ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຕາ​ລີ​ເລິ່ມ ດໍາ​ເນີນ​ການ​ປະ​ກອບ ​ລັດຖະບານ​ຊຸດ​ໃໝ່ ​ໃນ​ວັນ​ອາທິດ​ມື້​ນີ້ (ເບິ່ງວີດີໂອ)


ທ່ານ Mario Monti ອະດີດຫົວໜ້າສະຫະພາບຢູໂຣບ ທີ່ຖືກແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຮັກສາການຊົ່ວຄາວ ຂອງອິຕາລີ
ທ່ານ Mario Monti ອະດີດຫົວໜ້າສະຫະພາບຢູໂຣບ ທີ່ຖືກແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຮັກສາການຊົ່ວຄາວ ຂອງອິຕາລີ

ອິຕາ​ລີ​ເລິ່ມດໍາ​ເນີນ​ການ​ປະ​ກອບ​ລັດຖະບານ​ຊຸດ​ໃໝ່ໃນ​ວັນ​ອາທິດ​ມື້​ນີ້ ໂດຍ​ມີ​ນັກ​ເສດ​ຖະ
ສາດ Mario Monti ​ເປັນຜູ້​ມີ​ຄະ​ແນນ​ນໍາ​ໜ້າ​ໃນ​ການ ສືບ​ຕໍາ​ແໜ່​ງ​ແທນນາຍົກລັດຖະມົນ
ຕີ Silvio Berlusconi ​ທີ່​ໄດ້​ລາ​ອອກ​ ເມື່ອ​ວັນ​ເສົາ​ວານ​ນີ້ ຍ້ອນການ​ຕໍາ​ໜິຕິຕຽນ​ຄວາມ​
ບົກ​ຜ່ອງ​ຂອງ​ທ່ານ​ໃນ​ການຮັບ​ມື​ກັບວິ​ກິດ​ການ​ໜີ້​ສິນ​ທີ່​ຮ້າຍ​ແຮງ​ຂຶ້ນ​ນັບ​ມື້​ຂອງ​ປະ​ເທດນັ້ນ.

ປະທານາທິບໍ​ດີ​ອິຕາ​ລີ ທ່ານ Giorgio Napalitano ມີ​ກໍານົດ​ຈະ​ພົບ​ປະກັບ​ພວກ​ຜູ້​ນໍາ​
ການ​ເມືອງ​ໃນ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ແຕ່ງ​ຕັ້ງ​ນາຍົກລັດຖມະມົນ​ຕີ​ຮັກສາ​ການ​ຊົ່ວ​ຄາວ
ເພື່ອ​ນໍາ​ພາ​ປະ​ເທດ​ຊາດ​ໄປ​ຈົນ​ກວ່າ ມີ​ການ​ເລືອກ​ຕັ້ງ​ຄັ້ງ​ຕໍ່​ໄປ​ ທີ່​ກໍານົດ​ໄວ້​ໃນ​ປີ 2013.
ທ່ານ Mario Monti ນັກ​ເສດຖະສາດ ​ແລະ​ອະດີດ​ຫົວໜ້າ​ສະຫະພາບ​ຢູ​ໂຣບ ​ໄດ້​ຮັບ
ສຽງ​ສະໜັບສະ​ໜຸນ​ໃຫ້​ດໍາລົ​ງຕໍາ​ແໜ່​ງສູງ​ສຸດ​ນີ້​ ຈາກ​ພວກ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ແລະ
ສະມາ​ຊິກ​ບາງ​ຄົນ​ຂອງ​ພັກ​ກາງ​ອຽງ​ຂວາ PDL ຂອງລັດຖະບານ​ຊຸດປັດຈຸບັນ​ຂອງ​ນາຍົກ
ລັດຖະມົນຕີ Berlusconi.

ບັນດາ​ຕະຫລາດ​ການ​ເງິນ ​ໄດ້​ຕອບ​ສະໜອງ​ຢ່າງ​ເປັນ​ທາງ​ບວກ​ຕໍ່​ການໂຜ່​ໂຕ​ຂອງ​ທ່ານ
Monti ຜູ້​ທີ່​ມີ​ທ່າ​ທີ​ວ່າຈະ​ໄດ້​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່

ໂດຍ​ທີ່​ຄ່າ​ໃຊ້​ຈ່າຍ​ເງິນ​ກູ້​ຢືມ​ຂອງ​ອິຕາ​ລີ ​ໄດ່ຫລຸດ​ນ້ອຍ​ລົງ​ຈາກ​ອັດຕາທີ່​ຖີບ ຂຶ້ນ​ໄປ​ສູງ​ສຸດ​
ຢ່າງເປັນປະວັດ​ການ​ໃນ​ຕົ້ນ​ອາທິດ​ນີ້. ພວກ​ຜູ້​ນໍາ​ອິຕາ​ລີຫວັງ​ ວ່າ​ຈະ​ປະກອບ​ລັດຖະບານ
ໃຫ້​ສໍາ​ເລັດ ​ກ່ອນ​ພວກ​ຕະຫລາດ​ການ​ເງິນ​ຈະ​ເປີດໃນ​ວັນ​ຈັນ​ນີ້​ ​ເພື່ອ​ໃຫ້​ຄວາ​ມໝັ້ນ​ໃຈ​ແກ່
ພວກ​ນັກ​ລົງທຶນ​ ວ່າ​ລະ​ບົບ ການ​ເມືອງ​ຂອງ​ອິຕາ​ລີ​ ຍັງມີ​ຄວາມທຸ່ນ​ທ່ຽງດີ​ຢູ່.

ຊາວອີຕາລີດີໃຈ ທີ່ນາຍົກລັດຖະມົນຕີເບີລຸດສະໂກນີລາອອກ. ເບິ່ງວີດີໂອ:

XS
SM
MD
LG