ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດເປັນຫ່ວງນໍາ ການມີບົດບາດຫລາຍຂຶ້ນນັບມື້ ຂອງຝ່າຍທະຫານ ໃນອິຣ່ານ (ເບິ່ງວີດີໂອ)


ເຕົາແຍກປະລະມະນູແຫ່ງນຶ່ງຂອງອິຣ່ານ
ເຕົາແຍກປະລະມະນູແຫ່ງນຶ່ງຂອງອິຣ່ານ

ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດກ່າວວ່າ ເວລານີ້ ໜ່ວຍພິທັກການປະຕິວັດອິຣ່ານກໍາລັງມີບົດບາດພົວພັນຫລາຍຂຶ້ນ ໃນການບໍລິຫານປະເທດ ແລະ ວ່າອິຣ່ານອາດກ້າວໄປສູ່ການປົກຄອງ ປະເທດແບບຜະເດັດການທະຫານ. ໃນການໃຫ້ ສໍາພາດກັບເຄືອຂ່າຍ Persian News Network or PNN ຂອງວີໂອເອ ນັ້ນ ທ່ານນາງ ຄລິນຕັນກ່າວວ່າ ສະຫະລັດມີແຜນການຈະໃຊ້ການທູດທາງອິນເທີເນັທ ແລະຕ້ອງການຈະໃຊ້ກົນອຸບາຍໃນສິ່ງທີ່ທ່ານນາງເອີ້ນວ່າ ຜ້າກັ້ງອີເລກ ໂທຣນິກ. ທອງປານມີ ເລຶ່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ

ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນ ​ເຄີຍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ
ຜະເດັດການທາງທະຫານໃນອີຣ່ານມາກ່ອນ​ແລ້ວ ແຕ່ຄວາມເຫັນຂອງທ່ານນາງຕໍ່ວີໂອເອ
ເມື່ອວັນພຸດ ທີ 26 ຕຸລາ ຜ່ານມານີ້ ​ແມ່ນເປັນການກ່າວ​ອອກ​ມາ​ຢ່າງແຈ້ງທີ່ສຸດຂອງທ່ານ
ນາງ ​ເທົ່າ​ເຖິງປັດຈຸບັນນີ້.

ໃນການໃຫ້ສໍາພາດກັບລາຍການ Parazit ຂອງເຄືອຂ່າຍຂ່າວ​ເປີ​ເຊຍ PNN ຂອງ​ວີ​ໂອ​ເອ
ທີ່ຄົນ​ນິຍົມ​ຫລາຍນັ້ນ ທ່ານນາງຄລິນຕັນໃຫ້ຂໍ້ສັງເກດວ່າ ມີລາຍງານຫລາຍກະແສທີ່​ເວົ້າ
ວ່າ ພວກຜູ້ນໍາຂອງອິຣ່ານອາດລົບລ້າງຕໍາແໜ່ງປະທານາທິບໍດີ ທີ່ຖືກເລືອກຕັ້ງ​ເອົາ​ນັ້ນ
​ແລະທ່ານນາງ ກ່າວວ່າ ໜ່ວຍພິທັກການປະຕິວັດອິຣ່ານ ຊຶ່ງເປັນໜ່ວຍຫົວກະທິຂອງກອງ
ທັບອິຣ່ານນັ້ນ ກໍາລັງມີບົດບາດພົວພັນຫລາຍຂື້ນນັບມື້ ໃນການເສດຖະກິດຂອງປະເທດ
ຊຶ່ງ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ:

“ກໍາລັງ Quds ແລະອົງປະກອບອື່ນໆ ຂອງການຈັດຕັ້ງດ້ານຄວາມໝັ້ນຄົງ ທີ່​ເຂົ້າ​
ໄປ​ມີ​ຮຸ້ນ​ສ່ວນ​ທາງ​ການ​ເງິນ
ຫລືເຂົ້າຍຶດຄອງລັດວິສາຫະກິດ ທີ່ສໍາຄັນບາງ​ອັນນັ້ນ
ແມ່ນ
ພາກສ່ວນຂອງ​ອັນ​ທີ່ຂ້າພະເຈົ້າໝາຍເຖິງເວລາ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ເບິ່ງຄືວ່າ
ກໍາລັງ​ມີ​ການ​ເຄື່ອນ​ໄຫວ​ໄປ​ສູ່ອັນ​ທີ່ແທ້ໆ​ແລ້ວ ກໍ​ຄືການ
ກ້າວເຂົ້າມາມີອໍານາດບໍລິ
ຫານປະເທດຫລາຍຂື້ນ
ຂອງ​ຝ່າ​ຍທະຫານ​ໃນ​ອິຣ່ານນັ້ນ.

