນໄຫວດັ່ງກ່າວມີຂຶ້ນ ໃນຂະນະທີ່ພວກສະມາຊິກ ສັນນິບາດຊາດອາຫຣັບ 22 ປະເທດ ກຽມປະຊຸມສຸກເສີນ ທີ່ໄຄໂຣ ປະເທດອີຈິບ.
ລມຕ ຕ່າງປະເທດສະຫະລັດ ຮຽກຮ້ອງໃຫ້ຈີນ ຈົ່ງປ່ອຍໃຫ້ເງິນຢວນປັບຄ່າຂຶ້ນ ແລະລົບລ້າງສິ່ງກີດຂວາງການຄ້າ ພ້ອມທັງປັບປຸງສິດທິມະນຸດ.
ກໍາລັງປະສົມອັຟການີສຖານ ແລະເນໂຕ້ ໄດ້ຕອບໂຕ້ຄືນ ໃນຕອນບ່າຍວັນເສົາຜ່ານມາ ເວລາກຸ່ມຫົວຮຸນແຮງຄົນກຸ່ມນຶ່ງ ໂຈມຕີຄ້າຍທະຫານ.
ຈີນແລະປະເທດເພື່ອນບ້ານ ຈະເລີ່ມທໍາການລາດຕະເວນ ໂດຍກໍາລັງປະກອບອາວຸດ ຢູ່ໃນເຂດແມ່ນໍ້າຂອງ ບ່ອນທີ່ເຮືອຂອງຈີນຖືກໂຈມຕີ.
ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວວ່າ ໜ່ວຍພິທັກປະຕິວັດອິຣ່ານນັ້ນ ກໍາລັງມີບົດບາດ ພົວພັນຫລາຍຂື້ນນັບມື້ ໃນການເສດຖະກິດຂອງປະເທດ.
ເຈົ້າໜ້າທີ່ຊາອຸດີອາຣາເບຍ ກ່າວວ່າ ຊາວມຸສລິມຫລາຍກວ່າ 2 ລ້ານ 5 ແສນຄົນ ໄປຮ່ວມງານສະແຫວງບຸນ ປະຈໍາປີ Hajj ທີ່ Mecca.
ໂຄສົກກອງທັບອິສຣາແອລ ຢືນຢັນວ່າ ເຮືອບິນລໍານຶ່ງຂອງຕົນ ໄດ້ລະດົມຍິງໃສ່ພວກປາແລສໄຕນ໌ ຫົວຮຸນແຮງ ໃນເຂດກາຊາ.
ທ່ານ George Papandreou ກ່າວວ່າ ການເຈລະຈາຈະເລິ່ມຂຶ້ນ ໃນໄວໆນີ້ ເພື່ອປະກອບ ຄະນະລັດຖະບານຜະສົມ ຊຸດໃໝ່.
ໂຫລດຕື່ມອີກ