ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຝ່າຍຄ້ານຊີເຣຍຮ້ອງຂໍໃຫ້ ສັນນິບາດອາຫຣັບ ງົດການເປັນສະມາຊິກຂອງຊີເຣຍ ໄວ້ຊົ່ວຄາວ


ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍ
ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍ

ພວກ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ໃຊ້ການ​ປະ​ທ້ວງຕ່າງໆ
ທີ່ໄດ້​ວາງ​ແຜນ​ໄວ້​ແລ້ວ​ສໍາລັບ​ວັນ​ສຸກນີ້ ​ເພື່ອຮຽກຮ້ອງໃຫ້​ສັນນິບາດ​ຊາດອາ​ຫຣັບ ໂຈະ​
ການ​ເປັນ​ສະມາຊິກ​ຂອງຊີ​ເຣຍ ໄວ້​ຊົ່ວຄາວ.

ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ສະມາຊິກ​ສັນນິບາດ​ຊາດ​ອາ​ຫຣັບ 22
ປະ​ເທດ ຕຽມ​ປະຊຸມ​ສຸກ​ເສີນ​ທີ່​ນະຄອນຫລວງ​ໄຄ​ໂຣປະ​ເທດ​ອີ​ຈິບ ​ໃນ​ວັນເສົາມື້​ອື່ນ​ນີ້
ເພື່ອ​ປຶກສາ​ຫາລືເລື້ອງ​ຂໍ້​ຕົກລົງທີ່​ພັງ​ລົງ​ກັບ​ດາ​ມັສກັສ ​ເພື່ອໃຫ້​ຊີ​ເຣຍຍຸຕິ​ການ​ກວາດ​ລ້າງ
ພວກ​ຄັດຄ້ານ​ລັດຖະບານ ​ຢ່າງ​ໂຫດຮ້າຍ​ປ່າເຖື່ຶອນ​ນັ້ນ.

ໃນ​ຕົ້ນ​ເດືອນ​ນີ້ ຊີ​ເຣຍ​ໄດ້ຕົກລົງຕໍ່​ແຜນການ ​ທີ່​ຮຽກຮ້ອງ​ໃຫ້​ຖອນ​ກໍາລັງຮັກສາ​ຄວາມ
ປອດ​ໄພ​ອອກ​ໄປ​ຈາກ​ຖະໜົນ​ຫົນທາງ ​ແລະໃຫ້ທໍາ​ການ​ເຈລະຈາ​ກັບ​ພວກ​ຝ່າຍ​ຄ້ານ ​ແຕ່
ພວກ​ນັກ​ເຄຶ່ອນ​ໄຫວ​ແລະ​ພວກ​ເຫັນ​ເຫດການລາຍ​ງານ​ວ່າ ຄວາມ​ຮຸນ​ແຮງ​ຍັງ​ມີ​ຢູ່​ຕໍ່​ໄປ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ກໍ​ໄດ້​ກ່າວ​ຄໍາ​ຮຽກຮ້ອງ​ໃຫ້​ໂຈະການ
ເປັນ​ສະມາຊິກ​ສັນນິບາດ​ຊາດອາ​ຫລັບຂອງ​ຊິ​ເຣບ​ໄວ້​ຄື​ກັນ.​ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ອອກ
ໃນ​ວັນສຸກ​ມື້​ນີ້ ກຸ່ມສິ້ງຊອມ​ສິດທິ​ມະນຸດ​ກ່າວ​ວ່າ ດາ​ມັສກັສ ອາດ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາກໍ່​
ອາຊະຍາ​ກໍາ​ຕໍ່ຕ້ານ​ມະນຸດຊາດ ຍ້ອນ​ໄດ້​ທໍາການ​ທໍລະມານ ​ແລະ​ການ​ເຂັ່ນຂ້າ​ທີ່​ບໍ່​ຖືກຕ້ອງ
ຕາມ​ກົດໝາຍ​ ຕາມ​ທີ່​ມີ​ການກ່າວ​ຫາ​ນັ້ນ.

ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ມີ​ຄົນ​ຖືກ​ສັງຫານ​ຢ່າງ​ໜ້ອຍ 33 ຄົນ ​ໃນວັນ​ພະຫັດວານ​ນີ້.
ຊຶ່ງ​ພວກ​ເ​ຂົາ​ເຈົ້າກ່າວ​ວ່າ ການ​ເສຍ​ຊີວິດ​ຫລາຍໆ​ຄົນ​ນັ້ນ ​ແມ່ນ​ເກີດ​ຂຶ້ນທີ່​ເຂດ​ເມືອງ Hom
ອັນ​ເປັນ​ບ່ອນ​ທີ່​ພວກ​ກໍ​າລັງ​ຮັກສາ ຄວາມ​ປອດ​ໄພ​ໄດ້​ທໍາ​ການ​ບຸກຄົ້ນ​ຫາ​ຕົວ​ພວກຄັດຄ້ານ
ລັດຖະບານ​ທັງ ຫລາຍນັ້ນ. ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ທະຫານ​ຊີ​ເຣຍຈໍານວນ​ນຶ່ງຖືກ
ສັງຫານ ໃນ​ເຫດການໂຈມ​ຕີ.

XS
SM
MD
LG