ທ່ານນາງຄລິນຕັນຍັງກ່າວອີກວ່າ ສະຫະລັດກໍາລັງພິດຈາລະນາມາດ​ຕະການລົງໂທດ
ອິຣ່ານຕື່ມອີກ ເພື່ອເກ້ຍກ່ອມໃຫ້ອີຣ່ານຍຸຕິຄວາມພະຍາຍາມທີ່ສົງໃສກັນວ່າ ​ເພື່ອສ້າງ
ອາວຸດນິວເຄລຍນັ້ນ. ທ່ານ​ນາງ​ກ່າວ​ວ່າ:

“ການລົງໂທດຕ່າງໆທີ່ຮຸນແຮງທີ່ສຸດນັ້ນ ແມ່ນ​ໄດ້​ຮັບຮອງ​ເອົາໂດຍອົງການສະຫະ
ປະຊາຊາດ
​ເວລາ​ມັນປາ​ກົດ​ໃຫ້​ເຫັນ​ຢ່າງແຈ້ງຂາວຫລາຍ​ທີ່​ສຸດວ່າ ອິຣ່ານກໍາລັງສືບ​ຕໍ່ດໍາເນີນໂຄງການສ້າງອາວຸດນິວເຄລຍຂອງຕົນ ຕໍ່ໄປ. ໃຜໆກໍເຊື່ອ​ວ່າ ການປະຕິ
ບັດການ
ຢ່າງ​ລັບໆ ​ໂຮງງານທີ່ປິດລັບຕ່າງໆ ການໃຫ້ຂໍ້ມູນຕ່າງໆທີ່​ພາ​ໃຫ້​ເຂົ້າໃຈ
ຜິດນັ້ນ ກໍຄືພາກສ່ວນນຶ່ງຂອງຄວາມພະຍາຍາມຂອງອິຣ່ານ ທີ່ຈະສ້າງອາວຸດນິ
ເຄລຍ ຊຶ່ງ
ຈະເປັນການທັບມ້າງສະຖຽນລະພາບຢ່າງແທ້ຈິງ.”

ແຕ່ທ່ານນາງກ່າວຕື່ມວ່າ ເວລານີ້ ສະຫະລັດກໍກໍາລັງດໍາເນີນຍຸດທະສາດ ແບບສອງ
ທາງ ຄືການລົງໂທດແລະການທູດ​ ໄປ​ພ້ອມ​ກັນ.

ເບິ່ງລາຍການສໍາພາດກັບລັດຖະມົນຕີການຕ່າງປະເທດສະຫະລັດ:

ການໃຫ້ສໍາພາດຂອງທ່ານນາງແມ່ນມີຂຶ້ນສອງອາທິດ ຫລັງຈາກກໍາລັງ Quds ຂອງ
ໜ່ວຍພິທັກການປະຕິວັດອິຣ່ານ ຖືກພົບ​ເຫັນວ່າ ມີສ່ວນພົວພັນໃນການວາງແຜນ
ລອບສັງຫານເອກອັກຄະລັດຖະທູດຈາກ Saudi Arabia ປະ​ຈໍາ​ນະຄອນຫລວງວໍຊິງ
ຕັນດີຊີ.

ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນກ່າວຕໍ່ໄປວ່າ ສະຫະລັດບໍ່​ມີການຄັດ​ແຍ້​ງ
ຜິດ​ຖຽງ​ກັນກັບອິຣ່ານແຕ່ປະການໃດ ແຕ່ຕ້ອງການສະໜັບສະໜຸນພວກປະຊາຊົນຢູ່
ໃນອິຣ່ານ ທີ່ສະ​ແຫວ​ງຫາການປະຕິຮູບ​ໄປ​ສູ່ປະຊາທິປະໄຕນັ້ນ.

