ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

(ບໍ່ເອົາ)- ສະຫະລັດກ່າວວ່າ ບັນຫາຂັດແຍ້ງເລຶ່ອງທະເລຈີນໃຕ້ຄວນແກ້ໄນໄປຕາມສົນທິສັນຍາສາກົນ


ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ

ສະຫະລັດ​ກ່າວ​ໃນ​ວັນ​ພຸດ​ມື້ນີ້ວ່າ ບັນຫາ​ຜິດ​ຖຽງ​ກັນ​ໃນ​ທະ​ເລ ຢູ່​ໃນ​ເຂດທະ​ເລ​ຈີນ​ໃຕ້ ຄວນ​ຖືກ​ແກ້​ໄຂ​ໂດຍ​ອີງ​ຕາມສົນທິສັນຍາສາກົນ​ວ່າ​ດ້ວຍ​ກົດໝາຍທາງທະ​ເລນັ້ນ ຊຶ່ງ​ເປັນທ່າ​ທີ​ທີ່ເຫັນ​ພ້ອມ​ກັບຟີ​ລິບ​ປິນ ​ໃນເລື້ອງ​ຂັດ​ແຍ່ງກັບຈີນ.

ທ່າ​ນນາງ ຮິ​ລ​ເລີຣີ ຄລິນ​ຕັນ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ ສະຫະ ລັດ ​ໄດ້​ຖະ​ແຫລ​ງ​ເຊັ່ນ​ນັ້ນ ໃນ​ລະຫວ່າງ​ການ​ແວ່ຢ້ຽມຢາມ​ນະຄອນຫລວງ​ມະນີ​ລາ ກ່ອນໜ້າ​ການ​ເດີນທາງ​ໄປຮ່ວ​ມກອງ​ປະຊຸມ​ ປະ​ຈໍາ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກ​ ​ໃນ​ອາທິດ​ນີ້ ທີ່​ອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນທີ່ຄາດກັນ​ວ່າ ຂໍ້​ຂັດ​ແຍ່ງຢູ່​ໃນທະ​ເລ​ຈີນ​ໃຕ້ ຈະ​ໄດ້​ຖືກ​ນໍາ​ມາ​ສົນທະນາ​ເຈລະຈາ​ກັນ.

ທ່າ​ນນາງກ່າວ​ວ່າ ສະຫະລັດ ​ບໍ່​ເຂົ້າຂ້າງ​ອອກ​ຂາ​ຝ່າຍ​ໃດ​ ກ່ຽວ​ກັບ​ການກ່າວ​ອ້າງຂອງ​ຫລາຍ​ຝ່າຍ ​ເອົາ​ທາງ​ເດີນທາງ​ທະ​ເລທີ່ສໍາຄັນ ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງວ່າ​ອຸດົມສົມບູນ​ໄປ​ດ້ວຍ​ນໍ້າມັນ ​ແລະອາຍ​ແກັສທໍາ​ມະ​ຊາດນັ້ນ. ​ແຕ່​ທ່ານ​ນາງ​ກໍ​ໄດ້​ໃຫ້​ຄໍາ​ເຫັນ​ວ່າ ປະ​ເທດ​ໃດ​ກໍ​ຕາມ ບໍ່ມີ​ສິດ​ໃທີ່​ຈະ​ຢືນຢັນ​ການ​ກ່າວ​ອ້າງ​ຂອງ​ຕົນ ​ໂດຍໃຊ້ການ​ຂົ່ມຂູ່ ຫລື​ບີບບັງຄັບ​. ທ່ານ​ນາງກ່າວ​ເພີ້ມອີກ​ວ່າ ການກ່າວ​ອ້າງ​ຍາດ​ກັນເອົາ​ເຂດ​ດັ່ງກ່າວ ຄວນ​ຖືກ​ແກ້​ໄຂ​ ໂດຍ​ອີງ​ຕາມ​ກົດໝາຍສາກົນ ດັ່ງ​ທີ່ໄດ້ບົ່ງ​ໄວ້​ຢູ່​ໃນສົນທິສັນຍາຂອງ​ສະຫະ​ປະຊາ​ຊາດ ວ່າ​ດ້ວຍ​ກົດໝາຍທາງ​ທະ​ເລນັ້ນ.

XS
SM
MD
LG