ລາຍການທີວີ Parazit ຊຶ່ງເປັນລາຍການຂ່າວ​ແບບ​ເຍາະ​ເຍີ້​ຍລັດຖະບານ​ໃນ​ອິຣ່ານນັ້ນ
ໂດຍ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄປຮອດໄປເຖິງພວກຊາວໜຸ່ມອິຣ່ານ ​ໂດ​ບຜ່ານທາງອິນເທີເນັທ
ແລະລາຍ​ການກະ​ຈາຍ​ສຽງຜ່ານ ດາວທຽມ.

ທ່ານນາງຄລິນຕັນກ່າວວ່າ ເວລານີ້ ສະຫະລັດກໍາລັງດໍາ​ເນີນຄວາມພະຍາຍາມ​ໃນຫລາຍໆ
ວິທີທາງ ເພື່ອຫລີກ​ແລະ​ຂ້າມ​ຜ່ານ ອັນທີ່ທ່ານນາງເອິ້ນວ່າ ຜ້າກັ້ງອີເລັກໂທຣນິກ ຂອງເຕ
ຫະຣ່ານນັ້ນ ໂຮມທັງການຈັດຕັ້ງ ອັນ​ທີ່​ເທົ່າ​ກັບ​ເປັນສະຖານທູດທາງອິນເທີເນັດ ສໍາລັບອິ
ຣ່ານ. ທ່ານ​ນາງ​ອະທິ​ບາຍວ່າ:

“ສິ່ງທີ່ພວກເຮົາຈະເຮັດ ເຖິງແມ່ນວ່າ ພວກເຮົາບໍ່ມີຄວາມສໍາພັນທາງການທູດກັນກັບ
ອິຣ່ານກໍຕາມນັ້ນ
ກໍ​ຄື ຂ້າພະເຈົ້າຈະປະກາດເປີດອັນ​ທີ່ ​ເທົ່າ​ກັບ​ເປັນສະຖານທູດໂດຍ
ແທ້ຈິງຢູ່ໃນເຕຫະຣ່ານ. ເ
ວັບໄຊ້ທີ່​ວ່າ​ນີ້ແມ່ນ​ຈະຈັດຕັ້ງຂຶ້ນມາແລະຈະເປີດໃຊ້ໃນທ້າຍ
ປີນີ້. ພວກເຮົາຈະສືບຕໍ່ຍື່ນ
ມືເຂົ້າໄປຫາ ພວກນັກສຶກສາໂດຍສະເພາະ ແລະຊຸກຍູ້ໃຫ້
ພວກເຂົາເຈົ້າ
ກັບຄືນເຂົ້າມາສຶກສາໃນສະຫະລັດ. ແລະພວກເຮົາກໍຈະສຶກສາເບິ່ງຊ່ອງ
ທາງ​ໃນ
ການແລກປ່ຽນ ລະຫວ່າງບຸກຄົນຕໍ່ບຸກຄົນແບບອື່ນໆ ອີກນໍາ.”

ທ່ານນາງຄລິນຕັນກ່າວອີກວ່າ ສະຫະລັດຢາກຈະເຫັນລັດຖະບານຂອງອິຣ່ານ ທໍາການ
ປ່ຽນແປງ ແລະເລີ່ມໃຫ້ການສະໜັບສະໜຸນສິດທິມະນຸດ ແລະຄວາມມຸ້ງມາດປາດຖະໜາ
ຂອງປະຊາຊົນຂອງຕົນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ມ້ວນທ້າຍວ່າ ມັນມີຫລາຍເຫດຜົນຢູ່ ທີ່ທັງ
ສອງຝ່າຍຈະ​ມີ​ຄວາມ​ຮູ້ສຶກ​ເສຍ​ໃຈ ກ່ຽວ​ກັບປະວັດສາດ​ທີ່​ຫຍຸ້ງຍາກບາດໝາງກັນຂ​ອງ
ປະເທດທັງສອງ ​ໃນຕະຫລອດ​ໄລຍະເຄິ່ງສັດຕະວັດທີ່ຜ່ານມານີ້ ແລະວ່າ ສະຫະລັດຢາກ
ຈະ “ຫລໍ່​ຫລອມຄວາມສໍາພັນໃໝ່ກັບອິຣ່ານ.”


XS
SM
MD
LG